ພວກເຮົາສູ້ໄປດ້ວຍກັນ

Monday, July 14, 2014

ພະ​ຍາດ​ຂໍ້​


ພະຍາດຂໍ້

  
ພະຍາດຂໍ້
ເມື່ອມີການເຈັບຂໍ້ຂື້ນມາແລ້ວພວກເຮົາສາມາດຄີດໄດ້ຫລາຍພະຍາດທີ່ເກີດກັບຂໍ້ໄດ້ເຊັ້່ນ:
·         ພະຍາດ gout (ສັບເວົ້າທົ່ວໄປແມ່ນໂລກປະດົງຂໍ້)
·         ພະຍາດ Rheumatoid arthritis (ສັບເວົ້າທົ່ວໄປແມ່ນໂລກປະດົງເສັ້ນ)
·         ພະຍາດ osteoarthritis (ພະຍາດຂໍ້ເຊື່ອມ)
·         septic arthritis (ພະຍາດຂໍ້ອັກເສບຈາກການຕິດເຊື້ອ)
·         ແລະ ອີກພະຍາດອື່ນໆ.

1.   ພະຍາດ gout (ສັບເວົ້າທົ່ວໄປແມ່ນໂລກປະດົງຂໍ້)
ສາຍເຫດ ແລະ ກົນໄກການເປັນພະຍາດ: ແມ່ນເກີດຈາກການທີມີ uric acid ຫລາຍ ຈົນເຫນືອຄວາມສາມາດຂັບຖ່າຍ ອອກຂອງຮ່າງກາຍ. ສະນັ້ນຖ້າມີ ທາດ Uric acid ໃນເລືອດມາດົນນານ (prolonged hyperuricemia) ແລ້ວພາໃຫ້ມີການສະສົມ(ຕົກຕະ ກອນ)ທາດ Monosodium urate ໃນຈີວະຂອງຂໍ້ແລ້ວພາໃຫ້ມີການນີບຕໍ່ປະສາດສ່ວນ ປາຍທີມາລ້ຽງຂໍ້ກະດຸກນັ້ນ ອັນຈີ່ງພາໃຫ້ມີ ການອັກເສບເກີດຂື້ນ ແລະ ເຈັບຮຸນແຮງ. ນອກຈາກນັ້ນບັງມີໂອກາດພາ ໃຫ້ໄປຕົກຕະກອນກໍ່ໃຫ້ ເປັນກ້ອນນີ້ວໃນ ໄຂ່ຫລັງ ຫຼື ເສັ້ນທາງເດີນນ້ຳຍ່ຽວໄດ້.
ປົກກະຕິຮ່າງກາຍສາມາດມີການຂັບທາດ uric acid ໃນຮ່າງກາຍອອກຈາກຮ່າງກາຍໂດບຜ່ານທາງນ້ຳຍ່ຽວເມື່ອມີ ການຜີດປົກກະຕິຂອງການຂັບຖ່າຍ ຫຼື ການໄດ້ຮັບຫຼາຍເກີນຄວາມສາມາດຂອງການຂັບຖ່າຍເປັນເວລາດົນນານ ຈະພາໃຫ້ເກີດເປັນພະຍາດໄດ້ ດັ່ງທີເວົ້າມາຂ້າງເທີງນັ້ນ.
(Uric acid ແມ່ນມາຈາກ ການໄດ້ຮັບທາດ purine ເຂົ້າໃນໃນຮ່າງກາຍຫຼາຍ)
ອາຫານທີ່ມີທາດ purine ມີ:
  • ດື່ມເຫຼົ້າ ຫຼື Beer ຢ່າງຕໍເນື່ອງ, ສັດປ່າ, ອາຫານທະເລ ແລະ ເຄື່ອງໃນສັດ: ຕັບ, ໄຂ່ຫຼັງ, ສະຫມອງ           ( ຫລາຍທີສຸດ)
  •  ນອກນັ້ນຍັງມີພືດທີມີ purine ແຕ່ປະລິມານນ້ອຍລົງເຊັ່ນ: ເນື້ອສັດຕ່າງໆ, ພືດຜັກ, ໜໍ່ໄມ້ຕ່າງໆ (ຮອງລົງມາ)
ລະບາດວິທະຍາ
ພົບໃນເພດຊາຍຫລາຍກວ່າເພດຍີງ ເຖີງ ​4:1 ​ສ່ວນຫລາຍໃນອາຍຸ 30-50 ປີ ພົບ 5 ຄົນໃນ 1000 ຄົນ. ແຕ່ມີອັດຕາການເພີ່ມຂື້ນເລື້ອຍໆ.
ອາການຂອງໂລກ gout (ປະດົງຂໍ້):
-       ຈະເລີ່ມເປັນພຽງ 1 ຂໍ້ເທົ່ານັ້ນ ຖ້າເລີ່ມເປັນຊ້ຳເຮື້ອຈື່ງຈະເປັນ 1 ຫລື 2 ຂໍ້ຕື່ມ.
-       ພົບເລື້ອຍແມ່ນຂໍ້ຂາ ຫຼື ນີ້ວຕີນ ຫຼື ອາດເປັນຂໍ້ອື່ນຂອງຮ່າງການກໍເປັນໄດ້
-       ຈະມີອາການປວດຮຸນແຮງຫຼາຍ (ເຈັບ,ຮ້ອນ,ໄຄ່,ແດງ)ໃນ 1 ຫາ 2 ວັນ ຫຼື ເປັນອາທິດ ຈື່ງຄ່ອຍທຸເລົາລົງ.
-       ການເຈັບເກີດຂື້ນອາດເກີດຂື້ນເອງ ຫຼື ໄດ້ຮັບປັດໃຈຊູກຍູ້ແລ້ວຈະພາໃຫ້ເຈັບເຊັ່ນ: ກະທົບ, ດື່ມເຫຼົ້າ, ກີນອາຫານທີ່ມີທາດ Purine ສຸງ, ການປ່ຽນແປງອຸນນະພຸມ, ກີນຢາໄລ່ຍ່ຽວ.
-       ຖ້າເປັນຊ້ຳເຮື້ອໂຄງສ້າງຂອງຂໍ້ຈະມີການປ່ຽນແປງເຊັ່ນ: ຂໍ້ຈະໃຫຍຂື້ນເນື່ອງຈາກມີການສະສົມທາດ uric acid ຫລາຍໃນເວລາທີຍາວນານ
ການປີ່ນປົວ:
1.   ເຈັບແຮງ ໃຫ້ຢາແກ້ເຈັບ: paracetamol ຫຼື diclofenac (voltaren)
v  ຢາ diclofenac (voltaren) ແມ່ນຢາອອກລີດຕ້ານການອັກເສບ, ແກ້ປວດ.
ຜົນເສຍ: ຖ້າໃຊ້ຫຼາຍເປັນເວລາຍາວນານແມ່ນຈະມີໂອພາໃຫ້ເປັນ: ກະເພາະອັກເສບ, ກະເພາະຊອດ, ລຳໃສ້ຊອດ, ໄຂ່ຫຼັງອັກເສບ, ໄຂ່ຫຼັງເປ່ແພ, ທໍາລາຍຫນ້າທີການຂອງເມັດເລືອດ ນ້ອຍເຮັດໃຫ້ ເລືອດມີການໄຫລງ່າຍ.
v  Paracetamol ແມ່ນຢາອອກລິດແກ້ປວດ ແລະ ຢາແກ້ໄຂ້
ຜົນເສຍ: ແມ່ນຈະພາໃຫ້ມີການກົດການເຮັດວຽກຂອງຕັບ ແລ້ວ ພາໃຫ້ເປັນຕັບແຂງ, ຕັບວາຍໄດ້.

2.   ຫຼີກລຽງປັດໃຈຊຸກຍູ້: ແມ່ນຄວນໃຫ້ສຸຂະສືກສາໃຫ້ຄົນເຈັບເຂົ້າໃຈກ່ຽວກັບພະຍາດແລ້ວໃຫ້ຄົນເຈັບ ປະຕິບັດເອງ.
3.   ໃຫ້ຢາລົດ uric acid( ການໃຊ້ຢານີ້ຕ້ອງໄດ້ຮັບການກວດກາຈາກທ່ານໝໍຢ່າງລະອຽດແລ້ວຈື່ງວາງຢາໃຫ້ກີນ)


2.  ພະຍາດ Rheumatoid arthritis (ສັບເວົ້າທົ່ວໄປແມ່ນໂລກປະດົງເສັ້ນ)
ພະຍາດນີ້ແມ່ນເກິດຈາກການຜີດປົກກະຕິຂອງລະບົບພຸມຄຸ້ມກັນຂອງຮ່າງກາຍເຊີ່ງສາຍເຫດຈີງຍັງບໍ່ຮູ້ແນ່ນແນອນ.
ອາການ: ຖ້າມີ ຢ່າງນ້ອຍ 4 ຢ່າງໃນ 7 ສະແດງວ່າແມ່ນພະຍາດນີ້:
1.     ຟືດຂໍ້ຍາມເຊົ້າ > 2 ຊົ່ວໂມງຂື້ນໄປ ເປັນເປັນຫາຍ > 6 ອາທີດ
2.    ເປັນ > 3 ຂໍ້ຂື້ນໄປ > 6 ອາທີດ
3.    ບວມຢູ່ກົກນີ້ວມື 2 ເບື້ອງ, ຂໍ້ແຂນ, ຂໍ້ຂາ > 6 ອາທີດ
4.    ອັກເສບ 2 ເບື້ອງພ້ອມກັນ
5.    ນີ້ວມືນີ້ວຕີນປ່ຽນຮູບຊົງ( ບາງ, ຄົດ, ຜ່ອຍ)
6.    ມີປຸ່ມຕາມນີ້ວມືນີ້ຕີນ
7.    ກວດວິເຄາະ RH(+)

·         ຄ່ອຍເປັນຄ່ອຍໄປ, ຈະເລີ່ມຕົ້ນດ້ວຍອາການອ່ອນເພຍ, ເບື່ອອາຫານ, ປວດກ້າມຊີ້ນ ແລະ ກະດຸກ.
·         ເປັນແບບໄວວາເປັນແບບອັກເສບ 2 ເບື້ອງພ້ອມກັນ ຖ້າເປັນຢູ່ຂໍ້ແມ່ນອາດເປັນຫລາຍຂໍ້ບາດດຽວ, ອາມີອາການທາງລະບົບຫົວໃຈ, ຫາຍໃຈ, ເສັ້ນເລືອດພ້ອມນຳ...
ການປີ່ນປົວບົວລະບັດ:
1.     ໃຫ້ຄົນເຈັບຮູ້ເຂົ້າໃຈວິວັດຂອງພະຍາດ ແມ່ນສຳຄັນກວ່າການໃຫ້ຢາ
2.    ໃຫ້ຜັກຜ່ອນໃຫ້ເໝາະສົມກັບການໃຊ້ຂ້ຳຕ່າງໆ
3.    ຫ້າມໃຊ້ຂໍ້ຍົກນ້ຳໜັກແຮງຫຼາຍເກີນໄປ
4.    ໃຫ້ຢາແກ້ປວດ ແລະ ຢາ ຕ້ານການອັກເສບ

3.  ພະຍາດ osteoarthritis (ພະຍາດຂໍ້ເຊື່ອມ)
ແມ່ນພະຍາດທີເກີດຂື້ນໃນຄົນອາຍຸສຸງ ສ່ວນຫລາຍເກີດກັບຄົນໃຊ້ແຮງງານຫລາຍ້ຊັ່ນ: ຊາວໄຮ່, ຊາວນາ, ນັກກີລາ,ຄົນເປັນເບົາຫວານ, ພະຍາດເລືອດ (hemophilia).
ຂໍ້ທີເປັນແມ່ນມັກເປັນນຳຂໍ້ທີ່ຮັກແຮງນ້ຳໜັກເຊັ່ນ: ຂໍ້ກະດຸກສັນຫລັງ, ຂໍ້ກະໂພກ, ຂໍ້ຫົວເຂົ່າ, ຂໍ້ສົ້ນຕີນ, ຂໍ້ມື ຕາມມາ...
ອາການ:
·         ຈະມີອາການເຈັບເວລາທີມີການໃຊ້ແຮງງານຫນັກ, ຫຼື ຢູ່ລ້າໆກໍ່ເຈັບ
·         ເຈັບແມ່ນຈະບໍຮຸນແຮງ ພຽງເຈັບໃຫ້ຮູ້ສືກເຈັບ ຢູ່ຢາກ​ເຮັດວຽກກໍຢາກ.
·         ເຈັບເປັນຊ່່ວງບໍ່ເກີນ 30 ນາທີ
·         ອາດມີອາການມືນຂາ ຖ້າມີອາການເຈັບຂໍ້ກະດຸກສັນຫລັງ

ການປີ່ນປົວ:
1.     ໃຫ້ລົດການເຈັບ: ກໍຄືໃຫ້ຢາແກ້ເຈັບ( Paracetamol)
2.    ປ້ອງກັນການອັກເສບ(ຢາ diclofenac (voltaren)
3.    ປ້ອງກັນການເຊື່ອມຂອງຂໍ້ບໍ່ໃຫ້ມີການເພີ່ມອີກກໍຄືການກໍຄືວ່າຈະບໍມີການຫາຍຂາດໄດ້, ຕ້ອງໃຊ້ຂໍ້ໃຫ້ເໝາະສົມກັນວຽກງານຕ່າງໆ ຫ້າມນັ່ງຢ່ອງຢໍ້, ຫ້າມພັບຂາແຮງເກີນ, ຫ້າມນັ່ງແບບຄຸກເຂົ່າ.
           
4.  septic arthritis (ພະຍາດຂໍ້ອັກເສບຈາກການຕິດເຊື້ອ)
ແມ່ນການການທີ່ໄດ້ຮັບເຊື້ອພະຍາດເຂົ້າໄປໃນຂໍ້ໂດຍກົງພາໃຫ້ມີການອັກເສບຂື້ນ
ເຊື້ອພະຍາດທີ່ເຂົ້າໄປແມ່ນ: bacteria, virus, ເຊື້ອເຮັດ...ຖ້າບໍ່ໄດ້ຮັບການປີ່ນປົວທັນເວລາອາພາໃຫ້ຂໍ້ເສຍຫນ້າທີ່ ຢ່າຖາວອນໄດ້ ຫຼື ອາດເຖີງແກ່ຄວາມຕາຍໄດ້.
ອາການ:
·        ຈະມີໄຂ້ສຸງ, ໄຂ້ໜາວສັ່ນ + ຂໍ້ມີການເຈັບແຮງກະທັນຫັນຈົນເຫນັງບໍ່ໄດ້
·        ສ່ວນຫຼາຍຈະເປັນແຕ່ຂໍ້ດຽວ ຫຼື ອາດເປັນຫລາຍຂໍ້
·        ຂໍ້ໄຄ່, ບວມ, ແດງ, ຮ້ອນ ກະທັນຫັນ
ການປີ່ນປົວ:
1.     ໃຫ້ຢາຕ້ານເຊື້ອທີ່ເໝາະສົມກັບແຕ່ລະເຊື້ອພະຍາດ( ຊັກທາງເສັ້ນເລືອດ, ຫລື ຊັກທາງກ້າມຊີ້ນ ຢ່າງນ້ອຍ 1 ອາທິດ)
2.    ລະບາຍໜອງ ຖ້າມີໜອງ

3.    ຟື້ນຟູໜ້າທີ່ຂອງຂໍ້( ໃຫ້ເຮັດຢ່າງເປັນຂັ້ນຕອນເພື່ອປ້ອງກັນການຫ່ຽວລີບຂອງກ້າມຊີ້ນ ແລະ ປ້ອງກັນພາວະຂໍ້ຕີດ)