ພວກເຮົາສູ້ໄປດ້ວຍກັນ

Sunday, July 13, 2014

Hypocalcaemia

Hypocalcaemia

ອາການສະແດງອອກ: ມືປາຍຕີນປາຍມື,  ຈັງ, ງ້ວງຊືມ, ມືນງົງ, ຊັກ, Trousseau’s sign (ນີ້ວມືຫົວງູ), Chvostek’s sign QT prolongation.

ປົກກະຕິ: Total Calcium: 8.4-10.2 mg/dl (2.1-2.6 mmol/L). Ionized Calcium: 3.8-5.3 mg/dl (0.95-1.35 mmol/L). Protein binding: Moderate, approximately 45% in plasma.

Mild Hypocalcemia
ໃນຄົນເຈັບທີ່ມີອາການທີ່ບໍ່ຮຸນແຮງ ຫຼື ບໍ່ມີອາການ
·         ກີນ(PO): 1-3 g/day (ແບ່ງ 2-3 ຄັ້ງ) ຖ້າປົວແບບຄົຍເຈັບເຂດນອກ
·         ທາງເສັ້ນ(IV): 1-2 g ພາຍໃນ 2 ຊົ່ວໂມງ
·         ເດັກອ່ອນ: 500-1500 mg/kg/ມື້ ກີນແບ່ງ 4-6ຄັ້ງ/ມື້ 
·         ເດັກໃຫຍ່: 500-725 mg/kg/ມື້ ກີນ, ແບ່ງ 3-4ຄັ້ງ
Severe Hypocalcemia
ໃນຄົນເຈັບທີ່ມີອາການຮຸນແຮງ
1.     ເລີ່່ມໃຫ້ນ້ຳ IV, ອົກຊີແຊນ. ໃຫ້ຮູ້ວ່າ severe hypocalcemia ແມ່ນອາດຈະຕາຍໄດ້. ຄວນກວດ ionized calcium ແລະ Lab ດ້ານອື່ນອີກ.
2.    ການໃຫ້ນ້ຳ IV ແມ່ນໃຫ້ໃນຄົນເຈັບທີ່ມີອາການສົມທົບກັບ cardiac arrhythmias ຫຼືຈັງ(tetany)ແລ້ວ ໃຫ້ 100-300 mg calcium ປົນໃນ in 50-100 mL (D5W) 5% dextrose ຫຼື NSS, ປ່ອຍໃຫ້ ໝົດ ພາຍໃນ 5-10 ນາທີ.
ü  ໃນ calcium gluconate 10% ມີ 10 mL ຈະມີ calcium gluconate ທັງໝົດ 1 g ຈະມີສານ calcium 90 mg
ü   ໃນ calcium chloride 10% 10 mL ຈະມີ calcium 272 mg
3.    ຫຼັງຈາກນັ້ນໃຫ້ calcium 0.5 - 1.5 mg/kg/ຊົ່ວໂມງ  ຈົນກວ່າ serum 8 mg/dl.

ເດັນອ່ອນ: 200-800 mg/kg/ມື້ IV ຈະປ່ອຍແບບປະສົມໃສ່ນ້ຳແລ້ວຈື່ງຄ່ອຍໆປ່ອຍ ຫຼື ແບ່ງປ່ອຍທຸກ 4 ຊົ່ວໂມງ ກໍ່ໄດ້ 
ເດັກໃຫຍ່: 200-500 mg/kg/ມື້ IV ຈະປ່ອຍແບບປະສົມໃສ່ນ້ຳແລ້ວຈື່ງຄ່ອຍໆປ່ອຍ ຫຼື ແບ່ງປ່ອຍທຸກ 4 ຊົ່ວໂມງ ກໍ່ໄດ້.
                                  
Hypocalcemic ມີອາການຈັງ(tetany)ໃນເດັກ
ໃຫ້ IV 100-200 mg/kg IV ໃຫ້ໝົດໃນ 10 minutes; ແລ້ວອາດຈະໃຫ້ອີກຫຼັງຈາກ 6 h ຫຼື ໃຫ້ປະສົມໃສ່ນໍ້າໃນ ຂະນາດບໍ່ໃຫ້ກາຍ 500 mg/kg/ມື້.
ສຳລັບ Calcium chloride 10% ຈະມີ calcium ຫຼາຍກວ່າ ແລະ ສະດວກໃນການໃຫ້ໃນກໍລະນີມີການຕ້ອງການ ເພີ່ມໃຫ້ໄວ. ຄວນໃຫ້ໃນທາງ central venous, ຖ້າຢາກໃຫ້ທາງປະສົມກັບນ້ຳແລ້ວປ່ອຍມາເປັນຢອດແມ່ນຕ້ອງ ເລີ່ມຈາກ 0.5 mg/kg/hr ແລ້ວຄ່ອຍໆເພີ່ມຂື້ນເປັນ 2 mg/kg/hr ຖ້າຕ້ອງການ.
ຄວນກວດ serum calcium ທຸກ 4-6 ຊົ່ວໂມງຈົນໃຫ້ລະດັບ serum calcium ຢູ່ທີ່ 8-9 mg/dL.
ຖ້າຄົນເຈັບຍັງມີ albumin ຕໍ່າ  ຄວນປະເມີນ ແລະ ຕິດຕາມຕໍ່ໄປ.
·         ສຳລັບຄົນເຈັບ cardiac arrhythmias ຫຼືໃຊ້ຢາ digoxin ຄວນໃຫ້ກວດ (ECG) ທີ່ຈະຕິດ ຕາມໃນຊ່ວງທີ່ຍັງກຳລັງປົວພາວະ calcium ຕ່ຳ
·         ຊອກຫາສາຍເຫດອັນທີ່ພາ calcium ໃນເລືອດຕ່ຳແລ້ວປົວອີກ.
·         ໃຫ້ກີນ calcium ແລະ vitamin D ສຳລັບຄົນເຈັບທີ່ມີ postparathyroidectomy, hungry bone disease, osteitis fibrosa cystica, ຈະມີ hypocalcemia.
·         ໃຫ້ calcium ແລະ vitamin D ແມ່ນ 1-2 ມື້ກ່ອນທີ່ຈະມີການຜ່າຕັດ parathyroid ແມ່ນຈຸດປະສົງປ້ອງກັນ severe hypocalcemia.
Chronic Hypocalcemia
ການປົວ chronic hypocalcemia ແມ່ນຈະປົວຕາມສາເຫດ.
·         ສຳລັບຄົນເຈັບ hypoparathyroidism ແລະ pseudohypoparathyroidism ແມ່ນໃຫ້ກີນ calcium ທັນທີໂລດ.
·         ສຳລັບຄົບເຈັບ severe hypoparathyroidism, ແມ່ນໃຫ້ vitamin D. ແຕ່ແນວໃດກໍຕາມຕ້ອງຈື່ໄວ້ວ່າ PTH deficiency ແມ່ນມາຈາກການບົກຜ່ອງຂອງການປ່ຽນ vitamin D ໄປເປັນ calcitriol. ສະນັ້ນການປົວທີ່ມີປະສີດດທີ່ພາບທີສຸດແມ່ນໃຫ້ calcitriol 0.5-2 mcg ຫຼື ກີນ 1-alpha-hydroxyvitamin D3.
·         ການຜ່າຕັດຕ່ອມ parathyroid (Parathyroidectomy) ບາງສ່ວນ ຫຼື ທາງໝົດອອກ ແມ່ນຈະສ່ຽງຕໍ່ ການ
ການປະສົມ
Calcium gluconate: 1g ໃນ 50ml D5W ຫຼື NSS
Calcium chloride :1g ໃນ 100ml D5W ຫຼື NSS, ຫ້າມໃຊ້ Calcium chloride ທາງ IM ຫຼື SC  ເພາະວ່າຈະເຮັດໃຫ້ເນື້ອຕາຍໄດ້.

ອັດຕາການສົ່ງ:
ຖ້າໃຫ້ໄວເກີນໄປຈະພາໃຫ້ມີ: ຫົວໃຈເຕັ້ນໄວ, ຄວາມດັນຕ່ຳ, ເສັ້ນເລືອດຍະ.
ສະຫຼູບສັ້ນໆ:
ການປົວ hypocalcemia 
ໃຫ້ກີນ : ~1-2 g/ມື້ ແບ່ງ 2-4 ຄັ້ງ/ມື້ ກັບອາຫານ.
ຕົວຢ່າງ: CaCO3 500mg (ຈະມີ
 200mg Ca++): ກີນ 2-4ເມັດ qid.


IV: ໃຊ້ສໍາລັບຄົນເຈັບທີ່ມີອາການ ແລະ serum calcium < ~ 7 to 7.5 mg/dL.
ປົວ 1-2 g CaGluc ຫຼື ໃຫ້ 100-300 mg calcium ປ່ອຍ 5-10 ນາທີ 1 ຄັ້ງ. ຫຼັງຈາກນັ້ນແມ່ນໃຫ້ 0.5-1.5 mg/kg/h. (1g ຂອງ CaGluc calcium ໃນ serum ຈະເພີ່ມຂື້ນ 0.5 mg/dl). ເປົ້າໝາຍແມ່ນໃຫ້ serum calcium ຂື້ນຮອດ 8 mg/dl.
ຕົວຢ່າງ:
ຄົນເຈັບ 70 kg,
1.     ເອົາ calcium gluconate 10ml 2 ຫຼອດ ປະສົມນ້ຳ D5w 5oml (IV) 10 ນາທີໃຫ້ໝົດ.
2.    ຕ້ອງການປ່ອຍ infusion 1 mg/kg/h, ຄິດໄລ່ໄດ້ 70mg/kg/h. 
ຫຼັງຈາກທີ່ໃຊ້ໄປແລ້ວຄວນກວດ serum calcium ທຸກ 4-6 h.

http://www.globalrph.com/calcium_supplements.htm