ພວກເຮົາສູ້ໄປດ້ວຍກັນ

Thursday, July 10, 2014

ຫມວດອາການຂອງພະຍາດຫນອງໃນ

ຫມວດອາການຂອງພະຍາດຫນອງໃນ.
(Signs and Symptoms of Gonorrhea)

ໂດຍທົ່ວໄປແລ້ວ ອາການຂອງພະຍາດຫນອງໃນ ແມ່ນຈະປະກົດອອກພາຍໃນ 2 ຫາ 1ຫລັງຈາກ ການຕິດຕໍ່ພົວພັນ ເຊື້ອຫນອງໃນມາກ່ອນ.

ອາການ ແລະ ອາການສະແດງອອກໃນຜູ້ຍີງ (Signs and Symptoms of Gonorrhea in Women)
ສ່ວນຫຼາຍໃນຜູ້ຍີງຈະຈະບໍ່ມີອາການ ແຕ່ຜູ້ມີອາການແມ່ນຈະພົບພາຍໃນ 1ວັນ. ເຊີ່ງອາການທີ່ພົບແມ່ນມີດັ່ງນີ້:  
·         ເຈັບ ຫຼື ແສບອອກຮ້ອນເວລາຍ່ຽວ.
·         ມີລົງຂາວເປັນສີເຫລືອງ ຫຼື ມີເລືອດ.
·         ມີເລືອດອອກໃນຊ່ວງເວລາມີປະຈຳເດືອນ.
·         ມີເລືອດອອກໂດຍທີ່ບໍ່ແມ່ນປະຈຳເດືອນ.
·         ເຈັບເວລາຮ່ວມເພດ

ອາການ ແລະ ອາການສະແດງອອກໃນຜູ້ຊາຍ (Signs and Symptoms of Gonorrhea in Men)
ສ່ວນຫຼາຍໃນຜູ້ຊາຍສ່ວນຫຼາຍຈະບໍ່ມີອາການ ແຕ່ຜູ້ມີອາການແມ່ນຈະພົບພາຍໃນ 5 ວັນ. ຈາກ ການຕິດຕໍ່ພົວພັນ ເຊື້ອຫນອງໃນມາກ່ອນ. ບາງກໍລະນີແມ່ນຈະມີອາການພາຍໃນ 3ວັນ. 

ອາການຫນອງໃນຜູ້ຊາຍມີ
·         ເຈັບແຊບອອກຮ້ອນເວລາຍ່ຽວ
·         ຫນອງມີສີຂາວ, ສີເຫຼືອງ, ສີເຫຼືອງ ອອກຈາກປາຍອະໄວຍະວະເພດ.
·         ຖົງອັນທະເຈັບ, ໄຂ່ບວມ.
ອາການ ແລະ ອາການສະແດງອອກຂອງຫນອງໃນ ຮູທວານ.
ຜູ້ຊາຍ ແລະ ຍີງ ເມື່ອຕີດເຊື້ອ gonorrhea ຈະມີອາການດັ່ງນີ້:
·         ລົງຂາວ, ຫນອງ
·         ເຈັບແຮງ
·         ມີເລືອດໄຫລ ຫຼື ຄັນທາງຮູທວານ.
·         ເຈັບທ້ອງເວລາຖ່າຍ.

ອາການ ແລະ ອາການສະແດງອອກຂອງຫນອງໃນ ຂອງຕາ
ມີອາການດ່ັງນີ້: 
·         ຕາແດງ
·         ຄັນ
·         ມີຫນອງ.
ອາການສົນ (Gonorrhea Complications)
Gonorrhea Complications in Women
pelvic inflammatory disease (PID), ແມ່ນການອັກເສບທີ່ຮ້າຍແຮງຂອງລະບົບສືບພັນຍີງ, Gonococcal PID ແມ່ນມັກຈະເກີດຂື້ນຫລັງຈາກປະຈຳເດືອນ ແລ້ວຈະພາໃຫ້ເປັນແປ້ວ(scar) ຢູ່ທີທໍສົ່ງໄຂ່, ຖ້າທໍ່ສົ່ງໃຂ່ມີແປ້ວຈະພາໃຫ້ໃຂ່ມະປະສົມກັບອະສຸຈິບໍ່ໄດ້ຈະມີໂອກາດເປັນລຸກນອກຜົກຫລາຍ ແລະ ພາໃຫ້ເປັນ miscarriage ອັດຕາການຕາຍກໍສຸງຂື້ນ.
Gonorrhea Complications in Men
ໃນແມ່ຍີງຈະພາໃຫ້ເປັນ epididymitis, ເຈັບທີສຸດ, Gonorrhea ຍັງພາໃຫ້ມີການອັກເສບຕໍ່ prostate gland ແລະເປັນແປ້ວຕາມທໍ່ຍ່ຽວ.
ການປີ່ນປົວ (Gonorrhea Treatment)
ໃຫ້ຢາຕ້ານເຊື້ອເຊັ່ນ:  ceftriaxone ແລະ ciprofloxacin, ແມ່ນໃຊ້ຫລາຍໃນການປົວ gonorrhea.
ຢາທີໃຊ້:
·         Cefixime
·         Ceftriaxone
·         Ciprofloxacin
·         Ofloxacin
·         Levofloxacin.
  
ຫນອງໃນ ແລະ ຫນອງໃນທຽມແມ່ນພະຍາດຕິດຕໍ່ທາງເພດສຳພັນສ່ວນຫຼາຍຈະຕິດຕໍ່ພາຍໃນເວລາດຽວກັນສະນັ້ນ ການປີ່ນປົວແມ່ນຈະປົວໃນເວລາດຽວກັນໂດຍຈະໃຊ້ຢາຕ້ານເຊື້ອ 2 ຢ່າງປະສົມກັນເຊັ່ນ: cephalosporin ໃຊ້ ສຳລັບ ceftriaxone ແລະ ໃຊ້ doxycycline ຫຼື azithromycin ສັບລັບຫນອງໃນທຽມ( clamydia)



ວິທີການໃຫ້ຢາ
Disease
Treatment




ໃນຄົນທີ່ບໍມີອາການສົນຕໍ່ ປາກມົດລຸກທໍ່ຍ່ຽວ ແລະ ຮູທວານ
Ceftriaxone (Rocephin) 125mg IM × 1ຄັ້ງ
ຫຼື
Cefixime (Suprax) 400mg ກີນ(PO) × 1 ຄັ້ງ
ບວກກັບ(plus)
ໃຊ້ປົວ Chlamydia trachomatis :
Azithromycin (Zithromax) 1g ກີນ(PO) × 1ຄັ້ງ
ຫຼື
Doxycycline (Vibramycin) 100mg ກີນ(PO)2 ຄັ້ງ(bid) × 7d