ພວກເຮົາສູ້ໄປດ້ວຍກັນ

Monday, July 14, 2014

Hyponatremia

Hyponatremia
Sodium: (ຄ່າປົກກະຕິ: 136 - 145 meq/l)

Hyponatremia: (ແມ່ນມີຄ່າ Serum sodium < 136 meq/L)
ການບົ່ງຊີ້ທາງ Clinical ແລະ ການປີ່ນປົວ ແມ່ນອີງໃສ່ສາຍເຫດອັນອັນທີພາໃຫ້ເປັນພາວະ hyponatremia ເຊີ່ງພົວພັນກັບ normal, decreased or increased ECF volume.
Signs and symptoms: ທາງປະສາດ ແມ່ນຈະເກີດຂື້ນເມື່ອລະດັບ serum sodium ຕ່ຳຢູ່ໃນຄ່າປະມານ 120-125 meq/L.
·         Hyponatremia ທີ່ມີການລົດຂອງ ECF volume: ງຸດງິດ(irritability), ຕື່ນເຕັ້ນ, ຂີ່ຍ້ານ(apprehension), ວີນຫົວ(dizziness), ຄວາມດັນຕ່ຳທ່າຢືນ(postural hypotension), ເຍື່ອເມື່ອກມີການຫ່ຽວແຫ້ງ(dry mucus membranes), ປາຍຕີນປາຍມືເຢັນ, ສັ່ນ(tremors), ຊັກ(seizures)
·         Hyponatremia ທີມີການເພີ່ມຂື້ນຂອງ ECF volume: ເຈັບຫົວ, ອ່ອນເພຍ, ເມີນເສີຍ(apathy), ມືນງົງ(confusion), ມີ ບວມ (edema), ນ້ຳໜັກເພີ່ມ, ຄວາມດັນສູງ, ກ້າມຊີ້ນປັ້ນ, ດີ້ນໂຮນ

History and risk factors: ຖອກທ້ອງ, ຮາກຫຼາຍ, NG suction, ໃຊ້ຢາ diuretics, adrenal insufficiency, skin losses (burns, wound drainage) ອື່ນໆ   ພິເສດ: hyperlipidemia, hyperproteinemia, ແລະ hyperglycemia ສາມາດພາໃຫ້ເປັນ pseudo-hyponatremia.

Diagnostic tests: 
ກວດ serum sodium < 136 meq/L. 
ກວດ Serum osmolality ຈະຕ່ຳແຕ່ຍົກເວັ້ນໃນ pseudo-hyponatremia, azotemia ຫຼື toxins ທີ່ມີ osmolality ເພີ່ມຂື້ນ.(example: ethanol).
ກວດ Urine specific gravity ຈະມີການລົດລົງຍ້ອນໄຂ່ຫຼັງພະຍາຍາມລັ່ງນ້ຳອອກເປັນຈຳນວກຫຼາຍ
ກວດ Urine sodium: ຈະລົດລົງ(ຍົກເວັ້ນໃນພະຍາດ SIADH ແລະ adrenal insufficiency). 

ການປີ່ນປົວ: ເປົ້າໝາຍແມ່ນທຳອິດແມ່ນຕ້ອງແກ້ໄຂຄົນເຈັບອອກຈາກພາວະອັນຕະລາຍກ່ອນ(ໂດຍໃຫ້ລະດັບຂອງ sodium ສຸງວກ່າ 120 meq/l ແລ້ວຫຼັງຈາກນັ້ນ ຈື່ງຂ່ອຍໆເພີ່ມເທື່ອລະນ້ອຍໃຫ້ sodium ເຂົ້າສູ່ເກນປົກກະຕິ ແລະ ມາຮັກສາ normal ECF volume.
Hyponatremia ທີມີການເພີ່ມຂື້ນຂອງ ECF volume ແລະ edema
Hypervolemia: low serum serum osmolality (< 280 ), urine sodium < 10 mmol/L, ຈະພົບສ່ວນຫຼາຍ ຈະພົບໃນ: CHF, cirrhosis, or acute/chronic renal failure.)

ການປີ່ນປົວຕ່າງໆ
1) ສຳລັບກໍລະນີຄົນເຈັບທຳມະດາ (serum sodium > 120 meq/L): ແມ່ນໃຫ້ຈຳກັດນ້ຳ (500 ຫາ 1500 ml/ 24 ຊົ່ວໂມງ) ແລະ ໃຫ້ furosemide 40-80 IV ຫຼື ກີນ20-400 mg/day) ມື້ລະຄັ້ງ.
2) ສຳລັຍຄົນເຈັບເປັນ CHF, cirrhosis, nephrotic syndrome ທີ່ມີ ECF volume ຫຼາຍ ສົມທົບກັບມີອາການບາງຢ່າງທີພົວພັນກັບ hyponatremia. ແມ່ນໃຫ້ງົດນ້ຳ ສົມທົບກັບໃຫ້ການປີ່ນປົວສາຍເຫດ.
3) ສຳລັບຄົນເຈັບທີ່ມີອາການຮຸນແຮງ(sodium level < 115 meq/L) ໃນຄົນເຈັບທີ່ມີ volume overloaded:  ແມ່ນໃຫ້ງົດນ້ຳ ສົມທົບກັບໃຫ້ 3% hypertonic saline.
ການໃຫ້ແມ່ນຄິດໄລ່ sodium deficit: 0.6 x (weight in kg) x (ລະດັບ sodium ທີຕ້ອງການ - sodium ທີ່ກວດພົບ)
    ( ໃຫ້ໃຊ້ 0.5 ສຳລັບຜູ້ຍີງ,  ລະດັບ sodium ທີຕ້ອງການ= 120 - 125 meq/L.) 
·         ສຳລັບຄົນເຈັບທີ່ມີອາການຂອງ hyponatremia ແລະ ກະທັນຫັນ (< 24 ຊົ່ວໂມງ), ແມ່ນໃຫ້ເພີ່ມລະດັບ sodium ໃຫ້ເຖີງ 120-125 meq/L ໃນ 24 ຊົ່ວໂມງ ຫຼື < 24 ຊົ່ວໂມງ ກໍ່ໄດ້.
·         ສຳລັບຄົນເຈັບທີ່ມີອາການ chronic hyponatremia, ຫຼື ບໍຮູ້ວ່າເປັນມາດົນປານໃດແລ້ວ. ການເພີ່ມ serum sodium ແມ່ນໃຫ້ເພີ່ມເທື່ອຢ່າງຊ້າໆ(0.5 meq/L/hr) ຫາ ປະມານ 120-125 meq/L ເພື່ອລີກເວັ້ນອາການສົທາງ ປະສາດສຸນ ກາງ (cerebral edema, pontine myelinolysis, seizures) ແລະ/ ຫຼື pulmonary edema. ການໃຫ້ແມ່ນບໍຕ້ອງໃຫ້ເກີນ 10-12 meq/L ໃນ 24 ຊົ່ວໂມງ ຫຼື <20-25 meq/L ໃຫ້ກາຍ 48 ຊົ່ວໂມງຫຼັງຈາກນັ້ນແມ່ນຢຸດໃຊ້ hypertonic saline ແລະ ໃຫ້ເພີ່ມ serum sodium ຂື້ນຢ່າງຊ້າໆເປັນເວລາ 2-3 ວັນ.

ຕົວຢ່າງການຄິດໄລ່
ຊາຍ 80 kg ; serum sodium=110 meq\L ; ຕ້ອງການເພີ່ມໃຫ້ດໄດ້ 120 meq/L.
    1)   0.6 x 80kg x (120-110)= 480 meq  (ປະລິມານທັງໝົດທີ່ຕ້ອງການ)
    2) ປະລິມານທີ່ຕ້ອງເພີ່ມ serum sodiumແມ່ນ 0.5 meq/L/hr =
           0.6 x 80 x 0.5= 24 meq.  (ຕ້ອງເພີ່ມໃຫ້ໄດ້ 24 meq/1ຊົ່ວໂມງ)
    3) ໃຊ້ 3% hypertonic saline ບັນຈຸ 513 meq/Liter 
ແລ້ວມາຄິດໄລ່ອັດຕາການປ່ອຍ
         (ຕ້ອງເພີ່ມໃຫ້ໄດ້ 24 meq/1ຊົ່ວໂມງ)/513 x 1000= ? ml/hr
           ຕ້ອງປ່່ອຍ  :  24 meq/hr  x 1000= 47 ml/hr
                                 513    
1 ຊົ່ວໂມງ=>24 meq
x ຊົ່ວໂມງ => 480 meq
ð  X =  480 meq/ 24 meq=  20 hours 
ຕ້ອງໃຊ້ 3% hypertonic saline ເທື່ອລະ 47 ml/hr ພາຍໃນ 20 ຊົ່ວໂມງ. ຫຼັງຈາກໃຊ້ສຳເລັດ ແລ້ວແມ່ນໃຫ້ງົດນ້ຳ.
Hyponatremia ກັບ isovolemia
ແມ່ນມີ Low osmolarity <280, urine sodium < 10 mmol: water intoxication; urine sodium > 20: SIADH, hypothyroidism, renal failure, addisons disease, drugs.
Mild: (serum level > 120 meq/L; ທີ່ບໍ່ມີອາການ): ໃຫ້ furosemide 80mg IV 1 ຄັ້ງ ຫາ 2 ຄັ້ງຕໍ່ມື້ ແລະ ໃຫ້ Normal saline + 20 ຫາ 40 meq KCL/liter  ປ່ອຍ(infuse) 65-150 ml/hr (ຕ້ອງເພີ່ມປະລິມານ sodium serum 0.5 meq/L/hr ຫຼື ຕ່ຳກ່ວານັ້ນ.)
SIADH: ແມ່ນໃຫ້ງົດນ້ຳໂດຍໃຫ້ 500-750ml/ມື້ໃຫ້ Demeclocycline 300 ຫາ 600mg 2 ຄັ້ງຕໍ່ມື້. ຕ້ອງໃຊ້ລະມັດ ລະວັງໃນພະຍາດຕັບ. ໃນສະຖານະການສຸກເສີນ (sodium < 115) ໃຊ້ hypertonic saline (ຂ້າງເທິງ) ແລະ furosemide.
ຄົນເຈັບທີ່ມີອາການໃສ່ hypertonic saline ແລະ furosemide ຫຼື ໃຫ້ hypertonic saline ແລະ ງົດນ້ຳ.
 
Hyponatremia ກັບ hypovolemia
Low serum osmolarity (<280).  Urine sodium < 10 mmol: Urine sodium > 20: diuretics. ຖ້າບໍລິມາດນ້ຳໃນເສັ້ນເລືອດລົດລົງ ຄວາມດັນຕ່ຳລົງ ແມ່ນໃຫ້ສານນ້ຳ normal saline 500 ຫາ 3000 ml ປ່ອຍ 500 ml/hr ຈົນກວ່າຄວາມດັນດີຂື້ນ ແລ້ວ ໃຫ້ normal saline ( + 20-40 meq KCL/ liter) ປ່ອຍ 65 ຫາ 150 ml/hr ຈົນກວ່າລະດັບ sodium ໃນເລືອດຈະເຂົ້າສູ່ປົກກະຕິ(ໝາຍເຫດ: ໃນ mild cases, ແມ່ນເປົ້າໝາຍໃຫ້ໄດ້ 130 meq/ Liter). ໃນ 1 ລິດຂອງ normal saline ຈຸມີ 154 meq. ການໃຫ້ແມ່ນໃຫ້ຄິດໄລ່ຄືຂ້າງເທີງ. ໃນກໍລະນີ severe hyponatremia (<115 meq/L) ແມ່ນເລີ່ມດ້ວຍ hypertonic saline ແລ້ວຄິໄລ່ຄືຂ້າງເທີງ


ສຸດການຄິດໄລ່ sodium ທັງໝົດທີ່ຕ້ອງການ
NaDeficit = Sex * NormalWgt * (DesiredNa - SerumNa)