ພວກເຮົາສູ້ໄປດ້ວຍກັນ

Thursday, July 10, 2014

ອາການຂອງພະຍາດຫົວໃຈຊຸດໂຊມ

ອາການຂອງພະຍາດຫົວໃຈຊຸດໂຊມ
ອາການ
ຈາກການບອກເລົ່າຂອງຄົນເຈັບ
ເປັນຫຍັງຈື່ງມີອາການນີ້?
ຫາຍໃຈຟຶດ( shortness of breath ຫຼື dyspnea )
ສ່ວນຫລາຍຈະພົບໃນເວລາອອກກຳລັງກາຍ. ໃນໄລຍະ ຜັກຜ່ອນ ຫລື ເວລານອນ ແມ່ນອາດຈະຮູ້ສືກເກີດເປັນບາດ ຈະເຮັດໃຫ້ຕື່ນແລະຫາຍໃຈຟືດທັນທີ, ຈະມີອາການຫາຍໃຈ ຟືດເວລານອນພຽງຈະຕ້ອງການລຸກຂື້ນຫລືຫມອນຫົວໃຫ້ສຸງ
ນີ້ແມ່ນເນື່ອງຈາກ: ເລືອດຈະກັບຈາກ : pulmonary veins ເພາະວ່າຫົວໃຈບໍ່ສາມາດບິບສົ່ງເລືອດອອກຈາກ ຫົວໃຈໄດ້ນີ້ສາມາດດັນເຮັດໃຫ້ນ້ຳ ຫຼື ນ້ຳເລືອດອອກສູ່ ປອດໄດ້.
ໄອຕໍ່ເນື່ອງ( Persistent coughing or wheezing).
ຄົນເຈັບອາດຈະບອກວ່າ ເວລາໄອມີຂີ້ກະເທີ້ສີໃສ, ຂາດ ຫລື ສີບົວ.
ນີ້ແມ່ນເນື່ອງຈາກ: ມີນ້ຳ ຫຼື ນ້ຳເລືອດອອກຈາກ ຫລອດເລືອດເຂົ້າໃນປອດ ຈື່ງພາໃຫ້ມີອາການໄອດັ່ງກ່າວ.
ບວມ (edema)
ສ່ວນຫລາຍຈະເຫັນບວມສວ່ນລຸ່ມຂອງຮ່າງກາຍ ເຊັ່ນ: ຂໍ້ຕີນ, ຫລັງຕີນ, ທ້ອງ, ຫຼື ບວມທົ່ວໄປ. ນ້ຳຫນັກຂອງຄົນ ເຈັບອາດຈະເພີ່ມຂື້ນ.
ນີ້ແມ່ນຈາກ: ເມື່ອກ້າມຊີ້ຫົວໃຈອອ່ນແຮງ ຄວາມແຮງ ຂອງການບິບຕົວຂອງຫົວໃຈກໍລົດລົງ ສະນັ້ນເລືອດ ອອກຫົວໃຈຈະຊັກຊ້າກວ່າເລືອດທີ່ເຂົ້າມາຫາຫົວໃຈ ແລະ ໄຂ່ຫລັງກໍ່ເຮັດຫນັາທີ່ຂັບຖ່າຍນ້ຳ, Na ອອກຈາກ ຮ່າງກາຍໄດ້ນ້ອຍລົງ ຈີ່ງພາໃຫ້ສານນ້ຳໃນເລືອດອັ່ງຕາມ ອະໄວຍະວະຕ່າງໆຂອງຮ່າງກາຍ.
ເມື່ອຍ (Tiredness ຫຼື fatigue)
ຄົນເຈັບຈະບອກວ່າ: ເມື່ອຍຕະຫລອດ, ເຮັດວຽກ, ຂື້ນຂັ້ນ, ຍ່າງມີການເມື່ອຍ.
ນີ້ແມ່ນຈາກ: ຫົວໃຈບໍ່ສາມາດສົ່ງເລືອດໄປຫາອະໄວ ຍະວະ ຕ່າງໆບໍ່ພຽງພໍຕໍ່ຄວາມຕ້ອງໃນເວລາທີ່ມີການ ເຮັດວຽກເພີ່ມຂື້ນ  ຈື່ງເມືອຍ.
ບໍ່ຮູ້ສືກຫີວ ຫຼື ມີອາການປຸ້ນທັອງ
(lack of apatite / nausa)
ຄົນເຈັບອາຈະບອກວ່າບໍ່ຮູ້ສືກຫວິເຂົ້າປານໃດ ຫຼື ມີອາການປຸ້ນທ້ອງ
ນີ້ແມ່ນຈາກ: ຈາກການທີ້ໄດ້ຮັບເລືອດນ້ອຍລົງຂອງລະ ບົບລະລາຍ.
ຮູ້ສືກມືນງົງ, ສັບສົນ
(confusion)
ຄົນເຈັບອາດມີອາການຄວາມຈຳເຊື່ອມ, ສັບສົນ...
ນີ້ແມ່ນຈາກ: ມີການປ່ຽນແປງທາດ Na ໃນເລືອດ ແລະ ທາດອື່ນໃນເລືອດພາໃຫ້ມີການສັບສົນແລະອາການຕ່າງໆ.
ອັດຕາການເຕັ້ນຂອງຫົວໃຈເພີ່ມຂື້ນ
ຄົນເຈັບອາດບອກວ່າຫົວໃຈເຕັ້ນແຮງ
ນີ້ແມ່ນຈາກ: ເພື່ອຕອບສະຫນອງຕໍ່ການສຸນເສຍກຳລັງ ການຫົດຫັດຈື່ງກະຕຸ້ນໃຫ້ຫົວໃຈເຕັ້ນໄວຂື້ນ.