ພະຍາດຖອກທ້ອງ (Diarrhea)
1.
ນິຍາມ
·
ຖອກທ້ອງຮຸນແຮງກະທັນຫັນ
( Acute diarrhea )
ແມ່ນຖ່າຍອາຈົມເປັນນໍ້າຫລາຍກວ່າ 3 ເທື່ອ ຂື້ນໄປ ໄລຍະລົດ 14 ມື້ລົງມາ.
·
ຖອກທ້ອງແກ່ບາວ
(Perstenant diarrhea) ແມ່ນຖ່າຍອາຈົມເປັນນໍ້າ
ກາຍ 14 ວັນຂື້ນໄປ
·
ຖອກທ້ອງຊ້ຳເຮື້ອ
( Chronic diarrhea )
ສະນັ້ນເຮົາຈະມາເວົ້າເຖີງການຖອກທ້ອງກະທັນເປັນສ່ວນຫລາຍ
2.
ສາເຫດ
ສ່ວນຫລາຍແລ້ວພະຍາດຖອກທ້ອງເກີດຈາກການຕິດເຊື້ອ (Gastro enteritis original infection) ໂດຍການຕິດເຊື້ອນຳອາຫານ ແລະ ນໍ້າ
ຜ່ານທາງປາກ
ເຊື້ອພະຍາດທີ່ເປັນສາເຫດ:
ü ເຊື້ອຈຸລະໂລກ(Virus)
ü ເຊື້ອຈຸລີນຊີ (Bacteria)
ü ເຊື້ອກາຟາກ (Parasites)
ü ເຊື້ອ Champignons
ເຊື້ອຈຸລະໂລກ
(Virus)
|
·
Rotavirus
·
Norwalk virus
·
Astro virus
·
Adeno virus
|
ເຊື້ອຈຸລີນຊີ
(Bacteria)
|
·
E.coli enteropathogen
·
Salmonella sp (ເຊື້ອທີ້ພາໃຫ້ເປັນໄຂ້ທໍລະຜິດ typhoid fever)
·
Shigella sp
·
Yersinia
·
Campylobacter sp
·
Staphylococcus aureus
·
Clostridium perfringens
·
Bacillus cereus
·
Vibrio sp (ເຊື້ອອະຮິວາ)
·
Aeromonas sp
·
Plesiomonas sp
|
ເຊື້ອ Champignons
|
·
Candida albicans
·
Blastocystis hominis
|
ເຊື້ອກາຟາກ
(Parasites)
|
·
Entamoeba histolytic
·
Giardia lamblia
·
Cryptosporidium parvum
·
Isospora belli
·
Microsporidium sp
·
Cyclospora cayatanensis
·
Strongloidosis stercoralis
·
Schitosoma sp
·
Trichinella spiralis
|
3.
ຫມວດອາການຂອງພະຍາດຖອກທ້ອງມີ
3 ອາການຫລັກຄື:
ü ຫມວດອາການເສຍນ້ຳ
ü ຫມວດອາການບິດ
ü ຫມວດອາການເສຍນ້ຳ ແລະ ອາການບິດປະສົມກັນ
ຫມວດອາການເສຍນ້ຳ
ເຊື້ອພະຍາດທີ່ພາໃຫ້ມີການເສຍນ້ຳ
ແຕ່ລຳໃສ້ບໍ່ຖືກແຕ່ຕ້ອງຫຍັງທັງຫມົດ, ບໍ່ພົບຍາດແຜ ແລະ ບໍ່ພົບອາການຊືມເຊື້ອ ເລືອດ.
ເຊີ່ງມີເຊື້ອດັ່ງນີ້:
·
Escherichia coli
enterotoxinogen (E.coli)
·
Vibrio cholerea (ພະຍາດອະຫິວາ)
·
Staphylococcus aureus
ຫມວດອາການບິດ
ກຸມນີ້ຈະມີອາການເຈັບ,
ບິດ, ປັ້ນ, ຫມີໄຂ້ ຍ້ອນວ່າເຊື້ອ bacteria ເຂົ້າມາຮຸກຮານຈຸລັງຂອງລຳໃສ້ => ເຮັດໃຫ້ ລຳ ໃສ້ມີບາດແຜ =>ມີການອັກເສບລຳໃສ້ຮຸນແຮງ => ພາໃຫ້ອາຈົມມີມຸກແກມເລືອດອອກມາ
ຖ້າບໍ່ປົວເຊື້ອຈະສາມາດ ເຂົ້າສູ່ກະແສເລືອດໄດ້ແລ້ວພາໃຫ້ມີການຊືມເຊື້ອເລືອດ.
ບັນດາເຊື້ອທີ່ພາໃຫ້ມີອາການ
ບິດ ນີ້ແມ່ນ:
·
ເຊື້ອ shigelles (ພະຍາດ shigellosis, bacillosis gram (-)
·
ເຊື້ອ Salmonellosis ຈາກ 3 ກຸ່ມຄື:
-
Serotype enteridis
-
Serotype cholerea
-
Serotype typhi ພາໃຫ້ເປັນພະຍາດໄຂ້ທໍລະຜິດ(Typhoid fever)
·
ເຊື້ອ Yersinosis
·
ເຊື້ອ Campylobacter
·
ເຊື້ອ Enterocolite parasite (ເກີດຈາກແມ່ກາຟາກ)
-
Protozoir: giardia lamblia
-
Isospora belli
-
Cryptosporidium
·
ເຊື້ອ clostridium difficil germs enterotoxinogenes
·
ເກີດຈາກສະພາບພິເສດຄືການໃຊ້ຢາ
ຫມວດອາການເສຍນ້ຳ ແລະ ອາການບິດປະສົມກັນ:
ນີ້ແມ່ນໃນກໍລະນີມີການຕິດເຊື້ອ2
ຊະນິດຂື້ນໄປແລ້ວຈື່ງເກີດມີຫບານອາການນຳກັນ.
4.
ຄວາມຮຸນແຮງຂອງພະຍາດຖອກທ້ອງ
ແມ່ນຂື້ນກັບ
ü ຄວາມສາມາດປ້ອງກັນຕົວຂອງຮ່າງກາຍຄົນເຮົາ
ü ຈຳນວນເຊື້ອ ແລະ ການບຸກລຸກຂອງເຊື້ອພະຍາດ
·
ການສາມາດປ້ອງກັນຕົວຂອງຮ່າງກາຍ:
-
ກົດຂອງກະເພາະ:
ຢູ່ໃນກະເພາະຈະມີນ້ຳກົດເປັນບ່ອນຈຳກັດພະຍາດ. ຖ້າກີນຢາລົດກົດເປັນປະຈຳອາດ ສ່ຽງຕໍ່ການ ເປັນພະຍາດຖອກທ້ອງ.
-
ການເຄື່ອນເຫນັວຂອງລຳໃສ້:
ປົກກະຕິແລ້ວລຳໃສ້ຈະມີການເຄື່ອນເຮັດໃຫ້ເຊື້ອພະຍາດຕ່າງໆຖ່າຍອອກ
-
ພຸມຄຸ້ມກັນຂອງຮ່າງກາຍ:
ໃນຮ່າງກາຍຈະຜະລິດທາດກາຍຕ້ານມາຕ້ານຕໍ່ເຊື້ອພະຍາດ ໂດຍສະເພາະຜະ ລິດ Immunoglobuline A (IgA)
·
ຈຳນວນເຊື້ອ
ແລະ ການບຸກລຸກຂອງເຊື້ອພະຍາດ
-
ຖ້າກີນເຊື້ອເຂົ້າໄປຫລາຍ
ແລະ ຖືເຊື້ອທີ່ຮ້າຍແຮງກໍ່ພາໃຫ້ເກີດພະຍາດໄວ
5.
ສະລີລະວິທະຍາພະຍາດຖອກທ້ອງ ( pathophysiology)
·
ອະທິບາຍຫມວດອາການເສຍນ້ຳ
ເປັນຫຍັງຈື່ງເສຍນ້ຳ?(ພະຍາດອະຫິວາ)
ແມ່ນຖອກທ້ອງປະເພດມີການວຸ້ນວາຍໃນການດຸດຊືມ (diarrhea secretory)
ຍ້ອນວ່າເຊື້ອຈະເຂົ້າໄປຢູ່ໃນລຳໃສ້ ແລ້ວປ່ອຍສານຜິດຊະນິດ Enterotoxin ອອກມາແລ້ວໄປກະຕຸ້ນໃຫ້
ຈຸລັງຜະຫນັງລຳໃສ້ດ້ານໃນ (epithelium cell) ຂັບຍ່ອຍທາດເກືອແຮ່
ແລະ ນ້ຳອອກມາໂດຍບໍ່ມີການທຳ ລາຍຈຸລັງ epithelium ເລີຍ.
ສະນັ້ນການຖອກທ້ອງຊະນິດນີ້ຈື່ງພາໃຫ້ຄົນເຈັບມີການເສຍນ້ຳຮຸນແຮງ ເຖີງ ຂັ້ນຂາດນ້ຳໄວ ແລະ ຕາຍໄດ້.
·
ອະທິບາຍຫມວດອາການທ້ອງເຈັບ
ບິດ,ມີໄຂ້ ແລະ ມີມຸກໃນອາຈົມ( ພະຍາດທ້ອງບິດ)
ແມ່ນຖອກທ້ອງປະເພດມີການຮຸກຮານໃນຈຸລັງລຳໃສ້( diarrhea invasive)
ເມື່ອເຊື້ອເຂົ້າໄປຮອດໃນລຳໃສ້
ເຊື້ອກໍ່ຈະເຂົ້າໄປຮຸກຮານຈຸລັງຂອງລຳໃສ້ໂດຍກົງ ແລ້ວ ມັນກໍ່ຈະງັດ ເຈາະ ເຂົ້າໄປໃນຊັ້ນເຫຍື່ອເມືອກ
ເມື່ອເຊື້ອເຂົ້າຮອດຊັ້ນເຫຍື່ອເມືອກແລ້ວກໍ່ຈະປ່ອຍສານຜິດຊະນິດ cytotoxin ອອກມາທຳປະຕິກິລິຍາອັກເສບຕໍ່ຈຸລັງເຫຍື້ອເມືອກຂອງລຳໃສ້ດັ່ງກ່າວ.
ເມື່ອມີການອັກເສບກໍ່ຈະມີໄຂ້, ອັກເສບແລ້ວກໍຈະມີເລືອດໄຫລອອກ ແລ້ວ
ຈີ່ງອອກມານຳອາຈົມຈຶ່ງເປັນມຸກໃນອາຈົມ, ອັກເສບກໍມີການ
ເຈັບ ແລ້ວຈີ່ງກະຕຸ້ນໃຫ້ລຳໃສ້ມີ ການປັ້ນບິດ
·
ອະທິບາຍຫມວດອາການເສຍນ້ຳ
ແລະ ອາການບິດປະສົມກັນ
ນີ້ກໍ່ຍ້ອນຕິດເຊື້ອພະຍາດທ້ອງບິດ + ພະຍາດອະຫິວານຳກັນ ຫຼື
ວ່າຕິດເຊື້ອຕົວດຽວສາມາດເກີດທັງ 2 ຫວດ ອາການກໍ່ໄດ້ເຊັ່ນ: ເຊື້ອ ໄຂ້ທໍລະຜິດ (salmonella
sp),yersinia enterocolitica…..
6.
ການບົ່ງມະຕິ
ແລະ ການປະເມີນຄົນເຈັບ
ການບົ່ງມະຕິແມ່ນຕ້ອງເລີ່ມຈາກການສອບຖາມປະຫວັດຄົນເຈັບ, ກວດ
ແລະ ປະເມີນຄົນເຈັບ
6.1 ຊັກຖາມປະຫວັດ ແລະ ກວດຄົນເຈັບ
-
ຖອກທ້ອງໄດ້ຈັກມື້ແລ້ວ?
-
ຖ່າຍມື້ຫນື່ງຈັກເທືອ?
ອາຈົມຫາຍປານໃດ?
-
ອາຈົມເປັນລັກຊະນະແນວໃດ
(ມີເລືອດມຸກບໍ?)
-
ມີຮາກບໍ?
ຖ້າຮາກແມ່ນຮາກລັກຊະນະແນວໃດ ?
-
ຫິວນ້ຳບໍ?
-
ຍ່ຽວບໍ?
-
ກີນອາຫານຫຍັງແດ່?
ກ່ອນຖອກທ້ອງ
-
ມີຄົນໃກ້ຄຽງຖອກທ້ອງແດບໍ?
-
ເວລາຖອກທ້ອງໄດ້ຂະລຳຫຍັງແດ?
-
ເຈັບລັກຊະນະແບບໃດ?
ສັງເກດ:
-
ສະພາບທົ່ວໄປ,
ສະພາບສະຕິ, ກະວົນກະວາຍ? ຫົນຫວຍ?ງ້ວງຊືມ?ອິດເມື່ອຍ? ເສຍສະຕິ?
-
ຕາໂກນ( tho muag)?
-
ເວລາໃຫ້ມີນ້ຳຕາບໍ?
-
ປາກລີ້ນຊຸ່ມ
ຫຼື ແຫ້ງ
-
ເດັກສາມາດດື່ມນ້ຳເປັນປົກກະຕິ,
ດື່ມແບບຟ້າວຟັ່ງ ຫຼືດື່ມບໍ່ໄດ້
-
ອ່ອນເພຍ
-
ສັງເກດລັກຊະນະຂອງອາຈົມ:
ເປັນມຸກບໍເລືອດບໍ?
ລູບຄຳ:
-
ຈັບຫນັງຫນັາທ້ອງຂອງ(ເດັກ)ດືງຂື້ນແລ້ວປ່ອຍ
ຈະເຫັນຄູຜີວຫນັງໄມໄວ, ຊ້າ, ຊ້າຫລາຍ. ຖ້າຊ້າຫຼາຍ ກວ່າ 2 ວິນາທີແມ່ນມີການເສຍນ້ຳຫລາຍ.
-
ຖ້າມີການກໍ່າແຫຼ້,
ມືຕີນເຢັນ, ກຳມະຈອນໄວ, ຄວາມດັນຕໍ່າ ຫຼື ເອົາອາການບໍ່ໄດ້ (hypovolemic chock )
ແມ່ນຄົນເຈັບຢູ່ໃນພາວະທີອັນຕະລາຍຈາກການເສຍນໍ້າ.
ການຈັດຂັ້ນຂອງການຂາດນ້ຳສະເພາະໃນເດັກ.
ຈຸດສັງເກດ
|
ທຳມະດາ
|
ປານກາງ
|
ຮຸນແຮງ
|
ການສັງເກດທົ່ວໄປ
|
ດີ, ວ່ອງໄວ
|
ສໍ້ແອ່ວຫົນຫວຍ***
|
ງ້ວງຊືມບໍ່ຮູ້ສະຕິ ***
|
ຕາ
|
ປົກກະຕິ
|
ໂກນ
|
ໂກນຫລາຍ ແລະ ແຫ້ງ
|
ຄວາມຫີວນ້ຳ
|
ດື່ມນ້ຳປົກກະຕິ ຫຼື ບໍ່ຫີວ
|
ຫີວນ້ຳຈະດື່ມແບບຟ້າວຟັ່ງ***
|
ດີື່ມນ້ຳຢາກ ຫຼື ດື່ມບໍ່ໄດເລີຍ ***
|
ຈັບຄູຜີວຫນັງ
|
ຄືນສະພາບໄວ
|
ຄືນສະພາບຊ້າ 1-2 ວິນາທີ***
|
ຄືນສະພາບຊ້າ > 2 ວິນາທີ ***
|
ການຕັດສີນ
|
ຄົນເຈັບບໍ່ມີການເສຍນ້ຳ
|
ຖ້າຄົນເຈັບມີອາການ ≥ 2
ຢ່າງ ບວກ ກັບ***ຢ່າງນ້ອນ 1 ອັນ
ເອີ້ນວ່າ: ມີບາງອາການຂາດນ້ຳ
|
ຖ້າຄົນເຈັບມີອາການ ≥ 2
ຢ່າງ ກັບ***ຢ່າງນ້ອນ
1 ອັນ
ເອີ້ນວ່າ: ຂາດນ້ຳຂັ້ນຮຸນແຮງ
|
ຫມາຍເຫດ: ***(ກາດາວ) ແມ່ນສັນຍານອາການຮ້າຍແຮງ.
ການຕີລາການເສຍນ້ຳກໍລະນີ.
ລະດັບຂັ້ນ
|
ການເສຍນ້ຳໂດຍສະເລ່ຍເປັນ % ຂອງ ນ້ຳຫນັກເດັກ
|
ອາການທາງ clinic
|
ທຳມະດາ
|
5%
|
ü ກວດຮ່າງກາຍປົກກະຕິ
ມີພຽງຫີວນ້ຳ
|
ປານກາງ
|
10%
|
ü
ເຫຍື່ອເມືອກຜົ້ງປາກແຫ້ງ
ü
ຂະມ່ອມລຸບ
ü
ເວລາເດັກໃຫ້ ຈະບໍມີນ້ຳຕາ
ü
ຕາໂກນ
ü ໜ່ວຍຕາອ່ອນເພຍ
|
ຮ້າຍແຮງ
ຕາຍກະທັນຫັນໄດ້
|
15%
|
ü ຄູຜີວຫນັງມາຍຊ້າ
ü ລີ້ນຫົດຫູ່
ü ກຽມ Chock ຍ້ອນຂາດນ້ຳ
ü ຜີວຫນັງກ່ຳຊໍ້າ
ü ການມາຍຄືນຂອງຜິວຫນັງຊັກຍ່ຽວນ້ອຍ (hypoperfusion
cerebrale)
ü ການມາຍຄືນຂອງຜີວຫນັງຊັກຊ້າ,
ຍ່ຽວຫນ້ອຍ(hypoperfusion renal)
ü Chock ຂາດນ້ຳ.
|
ການສັ່ງກວດ
-
ສັ່ງກວດ KOPA()
ກວດອາຈົມເພື່ອຊອກຫາພະຍາດແມ່ກາຟາກ
-
ກວດອາຈົມ
ຊອກຫາເມັດເລືອດຂາວໃນອາຈົມ
-
ກວດເລືອດ(CBC), ເບີ່ງເມັດເລືອດຂາວ(Leucocytes)ເພື່ອຈຳແນກວ່າມີການຖອກທ້ອງປະເພດໃດ?
-
ປຸກອາຈົມ(ເຮັດໃນບ່ອນມີເງື່ອນໄຂ)
ເພື່ອຊອກຫາເຊື້ອ.
ການຕີລາຄາຜົນວິເຄາະບວກກັບອາການທາງ
clinic ມາເປັນມະຕິພະຍາດ
ຖອກທ້ອງແບບມີການຮຸກຮານ
(invasive diarrhea)
|
|
ü ກວດເລືອດ( CBC): ເມັດເລືອດຂາວສູງ ເມັດເລືອດຂາວຊະນິດ
Neutrophil ສຸງ
ü ກວດອາຈົມ: ເລືອດຂາວ(+)
ü ຜົນກວດ KOPA (-)
ü ມີອາການທາງ Clinic (ຂ້າງເທີງ)
ສະແດງວ່າ ຖອກທ້ອງຈາກ ເຊື້ອ bacteria ໄປຮຸກຮານຈຸລັງລຳໃສ້ແລ້ວ
|
ü
ກວດເລືອດ( CBC):
ເມັດເລືອດຂາວສູງ ເມັດເລືອດຂາວຊະນິດ eosinophil ສຸງ
ü
ກວດອາຈົມ: ເລືອດຂາວ(+/-)
ü
ຜົນກວດ KOPA (+)
ü
ມີອາການທາງ Clinic
ສະແດງວ່າ
ຖອກທ້ອງຈາກ ເຊື້ອ ແມ່ນການຕິດເຊື້ອແມ່ກາຟາກຊະນີດຮຸກຮານ ໄປຮຸກຮານຈຸລັງລຳໃສ້ແລ້ວ
|
ຖອກທ້ອງແບບບໍ່ມີການຮຸກຮານ
ຫຼື ແບບວຸ້ນວາຍໃນການດຸດຊືມ
(diarrhea secretory)
|
ü ກວດເລືອດ( CBC): ເມັດເລືອດຂາວຈະຕ່ຳ
ü ກວດອາຈົມ: ເລືອດຂາວ(+/-)
ü ຜົນກວດ KOPA (-),
ຖ້າ(+) ແມ່ນມີເຊື້ອ ແມ່ກາຟາກ
ü ມີອາການທາງ Clinic (ຂ້າງເທີງ)
|
7.
ການປີ່ນປົວ
ການປົວແມ່ນປົວໄປຕາມກົນໄກຂອງພະຍາດອັນພາໃຫ້ມີຫມວດອາການທີ່ເວົ້າມາຂ້າງເທີງນັ້ນ
ü ຖ້າ
ມີຄົນເຈັບມາດ້ວຍອາການຂອງການເສຍນ້ຳແມ່ນເປົ້າຫມາຍປີ່ນປົວກໍຄືການທົດແທນນ້ຳ
ü ຖ້າມາດ້ວຍອາການທ້ອງບີດ ເຈັບ,ປັ້ນ,ໄຂ້,ມີມຸກໃນອາຈົມສະແດງວ່າມີການຕິດເຊື້ອໃນລຳໃສ້ແລ້ວຕ້ອງໃຫ້ຢາຕ້ານເຊື້ອ,
ແກ້ ໄຂ້, ແກ້ປັ້ນ....
ü ຖ້າມີ 2 ຢ່າງປົນກັນກໍໃຫ້ປົວແບບ 2 ຢ່າງຂ້າງເທີງໄປພ້ອມໆກັນ.
ເປົ້າຫມາຍຂອງການປີ່ນປົວພະຍາຖອກທ້ອງແມ່ນມີ 3 ຈຸດປະສົງລວມຄື:
v ເເກ້ໄຂ ຫລື ປ້ອງກັນອາການຂາດນ້ຳ
v ລຸດຜ່ອນປະລິມານ ແລະ ໄລຍະຂອງການຖອກທ້ອງ
v
ການຕ້່ານການຊືມເຊື້ອລະບົບລະລາຍ
ຈຸດປະສົງ 1 : ເເກ້ໄຂ ຫລື ປ້ອງກັນອາການຂາດນ້ຳ
Ø ໃນເດັກນ້ອຍ
1)
ການປີ່ນປົວກໍລະນີບໍ່ມີການຂາດນໍ້າ
(ແຜນ 1)
ແມ່ນການປີ່ນປົວແບບປະຄັບປະຄອງເພື່ອປ້ອງກັນການຂາດນ້ຳ,
ແນະນຳສີດສອນໃຫ້ພໍແມ່ ຜູ້ປົກຄອງຮູ້ຈັກປ້ອງກັນ ການຂາດນ້ຳ, ໃຫ້ດື່ທນ້ຳ ORS, ຢູ່ເຮືອນ, ນອກນັ້ນສາມາດດື່ມນ້ຳຕ້ົ້ມເຂົ້ຫນຽວ
ຫລື ເຂົ້າຈ້າວໃສ່ເເກືອ, ນ້ຳຫມາກພ້າວ, ນ້ຳສະອາດ
ປະລິມານນ້ຳທີ່ໃຫ້ພາຍຫລັງຖ່າຍເປັນນ້ຳ
ອາຍຸ
|
ເດັກ < 2 ປີ
|
ເດັກ 2-9 ປີ
|
ເດັກ > 10 ປີ
|
ປະລິມານເປັນ
ml
|
50-100 ml
|
100 – 200 ml
|
ໃຫ້ຫລາຍເທົ່າທີ່ໃຫ້ໄດ້
|
ປະລິມານຈອກ
|
1/4 - 1/2
|
½ - 1 ຈອກໃຫຍ່
|
ໃຫ້ຫລາຍເທົ່າທີ່ໃຫ້ໄດ້
|
ສັບລັບເດັກນ້ອຍແມ່ນສືບຕໍ່ໃຫ້ນົມແມ່,
ແນະນຳໃຫ້ກີນອາຫານຫລາຍເທື່ອເພື່ອປ້ອງກັນການຂາດອາຫານ. ຖ້າມີອາການບໍ່ດີຂື້ນໃນ 3 ວັນ
ຫລື ມີປະກົດການດັ່ງລ່ມນີ້:
ü ຖ່າຍເປັນນ້ຳຫລາຍເທື່ອ.
ü ຮາກຫລາຍເທື່ອ
ü ກີນດື່ມບໍ່ໄດ້
|
ü ມີໄຂ້
ü ມີເລືອດໃນອາຈົມ
|
ສ່ວນປະກອບຂອງໂອລາລິດ
(ORS) ໃຫ້ 1ຫໍ່ ຕໍ່ 1 ລິດ
Glucose anhydrous
|
20g
|
Sodium chrolide
|
3.5g
|
Trisodium citrate dehydrate
|
2.9
|
Potassium chloride
|
1.5g
|
2) ການປີ່ນປົວກໍລະນີຂາດນ້ຳປານກາງ (ແຜນ 2)
ຕ້ອງປົວເປັນ
2 ຕອນຄື: 4 ຊົ່ວໂມງທຳອິດ ແລະ ພາຍຫລັງ 4 ຊົ່ວໂມງ
o
ນ້ຳ ORS ທີ່ຕ້ອງໃຫ້ໃນ 4 ຊົ່ວໂມງທຳອິດ
ອາຍຸ
|
< 4 ເດືອນ
|
4 – 12 ເດືອນ
|
13 ເດືອນ - 2 ປີ
|
2 ປີ - 4ປີ
|
5ປີ - 14 ປີ
|
> 5ປີ
|
ນ້ຳຫນັກ
|
< 5 kg
|
5–7.9
kg
|
8–10
kg
|
11–15.9
kg
|
16
–29.9 kg
|
>30kg
|
ນ້ຳທີ່ຕ້ອງກີນ
ເປັນ (ml)
|
200-400
|
400-600
|
600-800
|
800-1200
|
1200-2200
|
2200-4000
|
o
ຫລັງ 4
ຊົ່ວໂມງທຳອິດແລ້ວໃຫ້ປະເມີນຄົນເຈັບອີກຄັ້ງ
-
ຖ້າບໍ່ມີອາການຂາດນ້ຳ=>ໃຫ້ໄປສືບຕໍ່ປົວຢູ່ເຮືອນໂດຍແນະນຳໃຫ້ຄົນເຈັບໄປດື່ມ
ORS ອີກ (ແຜນ 1)
-
ຖ້າຍັງພົບເຫັນອາການຂາດນ້ຳ=>ໃຫ້ປີ່ນປົວຄື 4 ຊົ່ວໂມງທຳອິດ ແລ້ວ
ປະເມີນອີກ (ແຜນ 2)
-
ຖ້າອາການຂາດນ້ຳຍີ່ງຮ້າຍແຮງຂື່ນຕື່ມ=> ໃຫ້ປີ່ນປົວຕາມ (ແຜນ 3)
3) ການປົວອາການທີ່ຂາດນ້ຳຮ້າຍແຮງ (ແຜນ 3)
-
ແມ່ນໃຫ້ນ້ຳທາງເສັນເລືອດໃນເດັກ
ແລະ ຜູ້ໃຫຍ່ ທີ່ຂາດນ້ຳຮ້າຍແຮງ
-
ເລີ່ມຕົ້ນໃຫ້ນ້ຳທາງເສັ້ນເລືອດທັນທີໂລດ,
ຖ້າຄົນເຈັບຍັງດື່ມໄດ້ ໃຫ້ຄົເຈັບດື່ມ ORS ໄປນຳ
-
ໃຫ້ນ້ຳທາງເສັ້ນເລືອດ
ແມ່ນ Ringer lactate 100ml/kg, ໃຫ້ໃນເດັກຫລືຜູ້ໃຫຍ່ທີ່ມີການຂາດນ້ຳທີ່
ຮ້າຍແຮງ.ຕ້ອງແບ່ງດັ່ງລຸ່ມນີ້:
ອາຍຸ
|
ເດັກ < 12 ເດືອນ
|
ເດັກໃຫຍ່ ແລະ ຜູ້ໃຫຍ່
|
ທຳອີດໃຫ້
30 ml
|
ໃຊ້ເວລາ 1 ຊົ່ວໂມງ
|
ໃຊ້ເວລາ 30 ນາທີ
|
ຫລັງຈາກນັ້ນ
ຕໍ່ໄປໃຫ້ 70 ml
|
ໃຊ້ເວລາ 5
ຊົ່ວໂມງ
|
ໃຊ້ເວລາ 2 ຊົ່ວໂມງເຄີ່ງ
|
¤ ຫມາຍເຫດ: ວິທີຄິດໄລ່ຈຳນວນຢອດນ້ຳທີ້ໃຫ້
1 ml => 20 ຢອດ
30 ml =>
? ຢອດ, ຕອບ= 600 ຢອດ, ສະນັ້ນຕ້ອງໃຊ້ໃຫ້ຫມົດໃນ 1 ຊົ່ວໂມງຕ້ອງໄລ່ 1 ນາທີ ຕ້ອງປ່ອຍ ຈັກຢອດ? 600 ຢອດ => 1 ຊົ່ວໂມງ(60
ນາທີ)
ຈັກຢອດ? <= 1 ນາທີ, ຕອບ= 10
ຢອດ
a)
ເມື່ອໃສ່ນ້ຳໃຫ້ຄົນເຈັບແລ້ວຕ້ອງປະເມີນຄົນເຈັບທຸກໆ
1 ຫລື 2 ຊົ່ວໂມງ, ຖ້າອາການຂາດນ້ຳຍັງ ບໍ່ດີຂື້ນໃຫ້ສືບຕໍ່ໃຫ້ນ້ຳແກ່ຄົນເຈັບ.
b)
ຫລັງຈາກ 6
ຊົ່ວໂມງ(ເດັກນ້ອຍ) ຫຼື 3 ຊົ່ວໂມງ(ເດັກໃຫຍ່ ແລະ ຜູ້ໃຫຍ່) ໃຫ້ປະເມີນຄົນເຈັບ ຄືນ,
ຈາກນັ້ນເລືອກວິທີປີ່ນປົວທີ່ເຫມາະສົມ((ແຜນ 1), (ແຜນ
2), (ແຜນ 3).
c)
ຕ້ອງປະເມີນຄົນເຈັບທຸຸກໆ
15 ນາທີ ຈົນກວ່າຈະສາມາດຄຳກຳມະຈອນຄົນເຈັບໄດ້ທີເສັນເລືອດ ຂໍ້ມື.
d)
ຕໍ່ໄປຕ້ອງປະເມີນຄົນເຈັບຄືນຢ່າງນ້ອຍທຸກຊົ່ວໂມງເພື່ອຕີລາຄາສະພາບການຂາດນ້ຳ,
ຖ້າດີຂື້ນໃຫ້ປັບຢອດນ້ຳລົງ.
ຫມາຍເຫດ: ນອກຈາກໃຫ້ນ້ຳທາງເສັ້ນເລືອດແລ້ວ, ເດັກທຸກຄົນຕ້ອງດື່ມນ້ຳ ORS ໄປພ້ອມໆ ກັນຕື່ມອີກ(ປະມານ 5 ml/kg/ຊົ່ວໂມງ).ຖ້າຄົນເຈັບຫາກສາມາດດື່ມນ້ຳໄດ້.
-
ໃຫ້ດື່ມນ້ຳປະສົມ
ORS ຈະໄດ້ຮັບສານ K ແລະ
Bicabonate
-
Dextrose 5% + ½ NSS (glucose 5% demi sale) ແມ່ນນ້ຳຊະນິດທີ່ຄວນ ເລືອກໃຫ້ເດັກແດງ
ຫລຸດ 1 ປີ
-
NSS 0.9% (serum sale’ 0.9%) ອາດສາມາດໃຊ້ໄດ້ຖ້າວ່າບໍ່ມີ Ringer lactate.
-
ສາມາດໃຫ້ຄືນເລື້ອຍໆ,
ຖ້າກຳມະຈອນຢູ່ເສັ້ນເລືອດເຕັ້ນ Radial ຄ່ອຍຫລາຍ.
Ø ໃນຜູ້ໃຫຍ່.
ແມ່ນປີ່ນປົວພະຍາດຖອກທ້ອງແມ່ນ
1.
ການປີ່ນປົວກໍລະນີບໍ່ມີການຂາດນໍ້າ
(ແຜນ 1)ແມ່ນຄືກັນກັບການປົວເດັກ
2.
ການປີ່ນປົວກໍລະນີຂາດນ້ຳປານກາງ (ແຜນ 2) ແມ່ນຄືກັນກັບການປົວເດັກ
3.
ການປົວອາການທີ່ຂາດນ້ຳຮ້າຍແຮງ
(ແຜນ 3)
ໃຫ້ທົດແທນນ້ຳ, ແຮ່ທາດ ໂດຍໃຫ້ນ້ຳທາງເສັ້ນເລືອດໃນກໍລະນີດື່ມບໍ່ໄດ້
ORS, ຮາກຫລາຍ, ຈ່ອຍ ຜອມ, ອາການ Chock.
ນ້ຳທີ່ຄວນສົ່ງມີສ່ວນປະກອບດັ່ງນີ້:
-
Glucose solution 5% 1 ລີດ
-
Kcl 1-2g
-
Calcium gluconate 10ml
ແຕ່ອີງໃສ່ສະພາບປີ່ນປົວໃນທ້ອງຖີ່ນຂອງເຮົາ:
-
ໃຫ້ D5W 1ສ່ວນ ຕໍ 2 ສ່ວນ NSS (D5W1/2 NSS)
-
D5W1 ສ່ວນ ຕໍ
3 ສ່ວນ NSS (D5W1/3 NSS)
-
ໃຫ້ Ringer lactate
-
NSS 0.9%
ຫາຍເຫດ:
-
ຖ້າທ້ອງຖີນໃດບໍ່ມີ
D5W1/2 NSS ຫຼື D5W1/3
NSS ກໍ່ສາມາດໃຫ້ Ringer lactate ຫຼື NSS
0.9%ໄດ້. ການໃຫ້ Ringer lactate
ແມ່ນລະວັງເວລາໃຊ້ກັບ ເດັກອ່ອນ ເພາະມັກເກີດອາການບວມເບັງ ຍ້ອນຄວາມເຂັ້ນຂຸ້ນຂອງ Na
ສຸງ.
-
ເວລາທີ່ທົດແທນ
ທາດ K ແມ່ນເວລາທີ່ຄົນເຈັບຍ່ຽວດີ,
ໃນໂຮງຫມໍທີ່ມີເງື່ອນໄຂໃຫ້ ກວດ ionogram (ກວດທາດເກືອແຮ່).
-
ແກ້ໄຂພາວະອັ່ງກົດ (metabolic acidosis) ໃນຄົນເຈັບຂາດນ້ຳ
ໂດຍໃຫ້ bicarbonate sodium ,ແຕ່ກໍບໍ່ຈຳເປັນໃຫ້ໃນກໍລະນີທີມີການໃຫ້ນ້ຳ
Ringer lactate ເພາະວ່າສາມາດແກ້ບັນຫາ electrolyte ແລະແກ້ພາວະອັ່ງກົດໄດ້ຖ້າວ່າຫນ້າ ທີ່ການຂອງຕັບດີ.
ຈຸດປະສົງ 2: ລຸດຜ່ອນປະລິມານ ແລະ ໄລຍະຂອງການຖອກທ້ອງ
·
ບໍ່ຄວນໃຫ້ງົດອາຫານໃນໄຍຍະທີຄົນເຈັບຖອກທ້ອງ
ເພາະຈະພາໃຫ້ຂາດການລ້ຽງດູ ແລ້ວຈະຖອກທ້ອງ ແກ່ຍາວ ແລະ ເພີ່ມທະວີຮຸນແຮງຕື່ມ
ໂດຍສະເພາະເດັກອ່ອນ, ຜູ້ເຖົ້າ ແລະ ຜູ້ຂາດທາດລ້ຽງດູ.
·
ຢາທີ່ລຸດຜ່ອນການເຄື່ອນເຫນັງຂອງລຳໃສ້
ເຊັ່ນ: atropinic opianic, loperamide ແມ່ນຫ້າມໃນ diarrhea
ທຸກປະເພດໂດຍສະເພາະຖອກທ້ອງປະເພດ diarrhea invasive ເພາະຈະເຮັດໃຫ້ມີການ ອັ່ງ bacteria ໃນລຳໃສ້ ແລະ
ສ່ຽງຕໍ່ການແຜ່ເຊື້ອເຂົ້າສູ່ກະແສເລືອດ.
ຈຸດປະສົງ 3: ການຕ້່ານການຊືມເຊື້ອລະບົບລະລາຍ
ແມ່ນແນະນຳໃຊ້ໃນກໍລະນີມີ
Diarrhea ແບບມີການຮຸກຮານ ແລະ ມີການຮຸກຮານແລ້ວມີການອັກເສບຕໍ່ຈຸລັງ
ລຳໃສ້ຈາກສານຜິດຂອງເຊື້ອ ເຊັ່ນ: ຖອກທ້ອງຫລາຍ, ມີໄຂ້, ເດັກອາຍຸລຸດ 3 ເດືອນ, ຄົນມີພຸມຄຸ້ມກັນຕ່ຳ,
ອາຈົມມີມຸກເລືອດ ຫຼື ມີເມັດເລືອດຂາວໃນອາຈົມ.
ການປີ່ນປົວດ້ວຍຢາຕ້ານເຊື້ອມີ
3 ຈຸດປະສົງຄື:
-
ລຸດຜ່ອນປະລິມານ
ແລະ ໄລຍະຂອງການຖອກທ້ອງ
-
ລຸດຜ່ອນຄວາມສ່ຽງຕໍ່ການຊືມຜ່ານຂອງເຊື້ອເຂົ້າສູ່ກະແສເລືອດ
ກໍ່ໃຫ້ເກີດມີການຊືມເຊື້ອເລືອດໄດ້ໂດຍ ສະເພາະຈາກເຊື້ອ( salmonellosis, shigelosis)
-
ຈຳກັດການຕິດແປດຂອງອາຈົມຈາກເຊື້ອ
cholera, salmonellosis, shingellosis, E coli ໄລຍະການປີ່ນປົວແມ່ນ 3 ຫາ 7 ວັນ.
ທົ່ວໄປແລ້ວຢາຕ້ານເຊື້ອບໍ່ຈຳເປັນໃຊ້ໃນເດັກທີ່ທີເປັນພະຍາດຖອກທ້ອງອາຈົມເປັນນ້ຳ
ບໍ່ໄຂ້, ຫຼື ມີ ໄຂ້ຫຸມໆ.
ການໃຫ້ຢາຕ້ານເຊື້ອໃນຖອກທ້ອງທີ່ບໍມີການຮຸກຮານ(secretory diarrhea)ຖ້າຈຳເປັນເຊັ່ນ:
ຖ່ານເປັນນ້ຳຫລາຍຄັ້ງແບບໂລກອະຫິວາເຊີ່ງເກີດຂື້ນຈາກສານຜິດແມ່ນໃຫ້ໄລຍະສັ້ນໆ 3-5ວັນ.
ຢາຕ້ານເຊື້ອທີ່ຈຳເປັນໃຫ້ແມ່ນໃນ
ການຖອກທ້ອງທີ່ມີການຮຸນຮານ (invasive diarrhea) ເຊີ່ງພົບຫນອງ, ເລືອດ, ເມັດເລືອດຂາວໃນອາຈົມ, ເດັກໄຂ້ສຸງແມ່ນຄິດຫາສາຍເຫດຈາກເຊື້ອ:
shingella, salmonella.
ການປົວປະເພດຖອກທ້ອງແບບຮຸນແຮງ( invasive Diarrhea).
ຊະນິດເຊື້ອ
|
ຢາຕ້ານເຊື້ອກີນທາງປາກ
|
ຂະຫນາດໃຊ້ໃນເດັກ
|
ທອ້ງບີດຈາກເຊື້ອ shingella
ຢາທີ່ຄວນເລືອກໃຊ້ທຳອິດ
|
Trimethoprime (TMP) + Sulfamethoxazol(SMX) ເຊັ່ນ: Cotrimoxazol,
bactrim
|
5 mg TMP+25mg SMX/kg ກີນ 2 ເທື່ອ/ມື້, (ກຳນົດ 5 ວັນ )
|
Ampicilline
|
25 mg/kg ທຸກໆ 6 ຊົ່ວໂມງ
(ກຳນົດ 5 ວັນ)
|
|
ຢາທີໃຊ້ຮອງລົງມາ ໃຫ້ shingella
|
Amoxicilline
|
5 mg/kg ທຸກ 8ຊົ່ວໂມງ(ກຳນົດ 5 ວັນ)
|
Acid nalidixque(negram)
|
ທຸກ 6 ຊົ່ວໂມງ (ກຳນົດ 5 ວັນ)
|
|
ເຊື້ອ Salmonella ທີ່ພາໃຫ້ຈຸລັງລຳໃສ້ອັກເສບ (ໄຂ້ທໍລະຜິດ)
ຕົວຢາທີ່ເລືອກໃຊ້ທຳອິດແມ່ນ
|
Ciprofloxacin 500 mg
|
2 ຄັ້ງຕໍ່ວັນ,ໃນເດັກ 7.5 mg/kg 2 ຄັ້ງຕໍ່ວັນ) (ໃຊ້ 10 ວັນ)
|
Trimethoprime + Sulfamethoxazol
(Cotrimoxazol, bactrim)
|
5 mg TMP+25mg SMX/kg ກີນ 2 ເທື່ອ/ມື້, (ກຳນົດ 5 ວັນ ).
Cotrimoxazol 960–1440 mg 2ຄັ້ງ/ວັນ (ກຳນົດ
5 ວັນ ).
|
|
Ampicilline
|
25 mg/kg ທຸກໆ 6 ຊົ່ວໂມງ
(ກຳນົດ 5 ວັນ)
|
|
Amoxicilline
|
15 mg/kg ທຸກ 8 ຊົ່ວໂມງ (ກຳນົດ 5 ວັນ)
|
|
Yersinia
|
Tetracycline
Cephalosporine
Fluoroquinolone
Aminoside
|
25-50 mg/kg/ມື້
|
Trimethoprime + Sulfamethoxazol
(Cotrimoxazol, bactrim)
|
5 mg TMP+25mg SMX/kg ກີນ 2 ເທື່ອ/ມື້, (ກຳນົດ 5 ວັນ )
|
|
Campylobacter jejuni
|
Erythromycine
Cycline
Cephalosporine
|
Erythromycine 30-50mg/kg/ມື້
(ກຳນົດໃຊ້ 7 ວັນ)
|
ສ່ວນການໃຊ້ຢາຕ້ານເຊື້ອຊະນິດນັ້ນແມ່ນອິງໃສ່ການປຸກເຊື້ອແລ້ວທົດລອງຢາຕ້ານເຊື້ອ
ການປົວປະເພດຖອກທ້ອງແບບບໍມີການຮຸກຮານ( diarrhea secretory / diarrhea toxic).
Cholera( ອະຫິວາ )
|
Doxyline comp 300mg
(ບໍຕ້ອງໃຊ້ໃນເດັກ)
|
ໃຊ້ໃນຜູ້ໃຫຍ່ 1 ເມັດ ຄັ້ງດຽວ
|
Tetracycline 250 mg
12.5 mg/kg
|
500 mg ທຸກໆ 6 ຊົ່ວໂມງ
(ກຳນົດ 3 ວັນ)
|
|
Ciprofl
oxacin 500 mg
|
ກີນ
2ຄັ້້ງ/ວັນ
ຊັກ(i.v) 200 mg 2ຄັ້້ງ/ວັນ
, (ກຳນົດ 3–5 ວັນ).
|
|
Furazolidon cp : 100 mg
ໃຫ້ 1.25 mg/kg
|
100 mg ທຸກ 8 ຊົ່ວໂມງ
(ກຳນົດ 3–5 ວັນ).
|
|
Amibiase
|
Metronidazole 250 mg
|
750 mg ທຸກ 8 ຊົ່ວໂມງ
(ກຳນົດ 5 ວັນ).
|
Lambliase
|
Metronidazole 250 mg
|
250 mg ທຸກ 8 ຊົ່ວໂມງ
(ກຳນົດ 5 ວັນ).
|