ພວກເຮົາສູ້ໄປດ້ວຍກັນ

Sunday, July 13, 2014

ກະ​ເພາະ​ອັກ​ເສບ (Gastritis)

ກະເພາະອັກເສບ (Gastritis)

ສາເຫດ
ແມ່ນການອັກເສບຂອງເຫຍື້ອເມືອກກະເພາະ ເຊີ່ງເກີດຈາກການດື່ມເຫລົ້າເປັນປະຈຳ, ການໃຊ້ຢາ NSAIDs ດົນນານ, ຕິດເຊື້ອ Bacteria, Virus, ຢູ່ໃນພາວະ chock, uremia ,bile reflux , pancreatic enzyme reflux, Gastric mucosal atrophy ,portal vien hypertention gastropathy ແລະ ພາວະມີການຕືງຂຽດ. ການເບີ່ງດ້ວຍກ້ອງຈຸລະທັດຈະເຫັນ ໃນໄລຍະທຳອິດເຍື່ອເມືອກກະເພາະຈະບວມແດງ ຕ່ມາຈະມີຈຸດເລືອດອອກ ສ່ວນຫລາຍຈະພົບເຫັນບໍລິເວນ Body, Fudus ແລະ Antrum ໃນ Lamina propria ,ມີ infiltrate ດ້ວຍກຸ່ມຈຸລັງ lymphocyte, macrophage, neotrophil ຖ້າເປັນຮຸນແຮງຈະມີການເນົ້າສະຫລາຍ
          ກະເພາະອັກເສບຈະແບ່ງເປັນ​ 2 ແບບຄື ແບບມີການລອກອອກຂອງເຫຍື່ອເມືອກກະເພາະດ້ານໃນ ( erosive) ແລະ ແບບບໍມີການລອກ (non-inrosive)
ອາການ
ຄົນເຈັບສ່ວນຫລາຍຈະມາດ້ວຍອາການ​​ສະເພາະກໍມີ, ອາການບໍຄືກັນ. ອາການສ່ວນຫລາຍທີ່ພົບຄື: ເຈັບທ້ອງເຂດ epigastric ,ຄຳກໍເຈັບ,ມີການໄຄ່ຂື້ນ, ເບື່ອອາຫານ, ປຸ້ນທ້ອງແຕ່ບໍຮາກ, ອາການຈະເດັ່ຊັດຂື້ນເມື່ອກີນສີ່ງທີ່ກະຕຸ້ນເຈັບເຊັ່ນ: ກີນເຜັດ…, ຫາຍໃຈຈະມີກີ່ນເຫມັນ ແລະ ອາດມີການຮາກເລືອດ​​ສີກາເຟເຂັ້ມຖ້າວ່າມີ​​ເລືອດໄຫລໃນກະເພາະ.
          ອາການຄຳທ້ອງຈະເຈັບແມ່ນສ່ວນຫລາຍເຫັນກັບ Acute alcoholic gastritis ແຕ່ວ່າໃນ chronic gastritis ຈະບໍ​​ຄ່ອຍເຫັນອາການນີ້
ລະບາດວິທະຍາ
ກະເພາະອັກເສບສ່ວນຫລາຍແມ່ນຈະເຫັນແບບ erosive ແລະ hemorrhagic gastritis ຈາກຄົນເຈັບທີ່ມັກດື່ມເຫລົ້າຊ້ຳເຮື້ອ ແລະ ໃຊ້ຢາ NSAIDs ເລື້ອຍໆ
ຂອງຜົນລະເມືອງ 30-50% ຈະ​​ຕິດເຊື້ອ H.Pylori ແຕ່ຈະບໍມີອາການ.ອັດຕາຕິດເຊື້ອ H.Pylori ແມ່ນຈະເພີ່ມຂື້ນເມື່ອອາຍຸສຸງຂື້ນ ແມ່ນກຸ່ມຄົນ > 50 ປີ ຈະຫລາຍກວ່າ 50%.

ການບົ່ງມະຕິຈຳແນກ
-       Peptic ulcer
-       Gastroesophagael reflux disease
-       Nonulcer dyspepsia
-       Gastric lymphoma or carcinoma
-       ມ້າມອັກເສບ
-       Gastroparesis
ການບົ່ງມະຕິ
ການບົ່ງມະຕິແມ່ນຕ້ອງອີງໃສ່ການສອບຖາມປະຫວັດລະອຽດ ,Endoscopy ,Biopsy ແລະ ອາໃສຫ້ອງວິເຄາະ
ການບົ່ງມະຕິໃນຫ້ອງວິເຄາະ
·         ເຮັດ urea breath test : ເຊີ່ງແມ່ນວິທີທີ່ບົ່ງມະຕິໃຫລ່ສຳລັບກວດ H.Pylori
·         ເຮັດ stool H.pylori antigen test : ແມ່ນກວດ Antigen ຂອງ H.pylori ໃນອາຈົມ.ການກວດວິທີນີ້ແມ່ນແມ່ນຢຳຫລາຍ​. ເມື່ອຫລັງປີ່ນປົວດີໄປປະມານ 8 ອາທີດຖ້າຄົນເຈັບດີຈະໃຫ້ຜົນລົບ
·         ການເຮັດການຊ່ອງກ້ອງທາງກະເພາະແລ້ວຈັບເອົາເນື້ອເຍື່ອໄປເຮັດ Biopsy :ວິທີນີ້ແມ່ນວິທີມາດຕະຖານສຳລັບການກວດຊອກຫາເຊື້ອ H.pylori
·         ເຮັດ serology testing ຫາ antibody ຕໍ່ H.pylori ແມ່ນວິທີທິງາຍບໍແພງ ແຕ່ການກວດນີ້ເຖີງວ່າການປີ່ນປົວຈະຫາຍດີແລ້ວເຖີງ​ 4 ອາທິດ ການກວດບັງໃຫ້ຜົນບວກ.
·         ການກວດລະດັບ vitamin B12 ໃນເລືອດຖ້າສົງໃສວ່າ ເປັນ Gastritis atrophy
·         ກວດ hematocrite ຖ້າສົງໃສມີການໄຫລອງເລືອດໃນກະເພາະ
·        
ການປີ່ນປົວ
·         ລີກລຽງສີ່ງທີ່ພາໃຫ້ກະເພາະມີການປັ່ນວ່ນເຊັ່ນ: ເຫລົ້າ, ຢາ NSAIDs,
·         ປ່ຽນວິທີການຊີວິດເຊັ່ນ: ຢຸດສຸບຢາ, ຢຸດກີນອາຫານທີ່ເພີ່ມການເຈັບເຊັ່ນ: ອາຫານເຜັດ
·         ຖ້າຕິດເຊື້ອ H.pylri ຕ້ອງປີ່ນປົວດັ່ງນີ້


1.   ປົວແບບຢາ​ 3 ຕົວ
PAM:  (ppi) omeprazole 20mg (ເຊົ້າ​-ແລງ)
                    Amoxicillin 500mg (ເຊົ້າ​-ແລງ)
                    Metronidazole 500mg (ເຊົ້າ​-ແລງ)
ການປີ່ນປົວ 10-14 ວັນ
ກໍລະນີແພ້ penicillin (Amoxicillin)
PCM: (ppi) omeprazole 20mg (ເຊົ້າ​-ແລງ)
              Clarithromycin 500mg (ເຊົ້າ​-ແລງ)
                   Metronidazole 500mg (ເຊົ້າ​-ແລງ)
ການປີ່ນປົວ 10-14 ວັນ
2.   ການປົວ 5 ວັນໂດຍໃຊ້ຢາຕ້ານເຊື້ອ 3 ຊະນິດຄື:
Amoxicillin 500mg (ເຊົ້າ​-ແລງ)
                    Metronidazole 500mg (ເຊົ້າ​-ແລງ)
Clarithromycin 500mg (ເຊົ້າ​-ແລງ)
ບວກກັບ PPI ຊະນິດ 30 mg (lansaprazole 30mg) (ເຊົ້າ​-ແລງ) ຫລື ໃຫ້ H2 receptor blocker (Ranitidine 300mg) /(Cemetidine 300mg ).ໃຊ້ໃນຄົນອາຍຸສຸງແຕ່ຕ້ອງບໍມີປະຫວັດມີ PUD
3.    ການໃຫ້ຢາປະສົມກັນລະຫວ່າງ
levofloxacin 250mg (BID) ຫລື (ເຊົ້າ​-ແລງ)
Amoxicillin 1000mg (ເຊົ້າ​-ແລງ)
ບວກກັບ PPI ຊະນິດ 20 mg (omeprazole 20 mg)
ປົວ 10-14 ວັນ
4.    ກໍລະນີທີມີພະຍາດອື່ນ ຫລື ເພືອລຸດໃນເວລາມີການຕືງຄຽດ
Sucralfate suspension 1g( ເຊີ່ງແມ່ນຢາໄປຢັບຢັ້ງ​ pepsin ເພື່ອບໍໃຫ້ມີແຜຕື່ມອີກ, ເພີ່ມ prostaglandin )
          ບວກັບ H2 recptor antagonists (cemetidine 300mg) ຫລື PPI

5.    ໃນຜູ້ທີ່ເປັນ Chronic gastritis
Omeprazole 20 mg /qd ຫລື 4 ຄັ້ງຕໍ່ວັນ ໃນຄົນເຈັບທີ່ໃຊ້ຢາ NSAIDs ຍາວນານ
ຫລີລຽງເຫລົ້າ,ຢາສຸບ,ຢຸດໃຊ້ NSAIDs ຫລື Corticosteroid

ການຕິດຕາມຫລັງການປີ່ນປົວ
ກວດຫາ H.pylori ຫລັງດີແລ້ວ 4 ອາທີດຄືນ
ເຮັດຊ່ອງກະເພາະຄືນເຮັດ biopsy ຄືນເພື່ອປ້ອງການມະເຮັງ

ຂຽນໂດຍ: ​.ສຸກອູດອນ ເນັ້ງຢ່າ  MD
ຂັດຈາກ: Fred.F.Ferri, M.D 2012