ພວກເຮົາສູ້ໄປດ້ວຍກັນ

Thursday, July 10, 2014

ອັກເສບປອດ

ອັກເສບປອດ

1.      ຊະນີດຂອງປອດອັກເສບ

v  COMMUNITY ACQUIRED PNEUMONIA
·         ເຊື້ອຈຸລີນຊີ: Streptococcus pneumoniae, Staphylococcus aureus, Haemophilus, Moraxella
·         ATYPICAL Mycoplasma, Chlamydia, Legionella, TB, community acquired MRSA
·         ຕິດເຊື້ອຈຸລະໂລກ: influenza, parainfluenza, metapneumo virus, RSV, adenovirus
·         ຕິດເຊື້ອເຮັດ: blastomycosis, cryptococcus, histoplasmosis
v  ASPIRATION PNEUMONIA
·         ການຕິເຊື້ອຫຼາຍຊະນິດພ້ອມທັງເຊື້ອບໍມັກອາກາດ: Peptostreptococcus, Fuso bacterium    species ແລະ ເຊື້ອ Gram positive bacilli ຕົວອື່ນໆ.
v  ປອດອັກເສບຈາກການທີ່ໄດ້ຮັບສານເຄມີ(CHEMICAL PNEUMONITIS)
v  ປອດອັກເສບຈາກພະຍາດພຸມຄຸ້ມກັນບົກຜ່ອງ(PNEUMONIA IN THE IMMUNOCOMPROMISED)
v  ປອດອັກເສບຈາກການແຍ່ທໍດັງ(NOSOCOMIAL PNEUMONIA)
·         ມີເຊື້ອຈຸລີນຊີຫຼາຍຊະນິດເຊັ່ນ: Staphylococcus aureus, MRSA,Pseudomonas aeruginosa, Enterobacteriaceae(Klebsiella, Escherichia coli, Serratia), Haemophilus, Acinetobacter
·         ເຊື້ອຈຸລະໂລກ: influenza
v  ປອດອັກເສບຈາກການໃຊ້ເຄື່ອງຊ່ວຍຫາຍໃຈ(VENTILATOR ASSOCIATED PNEUMONIA)

2.  ອາການສົນຂອງປອດອັກເສບ
ຕໍ່ປອດ: ມີ ARDS, lung abscess, ປອດມີແປ້ວເປັນຖົງ, ເປັນຟີໜອງ, ເຫຍື່ອຫຸ້ມປອດອັກເສບ, ເລືອດໄຫຼ.
ນອກປອດ: ເຫຍື່ອຫຸ່ມຫົວໃຈອັກເສບເປັນໜອງ, ເປັນພາວະ hyponatremia, ເປັນ sepsis


3.  ອາການສາດ.
ປະຫວັດ
-       ໄອ
-       ມີຂີ້ກະເທີ້
-       ຫາຍໃຈຟືດ
-       ໄຂ້
-       ຫືດ
-       ສັບສົນ
-      ມີປະຫວັດມີພະຍາພຸມຄຸ້ມກັນໃດໜື່ງບໍ?
-      ນອກຈາກນີ້ແລ້ວຍັງມີອາການ: ອີດເມື່ອຍ, ເຈັບກ້າມຊີ້ນ, ເຫື່ອອອກຕອນກາງຄືນ...
ການກວດຮ່າງກາຍ
-       RR >25
-       ເຄາະ: ມີສຽງຕັນ.
-       ສຽງຫາຍໃຈລົດລົງ
-       ມີສຽງຄາງແຕກ (Crackles)
-       ມີສຽງ Bronchial breath sounds
-       ມີ cyanosis
-       ປີກດັງຕີງ, ຈ່ອງດືງໂຜ້ງເອີກ...
-       ...

INVEST
4.  ການກວດອື່ນໆ
-       ດ້ານຫ້ອງວິເຄາະ: ກວດເລືອດລວມ (CBC), electrolyte, urea, creatinine, AST,ALT, ALP, bilirubin, urinalysis
-       ດ້ານເຊື້ອພະຍາດວິທະຍາປຸກເລືອດ (blood culture), ເອົາຂີ້ກະເທີ້ໄປຍ້ອມ Gram stain, ປຸກຍ່ຽວຖ້າ ຈຳເປັນ, ຕ້ອຍເອົາເນື້ອເຍື່ອໂຜ້ງດັງໄປກວດຊອກຫາເຊື້ອ virusinfluenza A/B, parainfluenza, human metapneumovirus, RSV, adenovirus
-       ດ້ານລັງສີ: ຊ່ອງລັງສີເອີກ, CT ເອີກ.
-       ຖ້າສົງໃສຕິດເຊື້ອ Mycoplasma : IGM
-      ຖ້າສົງໃສຕິດເຊື້ອ  LEGIONELLA ແມ່ນເອົາຍ່ຽວໄປກວດ ANTIGEN.
  
5.   ການປີ່ນປົວ:
v  ກະທັນຫັນ: ແມ່ນ  ABC, O2, IV, ໃຫ້ salbutamol 2.5 mg ຮົມ q6h
v  ການໃຫ້ຢາຕ້ານເຊື້ອ:

ຄົນເຈັບເຂດນອກ:
·         ສຳລັບ COMMUNITY-ACQUIRED PNEUMONIA.
-       ໃຫ້ doxycycline 100 mg ກີນ 2 ຄັ້ງ/ມື້ 7-10 ວັນ ຫຼື
-       ໃຫ້ ກຸ່ມ macrolide: ກີນ azithromycin 500 mg ມື້ທຳອິດຄັ້ງດຽວ ຕໍ່ມາໃຫ້ກີນ 250 mg/ມື້ ວັນ
ຫຼື ໃຫ້ກີນ clarithromycin 250-500 mg 2 ຄັ້ງ/ມື້ 10 ວັນ  ຫຼື
-       ໃຫ້ fluoroquinolone: ກີນ levofloxacin 500 mg/ມື້ 7-10 ວັນ (ຫຼືໃຫ້ 750 mg  5 ວັນ), ຫ້າມໃຫ້ fluoroquinolone ເປັນໄລຍະຍາວ 3-6 ເດືອນ  ຫຼື
-       ໃຫ້ກູ່ມ b-LACTAMS : ກີນ amoxicillin 1 g 3 ຄັ້ງ/ມື້ຫຼື amoxicillin clavulanate 2 g 3 ຄັ້ງ/ມື້ ຫຼື ໃຫ້ ceftriaxone 1–2 g IV /ມື້ + macrolide. ຫຼື
-       ຖ້າສົງໃສຕິດເຊື້ອ anaerobic ອີກ ໃຫ້ຢາຕ້ານເຊື້ອທີ່ສາມາດກວມໄດ້ເຊັ່ນ: ໃຫ້ກີນ clindamycin 150 ຫາ 450 mg q6h ຫຼືໃຫ້ 600-900 mg IV q8h ຫຼື ໃຫ້ metronidazole 500 mg ກີນ/IV  2 ຄັ້ງ ຫຼື 3 ຄັ້ງ/ມື້.
·         ສຳລັບ NOSOCOMIAL PNEUMONIA
-       ໃຫ້ ANTI-PSEUDOMONAL : ceftazidime, cefepime, meropenem, ciprofloxacin, aminoglycosides, piperacillin tazobactam
·         ສຳລັບ ASPIRATION PNEUMONIA
·         ໃຫ້ clindamycin 600 mg IV 2 ຄັ້ງ/ມື້ ຖ້າເມື່ອອາການດີຂື້ນແມ່ນປ່ຽນມາເປັນຢາກີນ 300 mg ກີນ 4 ຄັ້ງ/ມື້ ອາເພີ່ມຕົວຢາ cefotaxime ປົວກວມທັງເຊື້ອ Gram positive ແລະ Gram negative.

ຄົນເຈັບນອນ

-       ໃຫ້  fluoroquinolone levofloxacin 750 mg ກີນ ຫຼື IV /ມື້. ຫຼື
-       ໃຫ້ beta-lactam : cefotaxime 1–2 g IV q8h, ຫຼື ceftriaxone 1–2  IV/ມື້, ampicillin 1–2 g IV q4–6h ຫຼື  ertapenem 1 g IV /ມື້  
ບວກກັບ
macrolide: ກີນ clarithromycin 250-500 mg 2 ຄັ້ງ/ມື້ ຫຼື azithromycin 500 mg 250 mg/ມື້ ຫຼື IV azithromycin 1 g /ມື້ ມື້ທຳອີດ ຕໍ່ມາໃຫ້ 500 mg /ມື້.
  
ຄົນເຈັບນອນ ມໍລະສຸມ.
-       ໃຫ້ beta-lactam: cefotaxime 1–2 g IV q8h) ຫຼື ceftriaxone 2 g IV/ມື້, ampicillin-sulbactam 2 g IV q8h  
ບວກກັບ
-       azithromycin 1 g /ມື້ ມື້ທຳອີດ ຕໍ່ມາໃຫ້ 500 mg /ມື້ ຫຼື levofloxacin 750 mg IV /ມື້.

v  ການປົວໂດຍການບໍ່ໃຊ້ຢາຕ້ານເຊື້ອ.
-       ສັກຢາປ້ອງກັນ: influenza vaccine
-       ສັກຢາປ້ອງກັນ: pneumococcal vaccine
-       ບຳບັດປອດ( CHEST PHYSIOTHERAPY)

6.   Corticosteroids
ການໃຫ້ corticosteroids ແມ່ນພິຈາລະນາໃນກໍລະນີ hypotension ຈາກ septic shock

7.   ການປະເມີນການປີ່ນປົວດ້ວຍການໃຫ້ຢາຕ້ານເຊື້ອໃນປອດອັກເສບຈາກເຊື້ອ bacteria
ຖ້າການໃຫ້ຢາຕ້ານເຊື້ອຖືກແມ່ນອາການຂອງຄົນເຈັບຈະດີຂື້ນພາຍໃນ 48-72 ຊົ່ວໂມງ.
ອາການໄອຈະດີຂື້ນພາຍໃນ ວັນ, ສຽງ crackles ຈະຫາຍໄປພາຍໃນ 3 ອາທິດ, ລັງສີປອດຈະກັບຄືນ ແຈ້ງດີພາຍໃນ 4 ອາທິດ. ຖ້າຄົນເຈັບອາຍຸ ສູງກວ່າ 50 ປີຂື້ນໄປ ແມ່ນລັງສີປອດຈະກັບຄືນສູ່ປົກກະຕິພາຍ ໃນ 12 ອາທິດ ຫຼື ດົນກວ່ານັ້ນ.
ຖ້າອາການຂອງຄົນເຈັບບໍ່ດີຂື້ນພາຍໃນ 72 ຊົ່ວໂມງ ຫຼື ຍັງຮຸນແຮງຂື້ນ, ສະແດງວ່າຢາບໍ່ຖືກກັບເຊື້ອ ແລ້ວ ຫຼື ເຊື້ອມີການຕ້ານຕໍ່ຢາ.
ສີ່ງທີຄວນຄຳນືງເວລາທີ່ໃຫ້ຢາເຂົ້າໄປແລ້ວແຕ່ຄົນເຈັບບໍ່ດີຂື້ນແມ່ນ: ອາດຈະພາໃຫ້ມີອາການສົນອີກ (  empyema ຫຼື ມີການ abscess), ນອກຈາກນີ້ໃຫ້ຄວນຄຳນືງເຖີງສາຍເຫດຈາກ noninfectious ເຊັ່ນ: malignancies, inflammatory conditions ຫຼື congestive heart failure. ຄວນຊອກ ຫາຊ່ອງທາງອື່ນເພື່ອຊອກຫາສາຍເຫດທີ່ແທ້ຈີງເຊັ່ນ: CTbronchoscopy ຫຼື lung biopsy.

8.   ສາຍເຫດຂອງການກັບມາເປັນປອດອັກເສບຄືນ.
v  ຈາກພະຍາດພາໃຫ້ລະບົບພຸມຄຸ້ມກັນຕົກຕ່ຳ (IMMUNOCOMPROMISED)
ມີ SADDIST:  Suppressants (steroids, chemotherapy, transplant medications,
alcohol), AIDS, Diabetics, Decreased nutrition,
Immunoglobulin (hypogammaglobulinemia), Solid organ failure (renal, liver, splenectomy), Tumors.
v  ຈາກພະຍາດຂອງປອດເອງ: ຫຼອດປອດຢືດ(bronchiectasis), COPD, cystic fibrosis,
ການຜີດປົກກະຕິຂອງໂຄງສ້າງປອດ.
v  ຈາກລະບົບລະລາຍ: ມີການສະໝັກ.

9.   ຟີໃນປອດ (LUNG ABSCESS)
-       ສາເຫດຈາກເຊື້ອ anaerobes (Peptostreptococcus, Prevotella, Bacteroides, Fusobacterium),
-       ຈາກ Gram positive (S.milleri, microaerophilic streptococcus, S. aureus),
-       ຈາກ Gram negative (Klebsiella, Haemophilus, Legionella).
ການປີ່ນປົວ:  ໃຫ້ clindamycin ຈົນວ່າເຮັດລັງສີຈະບໍ່ເຫັນຫຍັງ ແລະ ອາການຂອງຄົນເຈັບຄົງທີ່( ປົກກະຕິຈະໃຊ້ເວລາເປັນອາທິດ ຫາ ເປັນເດືອນ ຈີ່ງຈະດີ. ໂດຍບໍ່ຕ້ອງການທີ່ຈະລະບາຍ. ຖ້າວ່າມີ ອາການສົນຈາກ abscess ແມ່ນຄວນຄໍານືງຫາຫານຜ່າຕັດລະບາຍ.