ພວກເຮົາສູ້ໄປດ້ວຍກັນ

Monday, July 14, 2014

ສະລິລະວິທະຍາຂອງ hormone Insulin ແລະ Diabetic mellitus.

ສະລິລະວິທະຍາຂອງ hormone Insulin ແລະ  Diabetic mellitus.

   I.      ສະລິລະວິທະຍາຂອງ insulin
1.    ຕໍ່ carbohydrate: ​
-       ເລັ່ງນໍ້ງຕານ​ເຂົ້າ​ຈຸ​ລັງ​ແລ້ວ​ປ່ຽນ​ເປັນ glucose-6-phosphate ​ເພື່ອ​ໄປ​ເປັນ​ພະລັງງານ​ຫລາຍ​ຂື້ນ
-       ກະ​ຕຸ້ນ​ການ​ສັງ​ເຄາະ glycogen ​ໄປ​ເກັບ​ຢູ່​ໃນ​ຕັບ( ລະດັບ glucose ​ໃນ​ຕັບ​ຈະ​ຕໍ່າ​ກ່ວາ​ໃນ​ເລືອດສະ​ນັ້ນ​ການ​ດືງ glucose ​ເຂົ້າສູ່ຈຸລັງຕັບຈື່ງບໍໃຊ້ insulin.
-       ເລັ່ງນໍ້ງຕານ​ເຂົ້າ​ຈຸ​ລັງກ້າມ​ຊີ້ນ 20-30% ຈະ​ຖືກ​ໃຊ້​ເປັນ​ພະລັງງານ  ສ່ວນ​ທີ່​ເຫລືອ​ແມ່ນ​ປ່ຽນ​ເປັນ glycogen ສະ​ສົມ​ຢູ່​ໃນ​ກ້າມ​ຊີ້ນ.
-       ເລັ່ງນໍ້ງຕານ​ເຂົ້າ​ຈຸ​ລັງ​ໄຂມັນ​ປ່ຽນ​ເປັນ glycerophosphate ​ເຊີ່ງ​ຮ່ວມ​ກັບ triglyceride.
2.  ຕໍ່​ທາດ​ໄຂມັນ:
-       ເລັ່ງການເຮັດວຽກຂອງ lipoprotein lipase ​ເພື່ອ​ສະຫລາຍ​ໄຂມັນ​ທີ່​ບໍ​ຖືກ​ໃຊ້​ໃຫ້​ເປັນ free fatty acide ​ແລ້ວ​ສົ່ງ​ເຂົ້າ​ໄປ​ເກັບ​ເປັນ triglyceride ​ໃນຈຸລັງໄຂມັນເພີ່ມຂື້ນ.
-       Insulin ຍັງກະ​ຕຸ້ນການ​ສັງ​ເຄາະ ​ແລະ ​ຢັບຢັ້ງການ​ສະຫລາຍ triglyceride.
-       ຢັບຢັ້ງ hormone sensitive lipase ​ເຮັດ​​ໃຫ້​​ໄຂມັນ​​ໃນ​ຈຸ​ລັງ​ຖືກ​ສະຫລາຍ​ນ້ອຍ​ລົງ ​ເຮັດ​ໃຫ້​ໄຂມັນ​ໄປ​ສູ່​ຕັບ​ນ້ອຍ​ລົງ ການ​ສັງ​ເຄາະ ketone ຈື່ງນ້ອຍລົງ.
-       Insulin ​ເລັ່ງໃຫ້ຈຸລັງທົ່ວໄປໃຊ້ ketone acid ມາເປັນພະລັງງານຫລາຍຂື້ນເພື່ອຫລຸດ ທາດ ketone acid ​ໃນ​ເລືອດ.
-       ​ເພີ່ມ​ການ​ສັງ​ເຄາະ cholesterol (​ໄຂມັນ​ອິດ​ສະຫລະ) ​ແລະ triglyceride ​ເພີ່ມ​ໃນ​ຕັບ ​ແຕ່ລົດ​ການ​ຈັບ​ຂອງ VLDL (very low density lipoprotein) ຈາກ​ຕັບ​ອອກ​ສູ່​ເລືອດ.
-       ກະຕຸ້ນ lipogenesis ແລະ ຍັບຍັ້ງ lypolysis
3.  ຕໍ່​ທາດ Protien:
-       ເຮັດ​ໃຫ້​ມີ​ການ​ສັງ​ເຄາະ RNA ​ແລະ DNA.
-       Take amino acid into cell
-       ເຮັດ​ໃຫ້​ມີ​ການ​ສັງ​ເຄາະ protein ຫລາຍ​ຂື້ນ ແລະ ຍັບຍັ້ງການສະຫລາຍ protein
-       ກະ​ຕຸ້ນ growth factor.
-       ເຮັດ​ໃຫ້​ທີ​ການ​ຂົນ​ສົ່ງ ion K+,Mg2+,PO43-​ເຂົ້າ​ສູ​ຈຸ​ລັງ​ຫລາຍ​ຂື້ນ.
-       ກະ​ຕຸ້ນ Na-k-ATPase ​ໃຫ້​ເຮັດ​ວຽກ​ຫລາຍ​ຂື້ນ​ເຊີ່ງ​ເປັນ​ການ​ເພີ່ມ​ພະລັງງານ​ອີກ​ຈຸດ​ຫນື່ງ.
4.  ຕໍ່​ສ່ວນອື່ນໆ:
-       ເພີ່ມການດຸດຊືມ Na+ ຈາກ renal tubular
-       ເພີ່ມປະສີດທີ່ພາບການຫົດຫັດຂອງຫົວໃຈ.

 II.      ການ​ຄວບ​ຄຸມ​ການ​ລັ່ງ insulin
-       Amino acid (arginine and lysine) ຈະ​ເພີ່ມ​ການ​ລັ່ງ insulin ຄື: ​​Gastrine, secretine, CCK, glucagon, GH, Cortisol.
-       Catecholamine ລັ່ງອອກ​ມາ​ມີ​ຜົນ 2 ຢ່າງ​ຄື ກະ​ຕຸ້ນ Alpha adrenergic receptor ​ແມ່ນ​ຢັບຢັ້ງການ​ລັ່ງ Insulin, ກະ​ຕຸ້ນ Beta adrenergic ​ແມ່ນ ​ເພີ່ມ​ການ​ລັ່ງ Insulin.
-       Vagas nerve ​ແມ່ນ​ກະ​ຕຸ້ນ​ການ​ລັ່ງ Insulin.

III.      Diabetic mellitus( ພະຍາດເບົາຫວານ)
ແມ່ນພະຍາດຫນື່ງທີມີໝວດອາການ hyperglycemia ເນື່ອງມາຈາກການຜິດປົກກະຕິຂອງ hormone insulin
ພະຍາດເບົາຫວານແບ່ງເປັນ 2 ຊະນິດຄື: Type 1 DM ແລະ Type 2 DM
Type 1 diabetic :  Insulin-dependent diabetes mellitus (IDDM) ແມ່ນການຂາດໂກຍສີ້ນເຊີງ ຈະພົບໃນກຸມຄົນອາຍຸ < 30 ປີ ສາຍເຫດມາຈາກ: immune-mediated; automimmune ທຳລາຍ beta cell ອັນພາໃຫ້ການພະລີດ hormone insulin ບໍ່ໄດ້ ນີ້ແມ່ນຈະພົວພັນຫາການຜິດປົກກະນີ້ຂອງກຳມະພັນ ແລະ Idiopathic.
Type 2 diabetic: Non–insulin-dependent diabetes mellitus ເບົາຫວານຊະນີດນີ້ ມາຈາກ ມີການຕ້ານຕໍ່ insulin ແລະ ການລັ່ງ insulin ບໍ່ໄດ້ secretion.

DIABETES ທີ່ມາຈາກພະຍາດອື່ນໆ ເຊັ່ນ:
• Hormonal excess: Cushing’s syndrome, acromegaly, glucagonoma, heochromocytoma
ໃຊ້ຢາແລ້ວພາໃຫ້ເປັນເລີຍ: glucocorticoids, ຢາໄລ່ຍ່ຽວ(diuretics), ຢາຄຸມ (oral contraceptives).
ພະຍາດມ້າມແລ້ວພາໃຫ້ເປັນເລີຍ: ມ້າມອັກເສບ(pancreatitis), ຜ່າຕັດປ້າງ(pancreatectomy), hemochromatosis, cystic fibrosis.
• Genetic syndromes: hyperlipidemias, myotonic dystrophy, lipoatrophy.
ເບົາຫວານໃນເວລາຖືພາ (Gestational diabetes (GDM)): ເຊີ່ງແມ່ນເບົາຫວານທີ່ຖືກບົ່ງມະຕິໃນຊ່ວງ ຖືພາ ເຊີ່ງອັນ ມີການພົວພັນທີ່ພາໃຫ້ມີການຕ້ານຕໍ່ insulin (insulin resistance).
ຄົນຕຸ້ຍ (obesity), ກີນອາຫານທາດມັນ ແລະ carbohydrate ສຸງເກີນໄປ.


IV.        Type 2 diabetic
1.   ອາການ
ຍ່ຽວຫລາຍ (polyuria)
ຫີວນ້ຳຫລາຍ(polydipsia)
ກີນຫລາຍ (polyphagia)
ນ້ຳຫນັກລົດ(weight loss).
ຕາມົວ(Blurred vision)
ມືນປາຍຕີນປາຍມື(Lower-extremity paresthesias)
ຊືມເຊື້ອ( easy for infection)
2.  ກົນໄກຂອງ ເບົາຫວານຊະນິດທີ່ 2
ແມ່ນຈະເຫັນມີ 3 ກົນໄກໃຫຍ່ຄື:
v  ກົນໄກການຕ້ານຕໍ່ insulin (metabolic abnormality insulin resistance) ກົນໄກນີ້ແມ່ນຈະພົບ ກ່ອນຫມູ່.
ໃນ type II diabetes ສ່ວນຫລາຍແມ່ນມີນ້ຳຫນັກເກີນ ເນື່ອງຈາກການກີນຫລາຍ ແຕ່ເຜົາຜານອອກນ້ອຍ ພາໃຫ້ ມີການຂາດຄວາມດຸນດ່ຽງລະຫວ່າງການສະຫນອງພະລັງງານ ແລະ ການໃຊ້ພະລັງງານ (The imbalance bet -ween energy supply and expenditure) =>ພາໃຫ້ຄວາມເຂັ້ນຂູ້ນຂອງ fatty acids ສຸງໃນກະແສເລືອດ,   => ຮ່າງກາຍກໍໃຊ້ໄຂມັນເປັນພະລັງງານແທນ, => ແລ້ວ ການໃຊ້ insulin ໄປຍ່ອຍເອົານ້ຳຕານຈາກກ້າມຊີ້ນ ແລະ ຈີວະໄຂມັນ ມາໃຊ້ລົດລົງ =>ຜົນສຸດທ້າຍກໍຈະພາໃຫ້ມີການຕ້ານຕໍ່ insulin ຂື້ນ. ໃນພາວະນີ້ ຈະເຫັນ insulin ໃນ ກະແສເລືອດປົກະຕິແຕ່ໃຊ້ບໍ່ໄດ້. ເມື່ອໃດທີ່ມີການຕ້ານຕໍ່ insulin 30-60 % ຫລື ຫລາຍກວ່ານັ້ນແລ້ວຈະມີການ ບົກຜ່ອງຕໍ່ການຄຸມທາດນ້ຳຕານ ແລະ ການໃຊ້ທາດນ້ຳຕານໃຫ້ເປັນພະລັງງານ. ສີ່ງທີ່ສຳຄັນຂອງ ການຕ້ານ ຂອງ insulin ແມ່ນມາຈາກກຳມະພັນອີກພາໃຫ້ເປັນໂລກອ້ວນແລ້ວທີ່ສຸດກໍເກີດການຕ້ານຂື້ນເຊັ່ນ: genetic disposition to reduced insulin sensitivity.
v  ກົນໄກການຜິດປົກກະຕິຂອງການລັ່ງ( Impaired insulin secretion)
ແມ່ນມາຈາກຂອງຈຸລັງ beta cell ບໍ່ຕອບສະຫນອງຕໍ່ພາວະ hyperglycemia, ຫລື ພາວະການລັ່ງຂອງ beta cell ລັ່ງບໍ່ໄດ້, ຫລື ຍ້ອນ hormone ອື່ນໆ ກົດບໍ່ໃຫ້ມີການລັ່ງ
ມີການຜ່າຕັດມ້າມ, ອັກເສບມ້າມ...
v  ກົນໄກຂອງ ຕັບທີ່ຜະລິດນ້ຳຕານສຸງ( Increase hepatic glucose production)
ປົກກະຕິແລ້ວ insulin ຈະເຮັດໃຫ້ມີການສະສົມນໍ້ຳຕານໃນຕັບໃນຮຸບແບບ glycogen ແລະ ຍັບຍັ້ງຂະບວນການ ຍ່ອຍສະຫລາຍ glycogen( gluconeogenesis,) ແຕ່ໃນເບົາຫວານຊະນີດນີ້ ເມື່ອມີການຕ້ານຫລາຍເກີດຢູ່ໃນຕັບ ແລະ ສ່ວນອື່ນໆຂອງຮ່າງກາຍ ຈະພາໃຫ້ ຕັບມີການຜະລິດນໍ້າຕານຫລາຍອອກສູ່ກະແສເລືອດ.

3. ພາວະທິນ້ຳຕານສຸງໃນເລືອດດົນແລ້ວຈະມີຫຍັງເກີດຂື້ນຕໍ່ຮ່າງກາຍ?
ພາໃຫ້ sorbital ສຸງ

ການກວດຮ່າງກາຍ
ຄຳຖາມທີ່ຊ້ກຖາມປະຫວັດຂອງຄົນເຈັບເບົາຫວານ:
·         ໄດ້ໄປກວດເພື່ອການຄວບຄຸມນ້ຳຕານບໍ? ຖ້າບ່ໄດ້ວບຄຸມຈະພາໃຫ້ມີອັດຕາສ່ຽງໃນການຕິດເຊື້ອງ່າຍ ແລະ ມີອາການສົນແນວອື່ນໆໄດ້ງ່າຍ.
·         ມີອາການມືນຕາມປາຍີນປາຍມືບໍ?
·         ມີອາການເຈັບເອີກ( ອາການຂອງ coronary artery disease (CAD)), ອາການຕາມົວ, ວີນຫົວ(ຄວາມດັນສຸງ)
·         ມີການການອັກເສບບ່ອນອື່ນເເດບໍ? , influenza, pneumococcal, hepatitis B, tetanus, herpes zoster.

ໃຫ້ກວດກາໄປທຸກໆລະບົບຂອງຮ່າງກາຍ
Ø  ກວດທົ່ວໄປ
ສັງເກດ: ສີຜີວ, ຜົມ, ຫນັງ, ການລົມ, ທ່າທາງຕ່າງໆ
Ø  ອາການຊີວິດ: ຄວາມດັນ, ອຸນນະພຸມ, ກຳມະຈອນ, ຫາຍໃຈ.
Ø  ແລະ ກວດໄປຕາມລະບົບຕ່າງໆ ທີ່ມີການກະທົບຈາກພາວະນ້ຳຕາໃນເລືອດສຸງ.
4. ບົ່ງມະຕິຈຳແນກ
ເບົາຈືດ (Diabetes insipidus).
ນ້ຳຕານໃນເລືອດສຸງໃນພາວະຄຽດ (Stress hyperglycemia).
• Diabetes secondary to hormonal excess, drugs, pancreatic disease.

5.  ບົ່ງມະຕິ
Criteria ຂອງການບົ່ງມະຕິ DM ຂອງ  American Diabetes Association (ADA) ແມ່ນມີດັ່ງນີ້:
-       ເຫັນລະດັບ HbA1c 6.5% ຫລື ສຸງກວ່າ.
-       ການກວດນ້ຳຕານໃນເລືອດ (fasting plasma glucose test) 126 mg/dL (7.0 mmol/L) ການ ກວດແບບນີ້ຕ້ອງໃຫ້ຄົນເຈັບຫ້າມກີນອາຫານໃດໆຢ່າງນ້ອຍ 8 – 12 ຊົ່ວໂມງ.
-       ການກວດ 2 ຊົ່ວໂມງ plasma glucose 200 mg/dL (11.1 mmol/L), a 75-g oral glucose tolerance test (OGTT). ກວດແບບນີ້ແມ່ນໃຫ້ 75 g anhydrous ລະລາຍໃນນ້ຳແລ້ວໃຫ້ຄົນເຈັບ ດື່ມແລ້ວ 2 ຊົ່ວໂມງ ຈື່ງເຈາະເອົາ ເລືອດໄປກວດ.
-       ກວດແບບ random plasma glucose 200 mg/dL (11.1 mmol/L). ກວດແບບນີ້ກໍ່ຄືການເຈາະ ເອົາເລືອດຕອນໃດໄປກວດກໍໄດ້ ເຊີ່ງເຮັດໃນຄົນເຈັບທີ່ມີອາການຂອງ ນ້ຳຕານໃນເລືອດສຸງເຊັ່ນ: ຍ່ຽວຫລາຍ (polyuria), ຫີວນ້ຳຫລາຍ(polydipsia), ກີນຫລາຍ (polyphagia), ນ້ຳຫນັກລົດ(weight loss).

-