ພວກເຮົາສູ້ໄປດ້ວຍກັນ

Thursday, July 10, 2014

ພະຍາດ Severe Acute Respiratory Syndrome (SARS)

Severe Acute Respiratory Syndrome (SARS)

ແມ່ນໝວດອາການຂອງລະບົບຫາຍໃຈຊຸດໂຊມທີ່ຮູນແຮງ, ເປັນພາຍຕໍຊີວີດອັນມາຈາກການຊືມເຊື້ອຈາກເຊື້ອຈຸ ລະໂລກ. ເຊີ່ງປະຈຸບັນແມ່ນເປັນເຊື້ອ virus ໃນຄອບຄົວ Coronaviridae family.
1.     ການຕິດຕໍຂອງພະຍາດ:​
ການທີ່ໄດ້ຮັບເຊື້ອ virus ນີ້ແມ່ນຜ່ານລະບົບຫາຍໃຈ ໂດຍຫາຍໃຈເອົາລະອອງຟອຍນ້ຳລາຍຈາກຄົນຜູ້ທີ່ມີເຊື້ອ virus ນີ້, ຖ້າຄົນເຈັບມີປະຫວັດໄເຂດມີການລະບາດ ຫຼື ໄກ້ຊິດກັບຄົນທີ່ເປັນພະຍາດ SARS.

2.  ສະລິລະວິທະຍາພະຍາດ

ລະບົບຫາຍໃຈ ແລະ ລະບົບລະລາຍແມ່ນອະໄວຍະວະທິເປັນບ່ອນທີ່ຕິດເຊື້ອ SARS-CoV ໄດ້ງ່າຍ. ຫຼັງຈາກມີ ການຕິດເຊື້ອແລ້ວຈະພາໃຫ້ມີການອັກເສບ, SARS-CoV ຈະພາໃຫ້ຈີວະມີການຖືກທຳລາຍໂດຍ: (1) ການທຳ ລາຍໂດຍກົງຈາກເຊື້ອຕໍ່ ແລະ (2) ທຳລາຍໂດຍທາງອ້ອມມາຈາກການຕອບໂຕ້ຂອງພຸມຄຸ້ມກັນຂອງຮ່າງກາຍ.

3.  ອາການ ແລະ ອາການສະແດງອອກ.
ອາການຂອງ SARS ແມ່ນຈະເກີດຂື້ນພາຍໃນ 2-7 ວັນ ຫຼັງການຕິດເຊື້ອ. ອາການຈະມີລັກຊະນະດັ່ງນີ້:
ຂັ້ນ 1 ແມ່ນອາການລັກຊະນະໄຂ້ຫວັດ.
·         ໄຂ້ > 38°
·         ໄອແຫ້ງ
·         ອິດເມື່ອຍ.
·         ເຈັບຫົວ.
·         ໜາວສັ່ນ.
·         ເຈັບກ້າມຊີ້ນ.
·         ຮູ້ສືກບໍ່ສະບາຍ
·         ເບື່ອອາຫານ
ນອກນັ້ນຍັງມີອາການດັ່ງລູ່ມນີ້:
·         ມີຂີ້ກະເທີ້
·         ເຈັບຄໍ.
·         ປູ້ນທ້ອງປວດຮາກ ແລະ ຮາກ
·         ວັີນຫົວ.
·         ຖອກທ້ອງ.
ຂັ້ນ 2 ຂອງພະຍາດ (SARS) ແມ່ນອາການຂອງລະບົບຫາຍພາກສ່ວນລຸ່ມ:
·         ໄອແຫ້ງໆ
·         ຫາຍໃຈຟືດ.
·         ພາໃຫ້ຂາດອາກາດ(hypoxemia)
·         ຂັ້ນຕໍ່ໄປແມ່ນລະບົບຫາຍໃຈຊຸດໂຊມ.

4.  ການກວດກາຮ່າງກາຍ
ການກວດແມ່ນຈຸດປະສົງປະເມີນຄວາມຮູນແຮງຂອງລະບົບຫາຍໃຈ

ຂັ້ນປານກາງ: ມີໄຂ້ + 1 ໃນອາການນີ້: (hypoxia, ໄອແໜ້ນໜ້າເອີກ, ຫາຍໃຈຟືດ).
ຂັ້ນຮູນແຮງ: ມີໄຂ້ + 1 ໃນອາການນີ້: (hypoxia, ໄອແໜ້ນໜ້າເອີກ, ຫາຍໃຈຟືດ) + ອາການຈ່ອງດືງໂຜ້ງເອີກ ລັງສີປອດພົບຄວາມຜິດປົກກະຕິ.

5.  ການບົ່ງມະຕິ
ເລີ່ມເຮັດບັນດາສີ່ງລຸ່ມນີ້ທັນທີຖ້າສົງໃສເປັນ SARS :
·         ກວດ Pulse oximetry
·         ປຸກເລືອດ
·         ກວດຂີ້ກະເທີ້ ( Gram stain and culture)
·         ສົ່ງຕົວຢ່າງຈຸລັງໃນຜົ້ງດັງ ຄໍ ໄປກວດເພື່ອຊອກຫາເຊື້ອ Virus
·         ກວດຫາ antigen ຂອງ Legionella and pneumococcal ໃນນ້ຳຍ່ຽວ.
·         ໃນ CBC ທີ່ເຄີຍເຮັດ: ພົບເປັນ lymphopenia, leucopenia < 3.5 x 109/L, ແລະ thrombocytopenia:
·         ອາດພົບເປັນ mild hyponatremia  ແລະ hypokalemia
·         ລະດັບ lactate dehydrogenase, alanine aminotransferase ແລະ hepatic transaminase ສູງ.
·         ລະດັບ creatine kinase ສູງ.
·         ກວດ Serum antibodies ຕໍ SARS-CoV (+)

ດ້ານລັງສີ: ຖ້າຊ່ອງລັງສີໂຜ່ງເອີນໃນຍະ 3 – 5 ວັນແມ່ນອາດເຫັນເປັນປົກກະຕິ, ຖ້າຊ່ອງມື້ທີ່ 7 ຂື້ນໄປຈື່ງເຫັນ ມີການຜີດປົກກະຕິ.