ພວກເຮົາສູ້ໄປດ້ວຍກັນ

Thursday, July 10, 2014

ການຊືມເຊື້ອເລືອດ (Septic shock management )

ການຈັດການບັນຫາມີການຊືມເຊື້ອເລືອດ (Septic shock management )

   I.      ນິຍາມຂອງ sepsis ຂັ້ນຕ່າງໆມີດັ່ງລຸມນີ້:
1. Systemic inflammatory response syndrome (SIRS)
Temperature >38°C or <36°C
Heart rate > 90/min
Respiratory rate > 20/min or PaCO2 <4.3kPa (<32 mmHg)
White cell count >12,000 or <4,000 or >10% bands
2. Sepsis is = SIRS +ມີບ່ອນທີພາໃຫ້ຊືມເຊື້ອ.
3. Severe sepsis = sepsis + ແລະ ພົວພັນກັບບັນດາພາວະລຸ່ມນີ້:
organ dysfunction (ແມ່ນພາວະທີ່ການເຮັດວຽກທີ່ປົກກະຕິບໍໄດ້ແລ້ວຖ້າບໍ່ໄດຮັບການເຊິດຊູ)
hypotension (systolic blood pressure < 90mmHg ຫຼື ລຸດລົງ > 40 mmHg ຈາກເກນປົກກະຕິ ໂດຍປາສະຈາກສາຍເຫດອື່ນ), organ hypoperfusion (ແມ່ນພາວະທີໄດ້ຮັດການລໍ ລ້ຽງບໍທົ່ວເຖີງຈື່ງພາໃຫ້ເກີດພາວະນີ້ຂື້ນເຊັ່ນ:  lactic acidosis, oliguria, ອາການສະແດງຂອງສະ ຫມອງກະທັນຫັນ).
4. Septic shock = severe sepsis + hypotension ເຖີງຈະມີການທົດແທນນໍ້າທີ່ພຽງພໍ.
5. Multiple organ dysfunction syndrome (MODS)  ແມ່ນພາວະທີເຫັນມີການບົກຜ່ອງຂອງ 2 ອະໄວຍະຂື້ນໄປ.

   II.      ອາການ ແລະ ອາການສະແດງອອກ
ອາການທົ່ໄປເຊັ່ນ: ໄຂ້(fever), ໜາວສັ່ນ(chills), ເມື່ອຍ(fatigue), ອ່ອນເພຍ(malaise), ປຸ້ນທ້ອງປວດຮາກ (nausea), ຮາກ(vomiting), ຫາຍໃຈຟືດ, ຕື່ນເຕັ້ນ(anxiety),ສັບສົນ(confusion). ນອກນີ້ແລ້ວອາການຕ່າງໆ ຈະສະແດງອອກຕາມອະໄວຍະທີ່ຖືກກະທົບອີກເຊັ່ນ:
ຫົວ ແລະ ຄໍ:  ເຈັບຫົວແຮງ(Severe headache), ຄໍແຂງ(neck stiffness), ສະຕິປ່ຽນ, ເຈັບຫູ (earache), ເຈັບຄໍ(sore throat), ເຈັບຜົ້ງ sinus, ອາດມີກະດັນຕາມກອງລີ້ນ ກ້ອງຫູ....
ເອີກ: ຈະມີໄອ( Cough ), ເຈັບສ່ຽບອອກຮ້ອນ, ຫາຍໃຈຟືດ(dyspnea)...
ທ້ອງ: ເຈັບທ້ອງ(Abdominal pain), ປຸ້ນທ້ອງ(nausea), ຮາກ(vomiting), ຖອກທ້ອງ(diarrhea),
ທ້ອງນ້ອຍ, ລະບົບສືບພັນ ແລະ ອະໄຍະວະເພດ : ເຈັບທ້ອງນ້ອຍ, ຍ່ຽວເຈັບ, ລົງຂາວ...
ກະດຸກ ແລະ ຫນັງ: ຈະເຈັບຮ້ອນບວມແດງ, ມີບ່ອນອັກເສັບຫນອງ, ຄຳເຈັບ, ຂໍ້ບວມແດງເຈັບ.
  
 III.      ກວດກາຮ່າງກາຍ
ການກວດຮ່າງກາຍທຳອິດແມ່ນໃຫ້ປະເມີນສະພາບທົວໄປຂອງຄົນເຈັບກ່ອນເຊັ່ນ: ທາງເດີນຫາຍໃຈ, ການຫາຍໃຈ, ການໝຸນວຽນ, ສະຕິກ່ອນ
ອາການຊີວິດ: ຄວາມດັນເລືອດ, ກຳມະຈອນ, ຫາຍໃຈ, ອຸນນະພຸມ
ບາງຄັ້ງການວັດແທກອຸນນະພຸມຮ່າງກາຍບາງຄົນອາດຈະມາດ້ວຍຄີງຮ້ອນ, ແຕ່ບາງຄົນອາດຈະມາດ້ວຍອາການ ເຢັນກໍເປັນໄດ້
ອາການຂອງ septic shock ທີ່ສຳຄັນແມ່ນ: ເບີ່ງສະຕິ, ສີຜີວ, ການກັບຄືນສີຜີວ, ຄໍາເບີ່ງອຸນນະພຸມປາຍຕີນ ປາຍມື ແລະ ກຳມະຈອນ.
Early shock( compensated shock) :  ສະຕິດີ, ກຳມະຈອນໄວ ຫຼື ຊ້າ, ການກັບຄືນສີຜີວ > 2 ວິນາທີ, ປາຍຕີນປາຍມືເຢັນ ຫຼື ອຸ່ນ.
Late shock( decompensated shock): ສະຕິງ້ວງຊືມ ຫລື ສັບສົນ ຫຼື ເສຍສະຕິ, ກຳມະຈອນໄວ ຫຼື ຊ້າ, ການກັບຄືນສີຜີວ > 2 ວິນາທີ, ປາຍຕີນປາຍມືເຢັນ.

ຖ້າເຫັນ Petechiae ຫຼື purpura ແມ່ນມາຈາກການພາໃຫ້ມີການຜິດປົກກະຕິຕໍ່ປັດໃຈການກ້າມຂອງເລືອດ ແລ້ວ

ຍີງ 26 ປີ ທີ່ມີ  shock ແລ້ວເປັນ purpura ແລະ ມີອາການສະແດງຂອງເຫຍື້ອຫຸ້ມສະຫມອງອັກເສບ( meningitis). ຜົນປຸກເລືອດ ພົບເຊື້ອ Neisseria meningitidis. ຜີວຫນັງນີ້ສະແດງເຖີງອາການທີເຫຍື້ອຫຸ້ມສະຫມອງອັກເສບຮຸນແຮງ ເອີ້ນວ່າ: purpura fulminans.

          ພາວະຫົວໃຈເຕັ້ນໄວ(Tachycardia) ແມ່ນຈະພົບເຫັນເລື້ອຍໃນ ຄົນເຈັບ Septic shock ນີ້ແມ່ນກົນໄກຕອບສະຫນອງທີ່ຈະເພີ່ມ cardiac output ແລ້ວ ຈະເພີ່ມການສົ່ງອົກຊີໄປລ້ຽງຈີວະຕ່າງໆໃຫ້ພຽງພໍ.
ມັນຈະຊີ້ໃຫ້ເຫັນວ່າປະລິມານທາດແຫຼວໃນເສັ້ນເລືອດຕ່ຳ( hypovolemia ) ແລະຕ້ອງການການທົດແທນນໍ້າທາງ ເສັ້ນເລືອດ. ບາງຄົນຂອງ sepsis ຫລັງຈາກທີ່ທົດແທນນ້ຳແລ້ວ ພາວະຫົວໃຈເຕັ້ນໄວຄົງຍັງມີຢູ່ມາຈາກພາວະມີໄຂ້ ເທົ່ານັ້ນເປັນເລື່ອງທຳມະດາ ຖ້າວ່າເບີ່ງອາການອື່ນໆດີຂື້ນແລ້ວ.
ຫາຍໃຈໄວ (tachypnea) ແມ່ນຈະເຫັນເລື້ອຍໃນຄົນເຈັບ sepsis ອັນນີ້ແມ່ນເກີດຈາກມີການກະຕຸ້ນຕໍ່ ສຸນຫາຍໃຈຢູ່ medullary ventilatory center ໂດຍ endotoxins ແລະ inflammatory mediators ຈາກ ການຊືມເຊື້ອອັກເສບຕ່າງໆ. ພາວະການຫຼໍ່ລ້ຽງຈີວະຕ່າງໆລົດລົງໂດບສະເພາະແມ່ນສະຫມອງກໍຈະພາໃຫ້ມີການ ກະ ຕຸ້ນສຸນຫາຍໃຈແລ້ວພາໃຫ້ມີການຫາຍໃຈໄວຂື້ນ.
ພາວະອັ່ງກົດ( metabolic acidosis)ກໍເຊັ່ນກັນ, ຈາກປອດອັກເສບ ແລະ ພາວະລະບົບຫາຍໃຈຊຸດໂຊມ (acute respiratory distress syndrome (ARDS)).
ສະຕິບໍດີ ແມ່ນຈະເຫັນຫຼາຍໃນ compensated shock ມັນແມ່ນສັນຍານບອກວ່າມີອະໄວຍະວະເສຍ ໜ້າທີ່ການແລ້ວ.
ໃນ septic shock, ອັນທີ່ສຳຄັນແມ່ນຊອກໃຫ້ເຫັນຈຸດທີ່ພາໃຫ້ມີການຊືມເຊື້ອແລ້ວຊອກຫາທາງກຳຈັດ:
·         ຕໍ່ລະບົບປະສາດສຸນກາງ(Central nervous system (CNS)) ມີການອັກເສບ : ຈະພົບດ້ານສະຕິປ່ຽນແປງ, ອາການສະແດງ ອອກຂອງເຫຍື້ອຫຸມສະຫມອງອັກເສບເຊັ່ນ: ຄໍແຂງ (neck stiffness)...
·         ພາກສ່ວນຫົວ ແລະ ຄໍ ມີການອັກເສບ: ຈະເຫັນເຈ້ຍຫູບວມ? ເຈັບໂຜ້ງ sinus tenderness? ນ້ຳຫມຸກເປັນຫນອງ? ຄໍແດງ-ເປັນຫນອງ? ມີສຽງ stridor ເວລາຫາຍໃຈເຂົ້າ? ຄໍາມີກະດັນຢູ່ຄໍ?
·         ເອີກ(ປອດ) ມີການອັກເສບ: ເຄາະມີສຽງຕັນ? ມີສຽງ bronchial? ມີ ralesຫຍັງບໍ?
·         ເອີກ(ຫົວໃຈ) ມີການອັກເສບ: ມີສຽງ murmur( ຕ້ອງຖາມວ່າຜ່ານມາເຄີຍເປັນພະຍາດຫົວໃຈມາກ່ອນບໍ?).
·         ທ້ອງ ແລະ ລະບົບລະລາຍ ມີການອັກເສບ: ທ້ອງເບັງ? ທ້ອງແຂງບໍ? ເຈັບທ້ອງບໍ? ເຈັບເວລາຄົ່ມທ້ອງລົງບໍ? ຈົກຮູທວານເຈັບບໍ?
·         ທ້ອງນ້ອຍ, ລະບົບສືບພັນ ແລະ ລະບົບຖ່າຍເທ ມີການອັກເສບ : ເຈັບຢູ່ມຸມກະດຸກຂ້າງ ແລະ ກະດຸກສັນຫລັງ, ເຈັບທ້ອງນ້ອຍເວລາລຸບຄຳ, ເຈັບເຂດ adnexal ເວລາລູບຄຳ, ອາດມີກ້ອນ, ມີລົງຂາວ.
·         ໃນແມ່ຍີງຫລັງເກີດລຸກ:  ມີລົງຂາວກີ່ນເຫມັນ? ແຜ episiotomy ບໍ່ຈອດ? ເຈັບທ້ອງນ້ອຍແຮງ...
·         ກະດຸກ ແລະ ຫນັງກ້າມຊີ້ນ ອັກເສບ: ກ້າມຊີ້ນເຈັບຮ້ອນບວມແດງ, ບວມ, ເຈັບ, ກ້ອນ,ຂໍ້ບວມແດງ.
·         ຫນັງອັດເສບ: ມີPetechiae, purpura, erythema, ulceration, bullous formation, fluctuance

IV.      ອາການສົນ (Complications)

Acute respiratory distress syndrome

ພາໃຫ້ປອດມີການເປ່ເພ(Acute lung injury) ພາໃຫ້ເປັນລະບົບຫາຍໃຈຊຸດໂຊມ(ARDS) ນີ້ແມ່ນອາການສົນທີ່ ຮຸນແຮງ ຂອງການຊືມເຊື້ອເລືອດຮຸນແຮງ ແລະ ເປັນ septic shock.  ARDS ພົບ 18% ຂອງຄົນເຈັບທັງຫມົດ ຂອງຄົນເຈັບເປັນ septic shock ແລະ ຕາຍເຖີງ 50%. ARDS ຍັງພາໃຫ້ນອນໃນຫ້ອງ ICU ດົນນານ ແລ້ວຈະ ພາໃຫ້ເປັນ pneumonia ເນື່ອງຈາກການໃສ່ເຄື່ອງຈັກຫາຍໃຈດົນນານ.

ອາການສົນອື່ນໆ (Other complication)

ພາໃຫ້ໄຂ່ຫຼັງ (Acute renal failure) (ARF) ແມ່ນພົບ 40-50% ຂອງຄົນເປັນ septic shock. Disseminated intravascular coagulation (DIC) occurs in 40%, mesenteric ischemia, myocardial ischemia, liver failure ແລະ prolonged hypotension Prolonged tissue hypoperfusion.

 

 V.      Differential Diagnoses

·         Acute Renal Failure
·         Acute Renal Failure
·         Cardiogenic Shock
·         Cardiogenic Shock
·         Diabetic Ketoacidosis
·         Hypovolemic Shock
·         Myocardial Infarction
·         Myocardial Rupture
·         Pulmonary Embolism
·         Shock and Pregnancy
·         Shock, Distributive
·         Shock, Hemorrhagic
·         Toxic Epidermal Necrolysis
·         Toxic Shock Syndrome
·         Toxic Shock Syndrome
VI.      ວີເຄາະ.
Complete Blood Count
White blood cell >12,000 or <4,000 or >10% bands  ສະແດງວ່າມີການຕິດເຊື້ອ
Hemoglobin
Hematocrit
Platelets
Blood Chemistry
·         Serum creatinine
·         Blood urea nitrogen (BUN)
(ການກວດເຫັນຄ່າ BUN ແລະ creatinine ລຸງແມ່ນຈະຊີ້ໃຫ້ເຫັນວ່າມີການຂາດນ້ຳຮ້າຍແຮງ ຫຼື ມີພາວະໄຂ່ຫລັງ ຊຸດໂຊມ.)
·         Bilirubin
·         Alkaline phosphatase
·         Alanine aminotransferase (ALT)
·         Aspartate aminotransferase (AST)
·         Albumin
·         lipase levels
(ການກວດໜ້າທີ່ການຂອງຕັບແມ່ນມີຄວາມສຳຄັນຫລາຍໃນການປະເມີນພາວະທີ່ມີອະໄວຍະວະຫລາຍຢ່າງຖືກທຳ ລາຍເຊັ່ນ: biliary disease, pancreatitis, hepatitis.)
·         serum electrolytes: ຖ້າລະດັບ Sodium ແລະ chloride ຜິດປົກະຕິແມ່ນອາດຈະມີການຂາດນ້ຳຮຸນແຮງ
·         Decreased bicarbonate : ແມ່ນມີການອັ່ງກົດ
·         Serum lactate ແມ່ນຈະສຸງເມື່ອມີການເຜົາໃຫມ້ໂດບບໍ່ອົກຊີມາຈາກຈີວະຕ່າງໆຂາດອົກຊີດົນດົນ. ຖ້າ> 2.5 mmol/L ຈະມີໂອກາດຕາຍສຸງ.
Coagulation Studies
Prothrombin time (PT)(TS)
TC
(ກວດໃນຄົນເຈັບ Septic shock ທີ່ມີອາການ clinic ເລືອດໄຫລ.)
Blood Culture

ກວດໃນຄົນເຈັບທີ່ສົງໃສມີການຕິດເຊື້ອ,ເພື່ອແຍກ(isolate) ເຊື້ອທີ່ເປັນສາຍເຫດ ແລະ ລອງຫາຢາຕົວທີ່ ຂ້າເຊື້ອໄດ້ຄົນເຈັບທີ່ສ່ຽງຕໍ່ການຕິດເຊື້ອໃນກະແສເລືອດແມ່ນຄົນທີ່ມີໄຂ້, ເມັດເລືອດຂາວສຸງ ຫຼື ຕ່ຳ.

Urinalysis and Urine Culture
ການວິເຄາະຍ່ຽວ ແລະ ການເອົາຍ່ຽວໄປປຸກແມ່ນຈຸດປະສົງຍ້ານ ຊືມເຊື້ອເລືອດຈາກ Urinary tract infection (UTI) ໂດຍສະເພາະແມ່ນຄົນເຈັບອາຍຸແກ່ ແລະ ເດັກນ້ອຍ.
Stool culture
ຖ້າສົງໃສວ່າການຕິດເຊື້ອຈາກລະບົບລະລາຍແມ່ນປຸກອາຈົມ
Gram Stain and Culture of Secretions and Tissue
ກວດນ້ຳລາຍຖ້າວ່າມີອາການທາງປອດ ( sputum specimen ).
Lumbar Puncture
            ກວດນ້ຳໄຂສັນຫລັງ( cerebrospinal fluid (CSF) specimen) ຖ້າສົງໃສມີການອັເສບເຫຍື້ອຫຸມສະ ຫມອງ.
ເຈາະຫນອງໄປປຸກຖ້າວ່າຕາມຜິວຫນັງມີການອັກເສບເປັນຫນອງ (cellulitis purulent).

Radiography
Chest x-ray
Abdominal x-ray
CT scan
Ultrasonography
ໃຊ້ເພື່ອຊອກຫາການອັກເສບທີ່ເກີດຢູ່ອະໄວຍະວະພາຍໃນເຊັ່ນ:  acute cholecystitis
VII.      ຂໍ້ບົ່ງຊີ້ອະໄວຍະວະຕ່າງໆມີການເສຍໜ້າທີ່ (Criteria for Organ Dysfunction)
Organ Dysfunction
Organ System
ປານກາງ (Mild Criteria)
ຮຸນແຮງ(Severe Criteria)
ປອດ(Pulmonary)
Hypoxia/hypercarbia ແມ່ນຕ້ອງໃຊ້ເຄື່ອງຈັກຫາຍໃຈຊ່ວຍ 3-5 ວັນ.
ARDS requiring PEEP >10 cm H2 O and FiO2 < 0.5
ຕັບ(Hepatic)
Bilirubin 2-3 mg/dL ຫຼື ເຫັນຜົນການກວດຫນ້າທີ່ການຂອງຕັບສຸງກວ່າປົກກະຕິ 2 ເທົ່າ, ການກ້າມຂອງເລືອດຜິດປົກກະຕິຈາກປົກກະຕິ 2 ເທົ່າ.
ຈະເຫັນຄົນເຈັບມີອາການເຫຼືອງ + ຄ່າ bilirubin 8-10 mg/dL
ໄຂ່ຫລັງ(Renal)
ຍ່ຽວໜ່ອຍ(Oliguria)< 500 mL/d ຫຼື ເຫັນຄ່າ creatinine ສຸງ 2-3 mg/dL
Dialysis
  ລະບົບລະລາຍ
(Gastrointestinal )
Intolerance of gastric feeding for more than 5 d
Stress ulceration with need for transfusion, acalculous cholecystitis
ລະບົບເລືອດ(Hematologic)
aPTT >125% of reference range, platelets < 50-80,000
DIC
  ຫົວໃຈເສັ້ນເລືອດ
(Cardiovascular)
Decreased ejection fraction with persistent capillary leak
Hyperdynamic state not responsive to pressors
ປະສາດສຸນກາງ(CNS)
Confusion
Coma
ປະສາດຮອບນອກ
(Peripheral nervous system)
Mild sensory neuropathy
Combined motor and sensory deficit
aPTT = Activated partial thromboplastin time; ARDS = acute respiratory distress syndrome; CNS = central nervous system; DIC = disseminated intravascular coagulation; FiO2 = fraction of inspired oxygen; PEEP = positive end-expiratory pressure; PT = prothrombin time.

  

VIII.      ເປົ້າໝາຍຂອງການຈັດການ ຄົນເປັນ sepsis.
1 ຮັກສາຄວນດັນເລືອດໃຫ້ຄົງທີ່(maintaining the blood pressure)
2 ຮັກສາ cardiac output
3 ຕອບໂຕ້ຕໍ່ low peripheral resistance;
4 ຮັກສາໃຫ້ມີການສົ່ງເລືອດ ແລະ oxygen ໄປລ້ຽງຈີວະຕ່າງໆໃຫ້ພຽງພໍ.
5 ລົດຄວາມຮຸນແຮງຂອງບັນດາສານຜີດ ແລະ ພາວະທີຕອບສະຫນອງຂອງການອັກເສບຂອງຮ່າງກາຍເຊັ່ນ: ໄຂ້, ການບວມ....

IX.      ຄວນຈັດການຄົນເຈັບ sepsis ແລະ septic shock ທັນທີ
1 ເຊີດຊູ(Resuscitate): ດ້ວຍກາໃຊ້ crystalloid ແລະ colloid fluids ໃຫ້ນ້ຳຍ່ຽວ ຢ່າງນ້ອຍ 0.5 ml/kg/h.
2 ເຮັດ blood culture, urine culture, pus cultures, also throat swabs.
3 ໃຫ້ຢາຕ້ານເຊື້ອ ໂດຍແມ່ນຢາຕ້ານເຊື້ອທີ່ກວມເອົາຫຼາຍເຊື້ອກ່ອນ.
4 ຊອກຫາບ່ອນຊືມເຊື້ອໂດຍການກວດຮ່າງກາຍ, ອາການທາງ clinical, X-ray, echography, ດ້ານອື່ນໆ.
5 ໃຫ້ oxygen ໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ, ຈັດການບັຫານ້ຳຕານໃນເລືອດ, ປ້ອງກັນພາວະ gastroduodenal stress ulcer.
7 ຖ້າເຮັດບັນຢ່າງຂ້າງເທີງແຕ່ຍັງບໍ່ມີການຕອບສະຫນອງແມ່ນໃຫ້ກຽມພ້ອມສັບລັບໃສ່ເຄື່ອງຈັກຊ່ວຍຫາຍໃຈ( intermittent positive-pressure ventilation); ຮັກສາໜ້າທີ່ຂອງລະບົບໝຸວຽນໂດຍໃຫ້ຢາກະຕຸ້ນຫົວໃຈ ແລະ ຢາໃຫ້ເສັ້ນເລືອດຫົດຫັດ (inotropic and or vasopressoragents), ຟອກໄຂ່ຫຼັງ( renal replacement therapy )ຖ້າມີຂໍ້ບົ່ງຊີ້.
8 ສືບຕໍໃຫ້ສານອາຫານໃຫ້ພຽງພໍ.


 X.      ແນງທາງການປີ່ນປົວ (General Treatment Guidelines)

       ແມ່ນມີຫລາຍຢ່າງດັ່ງລຸ່ມນີ້ໃຫ້ປົວຕາມນີ້:

Respiratory support
Circulatory support
Antimicrobial therapy
Temperature control
Metabolic support
Correction of anemia and coagulopathy
Management of renal dysfunction
Nutritional support

1.   ເຊີດຊູລະບົຫາຍໃຈ (Respiratory support)

ຄົນເຈັບທີ່ສົງໃສເປັນ septic shock ເລີ່ມປະເມີນລະບົບຫາຍໃຈທັນທີໂລດ ເຊັ່ນ: ກ່ຳແຫລະ( cyanosis), ຫາຍ ໃຈຟືດ (dyspnea) ຫລື ອັດຕາການຫັນໃຈ( respiratoy rate), ມີການຈ່ອງດືງ( Retraction), ປີກດັງຕີງ (Flaring), ມີສຽງຄາງ (Grunting sounds) ແລະ ມີຫຍັງ ອຸດຕັນທາງ ເດີນຫາຍໃຈບໍ?
ໃຫ້ອົກຊີທັນທີ, ຖ້າຫາຍໃຈເອງບໍ່ໄດ້ແມ່ນໃສ່ທໍ່ຄໍເແລ້ວໃຊ້ເຄື່ອງຊ່ວຍຫາຍໃຈ.

2.   ເຊີດຊູລະບົບຫົວໃຈເສັ້ນເລືອດ (Circulatory support)

ຄົນເຈັບທີ່ສົງໃສເປັນ septic shock ແມ່ນໃຫ້ປະເມີນ( ກຳມະຈອນ, ຄວາມດັນ, ການຄືນຂອງສີຜີວ, ຄຳປາຍຕີນ ປາຍມືວເຢັນບໍ? ) ແມ່ນໃຫ້ສານນ້ຳເພ່ືອຮັກສາຫນ້າທີ່ການຂອງລະບົບຫົວໃຈເສັ້ນເລືອດ ເຮົາຕ້ອງເລີ່ມໃຫ້ນ້ຳປະເພດ crystalloid fluid ( ringer lactate, normal saline…) ສົມທົບ ໃຫ້ຊະນິດນໍ້າ colloid fluid
ນ້ຳຫນັກ (ກະຕວງ):  ____________ kg x 20 mL = ____________ mL
 ໃຫ້ 20 mL/kg (1-2 L) ປະມານ 30-60 minutes ແລ້ວປະເມີນຄົນເຈັບເປັນ septic shock ຈະຕ້ອງການນ້ຳ ປະມານ 4-6 L.( ຕ້ອງຕິດຕາມພາວະນ້ຳເກີນອີກເຊັ່ນ: ຫາຍໃຈຟືດ(dyspnea), pulmonary rales, ຫລື ປອດບວມ (pulmonary edema) ຈາກການເຫັນຂອງລັງສີໂຜ້ງເອີກ.
ໃຫ້ Adrenoceptor agonists: both alpha (norepinephrine, phenylephrine  ແລະ methoxamine) ໃຊ້ເພື່ອ ກະຕຸ້ນຫົວໃຈ( inotropic) ແລະ ຜົນ chronotropic.), ເພື່ອເຮັດໃຫ້ເສັ້ນເລືອດຫົດ ຫັດແລ້ວຈຮັັກສາຄວາມດັນໄດ້ ອັນນີ້ແມ່ນໄດ້ຜົນທີສຸດໃນພາວະທີເສັ້ນເລືອດຍະຮຸນແຮງ.
ໃຫ້ Dopamine agonists: ຈຸດປະສົງເຮັດໃຫ້ເພີ່ມປະສີດທີພາບຂອງການຫົດຫັດໃນຂອງຫົວໃຈໂດຍ ແມ່ນຢາມີຜົນກະຕຸ້ນ beta1-adrenergic receptors. ຖ້າໃຫ້ Dopamine ໃນປະລິມານ 4 μg/kg/min ແມ່ນມີຜົນເປັນ inotropic. ຖ້າໃຊ້ໃນປະລິມານທີສຸງກວ່ານັ້ນແມ່ນຈະພາໃຫ້ເສັ້ນເລືອດມີການຫົດຫັດ ແລະ ເພີ່ມອັດຕາກາເຕັ້ຂອງຫົວໃຈຂື້ນ ອາດມີຜົນເຮັດໃຫ້ຫົວໃຈຊຸດໂຊມໄດ້
ນ້ຳຍ່ຽວອອກ ( Urine output (UOP), ຕ້ອງມີການຕິດຕາມເບີ່ງວ່າມີການຂາດນ້ຳຫລືບໍ!!!​ ຖ້າຮາກວ່າ UOP ຍັງຕ່ຳ ກວ່າ 30-50 mL/h ຄວນໃຫ້ນ້ຳເພີ່ມອີກ. ( ປົກະຕິຍ່ຽວອອກແມ່ນ 30-50 mL/h) (ວິທີໄລ່ 0.5ml/kg/hr)

3.   ການໃຫ້ຢາຕ້ານເຊື້ອ (Antimicrobial therapy)

ຕ້ອງໃຫ້ຢາຕ້ານເຊື້ອພາຍໃນຊົ່ວໂມງທຳອິດທີ່ສົງໃສວ່າເປັນ septic shock; ຖ້າຊັກຊ້າຈະເພີ່ມອັດາການຕາຍສຸງຂື້ນ .ຖ້າຍັງລໍຖ້າຜົນວິເຄາະແມ່ນຈະພາໃຫ້ຊັກຊ້າ.
ການເລືອກຢາແມ່ນຄວນເລືອກຢາຕົວທີ່ສາມາດກວມທັງ gram-positive, gram-negative, ແລະ  anaerobic bacteria ເມື່ອທີ່ຍັງບໍ່ຮູ້ວ່າຕິດເຊື້ອຢູ່ໃສ ແລະ ແມ່ນເຊື້ອຊະນີດໃດ. ໃຊ້ດັ່ງນີ້
1.     ໃຊ້ກຸ່ມຢາ  Beta-lactam ເພາະວ່າຢາຊະນິດນີ້ສາມາດ  ໃຊ້ປົວການຊືມເຊື້ອ bacterial ສ່ວນຫລາຍເປັນ gram-positive bacterial. ນອກຈາກນັ້ນອີກສວ່ນຫນື່ງກ
 ( Cephalosporins third generation : ceftriaxone, ceftazidime, cefiximea). Fourth generation: cefepime .
ບວກກັບ
2.    ກຸ່ມ Aminoglycosides ຫມວດນີ້ໃຊ້ຂ້າເຊື້ອ Gram negative : Gentamicin, streptomycin( ຖ້າແມ່ນ TB)
ບວກກັບ
3.   ກຸ່ມ Metronidazole (flagyl)  ກຸ່ມນີ້ໃຊ້ຂະເຊື້ອ bacteria ທີ່ບໍມັກອາກາດ anaerobic bacteria)
ຕົວຢ່າງ:
Ceftriaxone 1-2g (2 ຄັ້ງ/ມື້) IVD + Gentamicin IV 7mg/kg ຕໍ່ມື IM + Metronidazole 500 mg IV ທຸກ 8h( 3ຄັ້ງ/ມື້)

4.   ການຄວບຄຸມອຸນນະພຸມຮ່າງກາຍ (Temperature control)

ໃຫ້ໃຊ້ຜ້າຈຸ່ມນ້ຳເຊັດຕົນເຊັດຕົວ, ໃຫ້ Acetaminophen( paracetamol, patamol…) ຜູ້ໃຫຍ່ໃຫ້ 500 ຫາ 1000 mg ທຸກ 4-6 ຊົ່ວໂມງ( ສຸງສຸດບໍ່ໃຫ້ກາຍ 4 g ຕໍມື້

5.   ການຄ້ຳຊູການເຜົາຜານຕ່າງໆ (Metabolic support)

ໃນຄົນເຈັບເຈັບເປັນ septic shock ຈະພາໃຫ້ເປັນ hyperglycemia ແລະ electrolyte abnormalities. ສະນັ້ນຄວນມີການກວດ Serum glucose ແລະ ກວດ electrolyte, ໃນພາວະ hyperglycemia ແມ່ນບໍ່ໃຫ້ສຸງ > 180 mg/dl ຖ້າສູງຫລາຍຄວນໃຫ້ການຄວບຄຸມນ້ຳຕານໃຫ້ຢູ່ < 180 mg/dl ຫຼື < 10 mol/l ໂດຍການໃຫ້ insulin.  ຫລັງຈາກໃຫ້ insulin ໄປແລ້ວ 1 ຊົ່ວໂມງແມ່ນໃຫ້ກວດນ້ຳຕານໃນເລືອດຄືນ.
ນອກຈາກນັ້ນໃນຄົນເຈັບ septic shock ຍັງມີພາວະ Hypokalemia, hypomagnesemia, ແລະ hypophosphatemia ຄວນຕິດຕາມຢ່າງລຽນຕິດຢ່າງລຽນຕິດ.

6.   ເບີ່່ງພາວະເລືອດຈາງ ແລະ ປັດໃຈການກ້າມ (Correction of anemia and coagulopathy)

ຖ້າ Hemoglobin ຕ່ຳກ່ວາ as 8 g/dLແມ່ນຈະບໍ່ເປັນຫຍັງສາມາດທົນໄດ້ແລະບໍ່ຕ້ອງການທີ່ຈະມີການສົ່ງເລືອດ. ຍົກເວັ້ນວ່າຄົນເຈັບມີບັນຫາຫົວໃຈ ເຊັ່ນ: myocardial ischemia.
ພາວະ ເມັດເລືອດນ້ອຍຕ່ຳ(Thrombocytopenia) ແລະ ປັດໃຈການກ້າມຜິດປົກກະຕິ (coagulopathy) ແມ່ນພາວະທີພົບເລື້ອຍໆໃນຄົນເຈັບ sepsis ແມ່ນຈະບໍ່ໃຫ້ການທົດແທນເມັດເລືອດນ້ອຍ( platelets ) ຫຼື fresh frozen plasma ຖ້າບໍ່ມີອາການເລືອດໄຫລ, ຍົກເວ້ັນວ່າຄົນເຈັບຈະມີອາການເລືອດໄຫລ.

7.   ຈັດການຕໍ່ພາວະໄຂ່ຫລັງຊຸດໂຊມ (Management of renal dysfunction)

ຕ້ອງມີການຕິດຕາມນ້ຳເຂົ້າ, ນ້ຳອອກ(UOP) ແລະ ໜ້າທີ່ການຂອງໄຂ່ຫລັງຢ່າງໄກ້ຊິດ ຖ້າມີການຜິດປົກະຕິແມ່ນໃຫ້ ທົດແທນ circulating blood volume ໃຫ້ພຽງພໍ, cardiac output ໃຫ້ໄດ້, ແລະ ຄຸມຄວາມດັນໃຫ້ດີ.
ປົກກະຕິແລ້ວນ້ຳຍັ່ຽວທີ່ອອກແມ່ນ 30-50 mL/h.

8.   ການໃຫ້ອາຫານ (Nutritional support)

ຄົນເຈັບ septic shock ແມ່ນຕ້ອງການອາຫານທີ່ມີ protein ແລະ ພະລັງງານ(energy) ສຸງ. ແຕ່ເຖີງຢ່າງໄດກໍຕາມ ໃນຊ່ວງທີ່ເປັນຮຸນແຮງ 2 ຫາ 3 ວັນນັ້ນຄົນເຈັບກໍຈະກີນອາຫານບໍ່ໄດ້ ຫລື ກີນບໍ່ເສບ ແຕ່ຈະບໍ່ເປັນບັນຫາຕໍ່ສຸຂະພາບ ແຕ່ຖ້າຂາດອາຫານດົນໆ ກໍຈະເປັນບັນຫານຕໍ່ສຸຂະພາບ.

ການໃຫ້ອາຫານໃຫ້ແກຄົນເຈັບ septic shock ໃນໃລຍະວິກິດຂອງພະຍາດແມ່ນໃຫ້ຢ່າງລະມັດລະວັງຕ້ອງປ້ອນອາ ຫານຕາມທໍ່ກະເພາະ.