ພວກເຮົາສູ້ໄປດ້ວຍກັນ

Sunday, July 13, 2014

ການໃຫ້ການວາງແຜນລູກຮ່າງ

ການໃຫ້ການວາງແຜນລູກຮ່າງ

1.     ແນະນຳຕົວ: ສະບາຍດີ ! ຂ້າພະເຈົ້າ ທ່ານໝໍ ສຸກອຸດອນ
2.    ຖາມປະຫວັດຫຍໍ້, ສາຍເຫດ, ຖາມປະຫວັດພະຍາດຜ່ານມາ
·         ຖາມປະຫວັດຫຍໍ້: ຊື່, ອາຍຸ, ອາຊີບ, ບ້ານ, ເມືອງ ແລະ ແຂວງ.
·         ຖາມຫາສາຍເຫດມາພົບແພດ: ມາຫາແພດຍ້ອນຫຍັງບໍ?
·         ຖາມປະຫວັດພະຍາດຜ່ານມາ:
ພະຍາດຍີງ:
-       ປະຈຳເດືອນເມື່ອໃດ?, ຮອບຈັກວັນ?,
-       ພະຍາດຍີງຜ່ານມາເຄີຍຫຍັງແດ?
-       ປະຫວັດການໃຊ້ຢາຄຸມກຳເນີດ?
ປະສຸດ:
-       G P A L( ຈຳນວນຖືພາ, ຈຳນວນເກີດລູກ, ຈຳນວນລຸລູກ, ຈຳນວນລູກທີມີຊີວິດ)
-       ຜ່ານມາເກີດລຸກງ່າຍບໍ ຫຼື ຜ່າຕັດອອກ, ເກີດລູກໄດ້ດົນປານໃດແລ້ວ
ພະຍາດແນວອື່ນ: DM, HTA,…
3.   
ຈະເຮັດຫມັນໃນຜູ້ຍີງ ຫຼື ຜູ້ຊາຍ ໂດຍແມ່ນຕ້ອງ ມີການຜ່າຕັດ.
 
1.     ກີນຢາຄຸມກຳເນີດ, ຊັກຢາຄຸມກຳເນີດ
2.    ຖົງຢາງອານາໄມ, ຫ່ວງອານາໄມ...
3.    ເອົານ້ຳອະສຸຈິອອກນອກ, ນັບປະຈຳເດືອນ, ແທກອຸນະພຸມ, ເບີ່ງມຸກປາກມົດລຸກ.
 
ແບບຖາວອນ
 
ແບບຊົ່ວຄາວ
 
ການຄຸມກຳເນີດ

 
ຈື່ງແນະນຳແນວທາງ ແລະ ວິທີການຄຸມກຳເນີດໃຫ້:

  
                                                                                                                         
1.ຢາເມັດຄຸມກຳເນີດ.
ແມ່ນຢາທ່ີແມ່ຍິງໃຊ້ກິນທຸກວັນເພື່ອບໍ່ໃຫ້ມີລູກ, ເປັນວິທີຄຸມກຳເນີດຊົ່ວຄາວທີ່ໄດ້ຮັບຜົນດີ. ຢາຄຸມກຳເນີດ ມີລັກສະນະເປັນແຜງ, ມີ 2 ຊະນິດຄື: ຊະນິດ ຮໍໂມນດ່ຽວ  28 ເມັດ ແລະ ຊະນິດຮໍໂມນປະສົມ 28 ເມັດ, ກິນມື້ລະເມັດ ທຸກໆມື້ ຫລັງຈາກ ກິນເຂົ້າ ຫລື ກ່ອນນອນ, ກິນຕາມ
ລຳດັບລູກສອນຈົນ ໝົດແຜງ ແລ້ວຈຶ່ງເລີ້ມກິນ ແຜງໃໝ່ໃນມື້ຕໍ່ໄປ, ກ່ອນຊະກິນຢາຄວນໄປປຶກສາ ແພດກ່ອນ.

2. ຢາສັກຄຸມກຳເນີດ.

ແມ່ນຢາທີ່ແມ່ຍິງໃຊ້ສັກເພື່ອປ້ອງກັນການຖືພາ, ເຂັມອາດປ້ອງກັນການຖືພາໄດ້ 2 ຫລື 3 ເດືອນ ຂື້ນກັບປະເພດ ຂອງຢາ, ຖ້າສັກຢາແລ້ວມີອາການຜິດປົກກະຕິ ເຊັ່ນ: ເລືອດອອກບໍ່ປົກກະຕິຕ້ອງໄປຫາແພດ, ຖ້າບໍ່ມີອາການຜິດ ປົກກະຕິ ໃຫ້ສັກເຂັມຕໍ່ໄປຕາມແພດນັດ, ກ່ອນຊະສັກຢາຄວນໄປປຶກສາແພດກ່ອນ

3. ຖົງຢາງອະນາໄມ.

ແມ່ນຖົງຢາງບາງໆ ມີລັກສະນະຢືດຫົດຕາມຂະໜາດຂອງອະໄວຍະວະເພດຊາຍ, ຊຶ່ງຝ່າຍຊາຍຈະເປັນ ຜູ້ສວມໃສ່ອະໄວຍະວະເພດໃນເວລາມີເພດສຳພັນ ເພື່ອປ້ອງກັນບໍ່ໃຫ້ແມ່ຍິງຖືພາ, ຖົງຢາງອະນາໄມສາມາດປ້ອງກັນນ້ຳເຊື້ອອະສຸຈິ ບໍ່ໃຫ້ເຂົ້າໄປໃນ ຊ່ອງຄອດຂອງຜູ້ຍິງເພື່ອປ້ອງກັນການຖືພາ, ຖົງຢາງອະນາໄມ ຍັງສາມາດປ້ອງກັນພະຍາດຕິດຕໍ່ທາງເພດສຳພັນອື່ນໆ ໂດຍສະເພາະໂລກເອດສ.

4. ຮ່ວງອະນາໄມ.

ແມ່ນສິ່ງທີ່ໃສ່ໄວ້ໃນມົດລູກຂອງຜູ້ຍິງເພື່ອປ້ອງກັນການຖືພາ, ຮ່ວງອະນາໄມມີຫລາຍຊະນິດ ຫລາຍຂະໜາດ ເພື່ອ ໃຫ້ເລືອກໃຊ້ຕາມຄວາມເໝາະສົມຂອງມົດລູກ. ກ່ອນໃສ່ຮ່ວງຕ້ອງໃຫ້ແພດກວດຮ່າງກາຍ, ການໃສ່ຮ່ວງໃຊ້ເວລາ 5-10 ນາທີ, ເມື່ອໃສ່ຮວງແລ້ວ ສາມາດຮ່ວມເພດໄດ້ຕາມປົກກະຕິ, ເມື່ອຕ້ອງການມີລູກ ກໍ່ໄປຫາແພດເພື່ອຖອດຮ່ວງອອກ ກໍ່ສາມາດມີລູກໄດ້ຕາມປົກກະຕິ. ຮ່ວງອະນາໄມສາມາດປ້ອງກັນການຖືພາ ໄດ້ເຖິງ 8 ປີ ແລ້ວແຕ່ຊະນິດຂອງຮ່ວງ.