ພວກເຮົາສູ້ໄປດ້ວຍກັນ

Monday, February 26, 2018

ພະຍາດເລືອດຈາງ

ພະຍາດເລືອດຈາງ

ປົກກະຕິເມັດເລືອດຕ່າງຂອງຄົນເຮົາຈະຜະລິດຢູ່ແອະກະດຸກເຊີ່ງຈະມີສານອາຫານຕ່າງ ແລະ ມີປັດໃຈກະຕຸ້ນກໍຄື hormone erythropoietin ທີ່ເປັນຮໍໂມນສ້າງຈາກໄຂ່ຫລັງເຂົ້າໄປໃກ້ແອະກະດຸກເພື່ອກະຕຸ້ນໃຫ້ແອະກະດຸກມີການສ້າງເມັດເລືອດແດງອອກມາ.
ນິຍາມຂອງເລືອງຈາງ

-       HB< 12 g/dl
-       Hct < 35 %

ຂັ້ນຂອງເລືອດຈາງ

-       ເບົາບາງ  HB 7-10 , HCT 24-34%
-       ປານກາງ  HB 4- 6,9 , HCT 12-23%
-       ຮຸນແຮງ  HB < 4 , HCT 13%

     ການທີ່ຈະມີພະຍາດເລືອດຈາງແມ່ນເນື່ອງມາຈາກມີຫລາຍສາຍເຫດທີ່ພາໃຫ້ມີການແຕະຕ້ອງການດຸດຊືມສານອາຫານຢູ່ທີ່ລໍາໃສ້, ຫລື ກີນອາຫານບໍພຽງພໍ ຫລື ມີພະຍາດແຕະຕ້ອງການສ້າງເມັດເລືອດຢູ່ໄຂສັນຫລັງ ຫລື ຫລັງຈາກທີ່ສ້າງເມັດເລືອດມາແລ້ວແຕ່ມີຫຍັງໄປທໍາລາຍເມັດເລືອດ


     ການຊອກຫາສາຍເຫດທີ່ພາໃຫ້ມີເລືອດຈາງ

1.   ອີງໃສ່ໄລຍະເວລາ( ກະທັນຫັນ ແລະ ຊໍ້າເຮື້ອ)
2.   ອີງໃສ່ MCV
3.   Pathogenesis