ພວກເຮົາສູ້ໄປດ້ວຍກັນ

Saturday, July 12, 2014

ໜ່ວຍຕອງໄຂ່ຫຼັງອັກເສບກະທັນຫັນ Acute Glomerulonephritis

ໂດຍ: ດຣ. ສຸກອຸດອນ
ໜ່ວຍຕອງໄຂ່ຫຼັງອັກເສບກະທັນຫັນ
Acute Glomerulonephritis

ໜ່ວຍຕອງໄຂ່ຫຼັງອັກເສບກະທັນຫັນສາຍເຫດຈາກການຕິດເຊື້ອໂດຍກົງຫຼືທາງອ້ອມແມ່ນມັນຈະພາໃຫ້ມີເລືອດອອກ ໃນຍ່ຽວ( hematuria), protein ໃນຍ່ຽວ (proteinuria), ມີເມັດເລືອດແດງໃນຍ່ຽວ (red blood cell (RBC) casts). ຈະພາໃຫ້ມີຄວາມດັນເລືອດສຸງ , ບວມ, azotemia, ອັດຕາການກັ່ນຕອງຂອງໄຂ່ຫຼັງລົດ ລົງ[GFR], ພາໃຫ້ມີການອັ່ງເກືອ ແລະ ນ້ຳ.

1.   ສາເຫດ(ETIOLOGY)

ໜ່ວຍຕອງໄຂ່ຫຼັງອັກເສບກະທັນຫັນອາດເປັນພະຍາດການຕິດເຊື້ອທົ່ວລະບົບ ຫຼື ເປັນມາຈາກການຕິດເຊື້ອໂດຍກົງ.  ເມື່ອມີການຕິດເຊື້ອ ຫຼື ບໍ່ຕິດເຊື້ອ ແລ້ວພາໃຫ້ຮ່າງກາຍມີປະຕິກິລິຍາຕໍ່ພຸມຄ້ມກັນແລ້ວພາໃຫ້ມີການອັກເສບເກີດຂື້ນ.
ບັກດາສາເຫດທີ່ມັກພາໃຫ້ມີການອັກເສບໜ່ວຍຕອງໄຂ່ຫຼັງ:
ຕິດເຊື້ອ Group A beta-hemolytic Streptococcus
ພະຍາດພຸມຄຸ້ມກັນ Collagen-vascular diseases (systemic lupus erythematosus [SLE])
ພະຍາດເສັ້ນເລືອດອັກເສບVasculitis (Wegener’s granulomatosis, polyarteritis nodosa)
ພະຍາດບໍ່ຮູ້ສາເຫດ (Idiopathic glomerulonephritis (membranoproliferative,idiopathic, crescentic, IgA nephropathy)
ພະຍາດ Goodpasture’s syndrome
2.    ປະຫວັດ( history)

ໄລຍະຂອງການເປັນ, ອາການ, ປະຫວັດການຊືມການອັກເສບຄໍໃນໄລຍະ 3 ອາທິດ, ປະຫວັດພະຍາດປະຈຳໂຕອື່ນ, ພະຍາດ SLE...
3.    ອາການ:

·         ຍ່ຽວເລືອດ(Hematuria) ຍ່ຽວຈະເປັນສີແດງ-ດຳ( ສີນ້ຳແປບຊີ)
·         ຍ່ຽວນ້ອຍ(Oliguria)
·         ບວມ (ປາຍຕີນປາຍມື ຫຼື ຕາມໃບໜ້າ)ພົບ 85% ໃນເດັກ.
·         ເຈັບຫົວ ອາດເປັນຜົນມາຈາກຄວາມດັນເລືອດສູງ ພົບມີພຽງ 5%.
·         ຫາຍໃຈຟືດ: ຜົນມາຈາກຫົວໃຈຊຸດໂຊມ ຫຼື ປອດບວມ
·         ເຈັບແອວ
·         ປ້ນທ້ອງ ແລະ ຮາກ
·         ເຈັບທ້ອງ
·         ມີຜື່ນປ່ຳຊ້ຳ Henoch-Schönlein purpuraພົວພັນກັບ(SLE)
·         ເຈັບຂໍ້: ພົວພັນກັບພະຍາດ (SLE)
·         ໄອອອກເລືອດພົວພັນກັບ Goodpasture syndrome ຫຼື idiopathic glomerulonephritis
·         ຜື່ນ ພົວພັນກັບ hypersensitivity vasculitis ຫຼື SLE

 

4. ການກວດກາຮ່າງກາຍ

 

ແມ່ນກວດເພື່ອຊອກຫາຄວາມຮ້າຍແຮງຂອງໄຂ່ຫຼັງ, ກວດຄວາມດັນ, ປະເມີນການຍ່ຽວ
ການຊອກຫາພາວະນ້ຳເກີນ:
·         ໃບໜ້າບວມ ແຂນຂາບວມ.
·         ບວມ ແລະ ຄວາມດັນສູງ ແມ່ນມີປະລິມານນ້ຳເກີນປະມານພົບປະມານ 75% ຂອງຄົນເຈັບທັງໝົດ.
·         ມີສຽງ Crackles ເນື່ອງຈາກ pulmonary edema)
·         ມີ jugular venous pressure
·         ມີ Ascites ແລະ pleural effusion (ອາດເປັນໄປໄດ້)

ນອກຈາກນັ້ນຕ້ອງປະເມີນ:
·         ມີຜື່ນ (ສະແດງວ່າມີການອັກເສບເສັ້ນເລືອດ, ມີ Henoch-Schönlein purpura, ຫຼື lupus nephritis)
·         ຈືດມ້ານ.
·         ເຈັບທີ່ມຸມກະດຸກສັນຫຼັງກັບກະດູກຂ້າງ (Renal angle) ເວລາຄຳ, ຂໍ້ບວມ ແລະ ເຈັບ
·         ຍ່ຽບດຳ.
·         ມືນງົງ, ສັບສົນ.
·         ຂໍ້ອັກເສບ.
ນອກຈາກນັ້ນຍັງກວດເບີ່ງວ່າ:
·         ຄໍອັກເສບບໍ?
·         ຊືມເຊື້ອລະບົບຫາຍໃຈ
·         ຫົວໃຈມີສຽງຜີດປົກກະຕິ.
·         Scarlet fever
·         ນ້ຳໜັກເພີ່ມຂື້ນ.
·         ເຈັບທ້ອງ
·         ທ້ອງອືດ
·         ເຈັບຫຼັງ

5.    ອາການສົນ

·         Hypertensive retinopathy
·         Hypertensive encephalopathy
·         Rapidly progressive GN
·         ໄຂ່ຫຼັງຊຸດໂຊມຊ້ຳເຮື້ອ
·         ເປັນ Nephrotic syndrome

6.  ກວດເພີ່ມ

 

·         ກວດຍ່ຽວ: ຈຳແນກ nephrotic syndrome ແລະ AGN.
·         ກວດເລືອດລວມ (CBC)
·         ກວດ Blood urea nitrogen (BUN), serum creatinine, and serum electrolytes (ໂດຍສະເພາະ serum potassium)
·         ກວດການຈົມຂອງເມັດເລືອດ (ESR) ອາດພົບສຸງຂື້ນ.


  1. 7. ການປີ່ນປົວ

-       ການປີ່ນປົວພາວະ acute poststreptococcal glomerulonephritis (PSGN) ສ່ວນຫຼາຍແມ່ນປົວແບບ ເຊີດຊູ ເພາະຍັງບໍ່ມີວິທີປົວແບບສະເພາະເຈາະຈົງ.
-       ການໃຫ້ຢາຕ້ານເຊື້ອ:  penicillin ຫຼື ຕົວອື່ນ ພື່ອປ້ອງກັນ  500 mg ກີນ q12hr  10 ມື້

ນອກຈາກນັ້ນ: Cephalexin


-       ໃຫ້ຢາຂັບຍ່ຽວ: Loop diuretics ໃຫ້ໃນ ຄົນເຈັບບວມ.
-       ໃຫ້ Vasodilato:  nitroprusside, nifedipine, hydralazine, diazoxide ໃນ severe hypertension ຫຼື encephalopathy.
-       ລົດອາຫານປະເພດເຄັມ


-