ພວກເຮົາສູ້ໄປດ້ວຍກັນ

Sunday, July 13, 2014

ທາດ Bilirubin ແລະ ອາການເຫລືອງ

ກ່ຽວກັບທາດ Bilirubin ແລະ ອາການເຫລືອງ

Bilirubin ແມ່ນມາຈາກ Heme catabolism. ຈາກເມັດເລືອດແດງທີ່ເກົ່າແກ່ ກໍ່ຈະຖືກນຳໄປທຳລາຍໂດຍລະບົບ Macrophage ພາກສ່ວນຂອງ globulin ຈະຖືກຕັດຮອນອອກເຫລືອພຽງ Heme. ແລ້ວ heme ຈະຖືກປ່ຽນໄປເປັນ Biliverdin ແລ້ວ Biliverdin ຈະປ່ຽນໄປເປັນ unconjugate bilirubin (indirect bilirubin)ເຊີ່ງແມ່ bilirubin ທີ່ຍັງບໍ່ສາມາດລະລາຍໃນນ້ຳໄດ້ ແລ້ວຈະຈັບກັບ albumin ໃນກະແສເລືອດແລ້ວສົງໄປທີຕັບແລ້ວຕັບຈະເຮັດນ້າທີ່ເອົາໄປປະສົມກັບ glucurinic acid ໂດຍ enzyme glucuronyl transferase ແລ້ວກາຍເປັນ conjugated bilirubin (Direct bilirubin) ເຊີ່ງເປັນ bilirubin ທີ່ສາມາດລະລາຍໃນນ້ຳ ຫລືເອີ້ນອີກວ່າ:​ bilirubin digluronide ແລ້ວຖືກສົ່ງອອກທັງທໍ່ນ້ຳບີສູ່ລຳໃສ້. ຈຳນວນນ້ຳບີທີ້ລົງມາສູ່ລຳໃສ້ມີເຄີງນື່ງຈະຢູ່ໃນລຳໃສ້ໃຫຍ່, 5% ຂອງເຄີ່ງນີ້ຈະຖືກຖ່າຍອອກທາງອາຈົມ ,ສວ່ນທີ່ເຫລືອຂອງເຄີ່ງນື່ງນັ້ນແມ່ນຈະຖືກ metabolism ໂດຍ bacteria ທີ່ຢູມໃນລຳໃສ້ກາຍເປັນ urobilinogen ປ່ຽນເປັນ stercobilinogen ແລ້ວ ປ່ຽນເປັນ stercobilin ທີ່ຈະເປັນສີຂອງອາຈົມ, ອີກສ່ວນນື່ງຂອງ urobilinogen ຈະຖືກດຸດກັບ  95% ຂອງສ່ວນທີ່ຖືກດຸດກັບນີ້ຈະຖືກກັບຄືນຂັບຖ່າຍອອກທາງນ້ຳບີຄືເກົ່າ.ວົງຈອນນີ້ເອີ້ນວ່າ: Enterohepatic circulation. 5% ແມ່ນ ຈະຖ່າຍອອກທັງນ້ຳຍ່ຽວເຊີ່ງພາໃຫ້ກາຍເປັນສີຂອງນ້ຳຍ່ຽວ. ໃນວົງຈອນນີ້ຈະພາໃຫ້ມີການເສຍ bilirubin 1-20% ອັດຕາຂອງການເສຍແມ່ນຂື້ນຢູ່ກັບການລັ່ງ.


ອາການເຫລືອງ Jaundice
ແມ່ນເກີດຈາກທາດ Bilirubin ຫລາຍໃນເລືອດ (hyperbilirubinemia) ເຊີ່ງ > 2mg/dl ຫລື > 34qumol/l ໃນພາວະນີ້ແມ່ນພົວພັນກັບພາວະນີ້:
Prehepatic jaundice
1.     ແມ່ນມາຈາກພາວະທີ່ມີ unconjugate (indirect) bilirubin ສຸງໃນເລືອດເຊັ່ນ: ຈາກ hemolysis
Intrahepatic jaundice
2.    ການນຳ unconjugate bilirubin ເຂົ້າສູ່ຈຸລັງມີການບົກຜ່ອງ ເຊັ່ນ: ຈຸລັງຕັບຖືກທຳລາຍໂດຍ toxins (amanita) ຫລື ການຕິດເຊື້ອ (viral hepatitis) ຈື່ງພາໃຫ້ມີພາວະດັ່ງກ່າວ
3.    ຂະບວນການ conjugate ມີການບົກຜ່ອງ (ກໍຄືການນຳ unconjugate bilirubin ມະປະຕິກິລິຍາກັບ glucuronid acid ໃຫ້ກາຍເປັນ conjugated bilirubin ມີການບົກຜ່ອງ)ເຊັ່ນ: ມີການຢັບຢັ້ງການເຮັດວຽກຂອງ Enzyme glucuonyltransferase …ໂດຍ steroids ຫລື ບໍ່ມີລະບົບ glucuronyltransferase ເຊີ່ງເຫັນໃນເດັກອ່ອນ (crigler-najjar syndrome )
4.    ການນຳເອົາ conjugated bilirubin ເຂົ້າສູ່ bile duct ມີການບົກຜ່ອງເຊັ່ນ: ຈາກການຜິດປົກກະຕິມາແຕ່ກຳເນິດ( dubib-johson syndrome) ຫລື ເຫດຜົນອື່ນ ຈາກການໃຊ້ຢາ, steroid hormones.
Posthepatic jaundice
5.    ແມ່ນມີການອຸດຕັນທໍ່ນ້ຳບີ ເຊັ່ນ: ນີ້ວ, ເນື້ອງອກ. ປົກກະຕິແລ້ວຈະພາໃຫ້ conjugated bilirubin ໃນ serum ແລະ alkaline phosphate ຈະສຸງ ເພາະວ່າ 2 ທາດນີ້ແມ່ນແມ່ນສ່ວນປະກອບຂອງນ້ຳບີ.

ü  ໃນຊະນິດທີ່ 1, 2, 3 ນັ້ນຈະພາໃຫ້ມີ indirect bilirubin ສຸງໃນເລືອດ
ü  ໃນຊະນີດ 2, 4  ແລະ 5 ຈະພາໃຫ້ນ້ຳຍ່ຽວມີຄວາມເຂັ້ມຂຸ້ນຂອງ conjugated bilirubin ສຸງ  ຍ່ຽວມີສີນ້ຳຕານອ່ອນ, ຖ້າໃນຊະນິດທີ 5 ຈະເຫັນາຈົມເປັນສີຂາວຍ້ອນຂາດ stercobilin
ü  ໃນ 4,5 ຈະເຫັນມີ conjugated bilirubin ສຸງໃນ serum


Bilirubin ມີ 3 ຊະນິດຄື: Total Bilirubin, Direct bilirubin, Indirect bilirubin
*      ກ່ຽວກັບ Direct bilirubin ປົກກະຕິແລ້ວ ຈະຖືກລະບາຍ ອອກໄປທັງລຳໃສ້, ມີແຕ່ສ່ວນນ້ອຍຈະ ລະບາຍອອກທາງນ້ຳເລືອດ. ເມື່ອໃດທີ່ອອກບໍ່ໄດ້ທາງລຳໃສ້ແລ້ວຈະອອກສູກະແສເລືອດແລ້ວອອກທາງທາງນ້ຳຍ່ຽວເພາະວ່າມີແຕ່ conjugated bilirubin ເທົ່ານັ້ນທີ້ສາມາດອອກທາງນ້ຳຍ່ຽວ ການທີ່ໄດ້ຊື່ວ່າ: Direct bilirubin ແມ່ນຍ້ອນວ່າເປັນ Bilirubin ທີ່ສາມາດລະລາຍໃນນ້ຳແລ້ວມີປະຕິກິລິຍາໂດຍກົງຕໍຕົວປະຕິກິລິຍາຕ່າງໆ ໃນເລືອດ
*      ກ່ຽວກັບ Indirect bilirubin ກໍຄື free ຫລື unconjugated bilirubin ທີພົບໃນກະແສເລືອດ  ເຊີ່ງໄດ້ຊື່ວ່າ: Idirect bilirubin ນີ້ແມ່ນຍ້ອນເປັນ bilirubin ທີ່ບໍ່ລະລາຍໃນນ້ຳຈະບໍສາມາດທຳ ປະຕິກີລິຍາກັບຕົວປະຕິກິລິຍາໂດຍກົງໃນກະແສເລືອດ
Normal lab
Total bilirubin: 0.3–1.0 mg/dL (5–17 μmol/L SI units)
Direct (conjugated) bilirubin: 0.0–0.4 mg/dL (0–7 μmol/L SI units)
Indirect (unconjugated) bilirubin: 0.1–1.0 mg/dL (1–17 μmol/L SI units)
ການຕິລາຄາຂອງການຜິດປົກະຜິຂອງ ລະດັບ bilirubin
*      ຖ້າ Direct (Conjugated) Bilirubin ສຸງ
Biliary obstruction
Cancer of the head of the pancreas
Choledocholithiasis
Cirrhosis
Dubin-Johnson syndrome
Hepatitis
Obstructive jaundice
Pregnancy
*      ຖ້າ Indirect (Unconjugated) Bilirubin ຕ່ຳ
Autoimmune hemolysis
Cirrhosis
Crigler-Najjer syndrome
Erythroblastosis fetalis
Gilbert’s syndrome
Hemolytic transfusion reaction
Hepatitis
Malaria
Myocardial infarction
Pernicious anemia
Septicemia
Sickle cell disease
Tissue hemorrhage

ຢາທີເຮັດໃຫ້ລະດັບຂອງ bilirubin ໃນເລືອດສຸງ
allopurinal, anabolic steroids, antimalarials, ascorbic acid, azathioprine, chlorpropamide, cholinergics, codeine, dextran, diuretics, epinephrine, isoproterenol, levodopa, MAO inhibitors, meperidine, methyldopa, methotrexate, morphine, oral contraceptives, phenazopyridine, phenothiazines, quinidine, rifampin, streptomycin, theophylline, tyrosine, vitamin A.

ຢາທີເຮັດໃຫ້ລະດັບຂອງ bilirubin ໃນເລືອດຕ່ຳລົງ
barbiturates, caffeine, chlorine, citrate, corticosteroids,ethanol, penicillin, protein, salicylates, sulfonamides, urea.