ພວກເຮົາສູ້ໄປດ້ວຍກັນ

Friday, February 23, 2018

ການຈັດຂັ້ນຄວາມຮຸນແຮງຂອງປອດອັກເສບ (CURB-65 Pneumonia Severity Score)

ການຈັດຂັ້ນຄວາມຮຸນແຮງຂອງປອດອັກເສບ

(CURB-65 Pneumonia Severity Score)

ສະຕິງ້ວງຊືມ (Confusion) (ອີງໃສ່ abbreviated Mental Test Score <=8)  (1 ຄະແນນ )
ທາດຢູເລຍ (Urea (BUN > 19 mg/dL or 7 mmol/L) (1 ຄະແນນ )
ອັດຕາຫາຍໃຈ (Respiratory Rate > 30 per minute) (1 ຄະແນນ )
ຄວາມດັນເລືອດ (Blood Pressure): diastolic < 60 or systeolic < 90 mmHg (1 ຄະແນນ )
ອາຍຸ  (Age) >= 65 years (1 ຄະແນນ )

v  ຄະແນນ: 0-1 ຂັ້ນບໍ່ຮຸນແຮງ, (ອັດຕາການຕາຍ 0.7-2.1% ໃນ 30 ວັນ),  ແມ່ນໃຫ້ຢາກີນຢູ່ບ້ານ
v  ຄະແນນ: 2 ຂັ້ນປານກາງ (ອັດຕາການຕາຍ 9.2% ໃນ 30 ວັນ), ແມ່ນຮັບເຂົ້ານອນພະແນກຄົນເຈັບທົ່ວໄປ
ແລ້ວຈື່ງໃຫ້ຢາ, ໃຫ້ຢາຕ້ານເຊື້ອພາຍໃນ 24 ຊົ່ວໂມງ.
v  ຄະແນນ > 3 ຂັ້ນຮຸນແຮງ, (ອັດຕາການຕາຍ 52% ໃນ 30 ວັນ), ຄວນຮັບເຂົ້ານອນມໍລະສຸມ, ສາມາດໃຫ້
ຢາຕ້ານເຊື້ອພາຍໃນ 1 ຊົ່ວໂມງໄດ້.


ຫມາຍເຫດ: ການປະເມີນລະດັບສະຕິຂອງຄົນເຈັບໃນປອດອັກເສບ
ຢູ່ຕ່າງປະເທດແມ່ນເພີ່ນໃຊ້  abbreviated Mental Test Score ແຕ່ຢູ່ລາວເຮົາບາງໂຕຈະບໍເຫມາະສົມດັ່ງນັ່ງໃນລາວເຮົາຈື່ງຈື່ງໃຊ້ຄໍາຖາມຈໍາພວກນີ້ເພື່ອປະເມີນ ຖ້າຄົນເຈັບຕອບບໍ່ຖືກ > 5 ຂໍ້ຂື້ນເມືອ ຖືວ່າສະຕິມີການປ່ຽນແປງແລ້ວ


ຄໍາຖາມທີ່ຕ້ອງຖາມ
ອາຍຸ? (1 ຄະແນນ )
ເວລານີ້ຈັກໂມງແລ້ວ ຫລືຍາມນີ້ແມ່ນຍາມໃດ( ເຊົ້າ ຫຼື ສວຍ ຫຼື ແລງ)? (1 ຄະແນນ )
ບອກທີ່ຢູ່ວ່ານີ້ຢູ່ໃສແລ້ວບືດຫນື່ງຖາມຄືນ. (1 ຄະແນນ )
ປີນີ້ແມ່ນປີໃດແລ້ວ (1 ຄະແນນ )
ຊື່ພໍ ແມ່ນເຈົ້າ, ຊື່ຫົວຫນ້າເຈົ້າ (1 ຄະແນນ )
ຖາມຄົນເຈັບໃຫ້ບອກຊື່ຍາດຍາດທີມານໍາ (1 ຄະແນນ )
ຖາມວັນເກີດຂອງລາວ?  (1 ຄະແນນ )
ດຽວນີ້ຢູ່ໃສ. (1 ຄະແນນ )
ນັບ 1 ຮອດ 10 ນັບ 10 ຮອດ 1 . (1 ຄະແນນ )