ພວກເຮົາສູ້ໄປດ້ວຍກັນ

Thursday, August 7, 2014

ພະຍາດຫົວໃຈວາຍ (Myocardial infarction)

ໝວດອາການຂອງພະຍາດຫົວໃຈຂາດເລືອດ 
 
1.   ກ້າມຊີ້ນຫົວໃຈຂາດເລືອດ ແລະ ບາດເຈັບ
ກ້າມຊີ້ນຫົວໃຈຂາດເລືອດຈະເກິດຂື້ນເມື່ອອົກຊີແຊນໄປລ້ຽງຫົວໃຈບໍ່ພຽງພໍຕໍ່ ການເຜົາປ່ຽນທາດ. ສາຍເຫດແມ່ນເນື່ອງຈາກເສັ້ນ ເລືອດໄປລ້ຽງ ຫົວໃຈມີການອຸດ ຕັນ. ອີກອັນໜື່ງແມ່ນມາຈາກ ຄວາມກົດດັນທາງດ້ານຈິດຕະວິທະຍາ, ໄຂ້, ກີນອາ ຫານກ້ອນໃຫຍ່ເກີນໄປ, ຈາກພະຍາດເລືອດຈາງ, ພາວະຂາດອົກຊີແຊນ ແລະ ຄວາມ ດັນຕ່ຳ. ນອກຈາກນັ້ນ ຫົວໃຈຫ້ອງລຸ່ມໃຫຍ່ຈາກພະຍາດວ້ານຫົວໃຈ, ພະຍາດກ້າມ ຊີ້ນຫົວໃຈ(hypertrophic cardiomyopathy) ສາ ມາດພາໃຫ້ການສົ່ງເລືອດໄປ ລ້ຽງຫົວໃຈບໍ່ພຽງ ພໍເຮັກໃຫ້ມີການຂາດເລືອດຂາດອົກຊີແຊນໃນຫົວໃຈຖ້າຮຸນແຮງໄປກວ່ານັ້ນຈະພາໃຫ້ໃຫ້ກ້າມຊີ້ນ ຫົວໃຈບາດເຈັບ ແລະ ຕາຍຕາມມາ. 
2.  ການເຈັບໜ້າເອີກ( Angina Pectoris) ຫຼື (Chest pain)
ອາການຂອງຫົວໃຈຂາດເລືອດ: ຈະເລີ່ມດ້ວຍອາການແໜ້ນໜ້າເອີກ, ​ເຈັບແບບແໜ້ນລັກຊະນະຄືມີຫຍັງມາເຕັງ/ດັນ, ເຈັບແລ້ວຫາຍໃຈບໍ່ອອກ, ອີດເມື່ອຍ, ເຫື່ອຊືມ..


ພະຍາດ
ລັກຊະນະຂອງອາການເຈັບຕ່າງໆ



Angina
ມີອາການເຈັບລັກຊະນະເຈັບແບບມີຫຍັງມາເຕັງ, ດັນ,​ ອາດເຈັບອອກຮ້ອນ
ການເຈັບແມ່ນເຈັບຢູ່ຫຼັງກະດຸກໜ້າເອີກ(Retrosternal), ເຈັບລາມໄປຫາຄາງ ແລະ , ບ່າໄຫຼ່ ແລະ ແຂນ (ສ່ວນຫຼາຍເບື້ອງຊ້າຍ)
ການເຈັບຈະເຈັບແຮງຂື້ນເມື່ອເວລາອອກກຳລັງກາຍ, ເອົາຄວາມເຢັນມາໃສ່, ມີການຂຽດ
ອາດໄດ້ຍີນສຽງ S4 gallop ຫຼື mitral regurgitationmurmur ໃນເວລາເຈັບ
ອາການເຈັບຈະດີຂື້ນຖ້າໄດ້ອົມຢາ nitroglycerine
ຕ່ຳກວ່າ 20 ນາທີ


Unstable angina
ມີອາການເຈັບລັກຊະນະເຈັບແບບມີຫຍັງມາເຕັງ, ດັນ,​ ອາດເຈັບອອກຮ້ອນ
ການເຈັບແມ່ນເຈັບຢູ່ຫຼັງກະດຸກໜ້າເອີກ(Retrosternal), ເຈັບລາມໄປຫາຄາງ ແລະ , ບ່າໄຫຼ່ ແລະ ແຂນ (ສ່ວນຫຼາຍເບື້ອງຊ້າຍ)
ການເຈັບຈະເຈັບເວລາຜັກຜ່ອນ, ເອົາຄວາມເຢັນມາໃສ່, ມີການຂຽດ
ອາດໄດ້ຍີນສຽງ S4 gallop ຫຼື mitral regurgitationmurmur ໃນເວລາເຈັບ
ອາການເຈັບຈະດີຂື້ນຖ້າໄດ້ອົມຢາ nitroglycerine
ເຈັບ 20 ຫາ 30 ນາທີ





Acute myocardial infarction
ມີອາການເຈັບລັກຊະນະເຈັບແບບມີຫຍັງມາເຕັງ, ດັນ,​ ອາດເຈັບອອກຮ້ອນ
ມີອາການວຸ້ນວາຍ, ສະຕິປ່ຽນໄປ
ການເຈັບແມ່ນເຈັບຢູ່ຫຼັງກະດຸກໜ້າເອີກ(Retrosternal), ເຈັບລາມໄປຫາຄາງ ແລະ , ບ່າໄຫຼ່ ແລະ ແຂນ (ສ່ວນຫຼາຍເບື້ອງຊ້າຍ)
ການເຈັບຈະເຈັບເວລາຜັກຜ່ອນ, ເອົາຄວາມເຢັນມາໃສ່, ມີການຂຽດ
ອາດໄດ້ຍີນສຽງ S4 gallop ຫຼື mitral regurgitationmurmur ໃນເວລາເຈັບ
ອາການຈະບໍ່ດີຂື້ນເມື່ອອົມຢາ nitroglycerine
ເຈັບຫຼາຍກວ່າ 30 ນາທີ
ຄວາມດັນຕ່ຳ, ມີອາການຂອງຫົວໃຈຊຸດໂຊມ, ຫົວໃຈເຕັ້ນບໍ່ສະໝໍ່າສະເໝີ


Pericarditis
ເຈັບກີນເວລາເປັນມື້,​ເຈັບແບບສຽບ
ການເຈັບແມ່ນລາມໄປຫາຫຼັງ
ການເຈັບຈະດີຂື້ນເວລາກົ້ມລົງໄທາງໜ້າ
ອື່ນໆ: ມີໄຂ້, ເຈັບຂໍ້ກະດຸກ....
ອາດມີອາການອື່ນໆ ເຊັ່ນ: ຄວາດັນສູງ, ເປັນພະຍາດແພສຳພັນຕ່າງໆມີການອັກເສບເຊັ່ນ: marfan syndrome
ຟັງຫົວໃຈອາດມີສຽງ Murmur, ໄດ້ຍີນສຽງ pericardial rub, ສຽງ pericardial tamponade.
Pulmonary embolism
ຫາຍໃຈຟືດ, ຫາຍໃຈໄວ, ຫົວໃຈຕິໄວ, ຄວາມດັນຕ່ຳ ການເຈັບເກີດຂື້ນກະທັນຫັນ, ເຈັບແບບຊຽບແທງ, ເຈັບແບບຈີກຂາດ
ເຈັບຢູ່ຂ້າງທີ່ເຈັບ. ເຈັບຢູ່ຂ້າງທີ່ເປັນ
3. ສະລິລະພະຍາດ.

ການປ່ຽນແປງຂອງພະຍາດ
ອາການທາງ clinic
Pre-clinic
ມີ atherosclerosis ຕາມເສັ້ນເລືອດ
ຍັງບໍ່ມີອາການ
Angina
ເສັ້ນເລືອດແຄບເຂົ້າ
ມີອາການເວລາອອກແຮງ, ອາລົມຂຽດ, ກີນອາຫານກ້ອນໃຫຍ່, ແຕ່ອາການຈະ ເຊົາເວລາຜັກຜ່ອນ ແລະ ໃຊ້ຢາ nitroglycerine
Unstable angina
ມີການອຸດຕັນຕີບເຂົ້າ ຫຼື ກ້ອນໄຂມັນອຸດຕັນແຕກ
ເຈັບແຮງ, ຍາມຜັກຜ່ອນກໍເຈັບ
NSTEMI
ມີການອຸດຕັນບາງສ່ວນ
ECG: ເປັນ MI ທີ່ບໍ່ມີຄື້ນ ST ຂື້ນ.
STEMI
ອຸດຕັນໝົດ
ECG: ເປັນ MI ທີ່ມີຄື້ນ ST ຂື້ນ.

4.  ການແບ່ງຊະນີດຂອງຫົວໃຈວາຍ ( Myocardial Infarction )
ທົ່ວໂລກແບ່ງພະຍາດຫົວໃຈວາຍເປັນ 5 ຊະນີດ
ຊະນິດທີ່ 1: ເກີດຂື້ນໂດຍທຳມະຊາດໂດຍບໍ່ໄດ້ຂາດຂະເນລ່ວງໜ້າມາກ່ອນ ຈາກການກໍຕົວຂອງໄຂມັນໃສ່ ເສັ້ນເລືອດຫົວໃຈ, ຈາກມີກ້ອນເລືອດ( acute thromboembolism), ຈາກເສັ້ນເລືອດມີການຈີກຂາດ.
ຊະນີດທີ 2 : ເກີດຂື້ນໂດຍ ພະຍາດເສັ້ນເລືອດຫົວໃຈເອງອັນພາໃຫ້ການສົ່ງອົກຊີແຊນໄປລ້ຽງຫົວໃຈບໍ່ສົມດຸນ ຫຼື ບໍ່ໄດ້ ເຊັ່ນ: ​ຊັ້ນ endothelial ຂອງເສັ້ນເລືອດ coronary ຜິດປົກກະຕິ, coronary artery ຫົດຫັດ, ມີກ້ອນເລືອດ (embolism) ໄປຕັນເສັ້ນເລືອດ coronary, ຫົວໃຈເຕັ້ນຊ້າ-ໄວ-ຕີຜິດປົກກະຕິ,​ ເລືອດຈາງ,​ລະບົບຫາຍໃຈຊຸດ ໂຊມ,​ຄວາມດັນຕ່ຳ ແລະ ຄວາມດັນສຸງ ± ຫົວໃຈຫ້ອງລຸ່ມຊ້າຍຊຸດໂຊມ.

ຊະນີດທີ່ 3: ແມ່ນຊະນິດທີ່ກ້າມຊີ້ນຫົວໃຈຕາຍໂດຍ cardiac biomarker( troponin I / T, Creatinease kinase)  ບໍ່ມີການສະແດງອອກ

ຊະນິດທີ່ 4:​ 1 ຈາກການມີການແຊກແຊງເສັ້ນເລືອດຫົວໃຈໂດຍກົງ. 2 ການມີການສັ່ນແລ້ວພາໃຫ້ມີກ້ອນເລືອດ( thrombus ໄປຕັນເສັ້ນເລືອດ.

ຊະນີດທີ່ 5:​ ຈາກການໃສ່ Bypass (coronary artery bypass grafting (CABG) )
5.  ປັດໃຈສ່ຽງທີ່ພາໃຫ້ເປັນພະຍາຫົວໃຈວາຍ.
ປັດໃຈຫຼັກ: ເບົາຫວານ, ຄວາມດັນເລືອດສຸງ, ໄຂມັນຜີດປົກກະຕິ, ສູບຢາ, ມີປະຫວັດຄອບຄົວມີຄົນເປັນພະຍາດ ເສັ້ນເລືອດຫົວໃຈ
ປັດໃຈທີ່ພົວພັນ:​ ຄວາມອ້ວນ, metabolic syndrome, ມັກກີນອາຫານປະເພດມັນ,
ອື່ນໆ:​ , lipoprotein ຜິດປົກກະຕິ, ມີການອັກເສບແລ້ວຄວາມຈົມຂອງເລືອດໄວຂື້ນ, ຊືມເຊື້ອຊໍ້ຳເຮື້ອ, ໄຂ່ຫຼັງຊຸດໂຊມ.
 
6. ອາການ ແລະ ການສະແດງອອກຕ່າງໆຂອງພະຍາດຫົວໃຈວາຍ.
ປະຫວັດ ແລະ ອາການ:
·         ເຈັບລັກຊະນະດັນນີບໜ້າເອີກ, ເຈັບຊຽບແທງ
·         ເຈັບແລ້ວລາມໄປຫາຄາງ, ບ່າໄຫຼ່, ແລະແຂນຊ້າຍ ບາງຄັ້ງແຂນຂວາ.
·         ປຸ້ນທ້ອງ ຫຼື ປວດຮາກ
·         ງ່ວງຊືມ, ເສຍສະຕິ
ກວດກາ:​
·         ພົບຄວາມດັນຕ່ຳ
·         ມີສຽງ S3 ເວລາຟັງຫົວໃຈ
·         ຟັງປອດມີສຽງ crepitation
·         ພົບອາການຂອງຫົວໃຊຸດໂຊມ
ECG:
·         ພົບມີຄື່ນ ST ຍົກ 1 mm
·         ພົບຄື່ນ ST ຕ່ຳລົງ
·         ພົບມີຄື່ນ Q ໄໝ່
·         ຄື່ນ T ສຸງ ຫຼື ຄ້ວາມ 1 mm

7. ການກວດເພີ່ມ:
ຫ້ອງວິເຄາະ: CBC, Electrolyte, urea, creatinine, glucose, troponin, CK, AST, ALT, ALP, Bilirubin, INR/PTT, Lipid, A1C
ຮູບພາບການແພດ: Chest X-ray, Echocardiogram,
ECG: ກວດທຸກໆ 6 ຊົ່ວໂມງ.
ໃຫ້ຄົນເຈັບທົດລອງອອກກຳລັງກາຍແລ້ວກວດ ECG

ສຳລັບໃນຄົນເຈັບຫົວໃຈວາຍ.
·         ໃນຄື່ນ ecg ພົບເຫັນຄື່ນ ST ຕ່ຳລົງ 1 mm ແບບພຽງ( horizontal ) ຫຼື ຕ່ຳແບບຄ້ອຍ( down sloping )ໃນຫຼາຍ lead ຫຼື ຄື່ນ ST ຍົກຂື້ນ  1 mm ( ແມ່ນຍຳ 68-77%)
·         ກວດຫາ serum Troponin I/T :​ ຖ້າມີການຕາຍຂອງກ້າມຊີ້ນຫົວໃຈ Troponin I/T ໃນ serum ຈະ ຂື້ນສຸງພາຍໃນ 4-6 ຊົ່ວໂມງ ແລ້ວຈະຂື້ນຮອດຈຸດສຸງສຸດທີ່ 18-24 ຊົ່ວໂມງ ແລ້ວຈະສຸງຮອດ 7-10 ວັນ.
·         ກວດ CK/CKMB ແມ່ນຈະຂື້ນພາຍໃນ 4 6 ຊົ່ວໂມງແລ້ວຈະຂື້ນຮອດຈຸດສຸງສຸດທີ່ 18-24 ຊົ່ວໂມງ ແລ້ວຈະສຸງຮອດ 3-7 ວັນ.
·         ກວດ Myoglobin ຈະຂື້ນພາຍໃນ 1-2 ຊົ່ວໂມງແລ້ວຈະຂື້ນຮອດຈຸດສຸງສຸດທີ່ 2-3 ຊົ່ວໂມງ

ການຈຳແນກຂອງອາການເຈັບໜ້າເອີກ
 ການບົ່ງມະຕິຈຳແນກລະຫວ່າງພະຍາດອື່ນໆກັບພະຍາດຫົວໃຈວາຍ
ມະຕິພະຍາດພາໃຫ້ມີອາການເຈັບໜ້າເອີກ
ເປີເຊັນ
Gastroesophageal disease
Gastroesophageal reflux
Esophageal motility disorders
Peptic ulcer
ນີ້ຖົງບີ

42
ກ້າມຊີ້ນຫົວໃຈຂາດເລືອດ
31
ເຈັບກຳແພງພະໜັງໜ້າເອີກ( ກະດຸກ, ກ້າມຊີ້ນ, ຜີວໜັງ)
28
ເຫຍື່ອຫຸ່ມຫົວໃຈອັກເສບ
4
ປອດອັກເສບ/ເຫຍື່ອຫຸ່ມປອດອັກເສບ
2
Pulmonary embolism
2
ມະເຮັງປອດ
1.5
Aortic aneurysm
1
Aortic stenosis
1
Herpes zoster
1
ອ້າງອີງ: P Fruergaard et al: Eur Heart J 17:1028, 1996.

  8. ການປີ່ນປົວ
ເປົ້າໝາຍຂອງການປີ່ນປົວ:
ü  ເຮັດໃຫ້ອົກຊີແຊນໄປລ້ຽງຫົວໃຈໃຫ້ດີຂື້ນ.
ü  ເຮັດໃຫ້ການໃຫ້ມີເລືອດໄປລ້ຽງຫົວໃຈມີການດີຂື້ນ ແລະ ອາການດີຂື້ນ.
ü  ລົດອາການເຈັບ
ü  ເຮັດໃຫ້ມີການລະວັງອາການສົນຕາມມາ.

·         ABC , ໃຫ້ອົກຊີແຊນ ເພື່ອໃຫ້ Sat > 95%, ໃຫ້ນ້ຳ IV, ໃຫ້ຢາກະຕຸ້ນຫົວໃຈ( Inotropes), ຊ່ວຍຫາຍໃຈຖ້າອາການບໍ່ຄົງທີ່( ຫາຍໃຈບໍ່ໄດ້)
·         ໃຫ້ຢາລົດການເຈັບ:​ Nitroglycerin 25 mg ປະສົມໃນນ້ຳ D5w 250 ml  ແລ້ວເລີ່ມປ່ອຍ 5 µg/ນາທີ, ແລ້ວຄ່ອຍໆເພີ່ມ ເປັນ 5-10 µg/ນາທີ (ໃນທຸກ 3-5 ນາທີ) ຈົນຮອດ 20 µg/ນາທີ. ແລ້ວຈື່ງເພີ່ມເປັນ 10 µg/ນາທີ (ໃນທຸກ 3-5 ນາທີ)ໃຫ້ຮອດ 200 µg/ນາທີ ຈົນອາການເຈົບລົດລົງ.( ເມື່ອຄວາມດັນ systolic  < 100 mmHg ແມ່ນໃຫ້ຢຸດຢາ)
·         ໃຫ້ Morphine 2-4 mg IV ທຸກ 5-15 ນາທີ, ສາມາດໃສ່ເພີ່ມ ຫຼື ກໍລະນີທີ່ໃຊ້ nitroglycerin ບໍ່ໄດ້ຜົນ ຫຼື ມີຂໍ້ຫ້າມໃຊ້.
·         ພິຈາລະນາໃຫ້ beta-blocker ເພື່ອລຸດຜ່ອນການໃຊ້ອົກຊີແຊນໃນຫົວໃຈ, ຄວນໃຫ້ທັນທີພາຍໃນ 24 ຊົ່ວ ໂມງຫລັງເກິດອາການຂອງ acute coronary syndrome ແຕ່ຫ້າມໃຊ້ໃນຄົນເຈັບທີ່ອາການ ຫົວໃຈຊຸດ ໂຊມ ແລະ ຫົວໃຈຕີບໍ່ສະໝ່ຳສະເໝີ. ໃຫ້ກີນທີ່ມີໃນກໍລະນີຫົວ ໃຈເຕັ້ນ 50-60 ເທື່ອຕໍນາທີຂື້ນໄປ. ຫ້າມໃຊ້ beta-blocker ໃນກໍລະນີ (1). ຫົວໃຈຊຸດໂຊມ,​ (2). ມີຫຼັກ ຖານ ວ່າມີ cardia output ຕ່ຳ ຫຼາຍ, (3).​ມີຄວາມສ່ຽງໝາຍຕໍ່ການເປັນ cardiogenic shock, (4).​ມີ ປັດໃຈສ່ຽງອື່ນໆເຊັ່ນ: PR interval > 0.24 sec, ເປັນ asthma ຫຼື ພະຍາດທາງເດີນຫາຍໃຈ.
·         ໃຫ້ Calcium channel blockers (nondihydropyridine) ໃຊ້ໃນຄົນເຈັບມີອາການເຈັບໜ້າເອີກ ຕະຫຼອດ ຫຼື ເຈັບຊ້ຳອີກເລື້ອຍໆເຖີງວ່າຍັງໃຊ້ beta-blockers ແລະ nitroglycerin ຢູ່. ມັນຈະຊ່ວຍໃຫ້ ເສັ້ນເລືອດ coronary ຂະຫຍາຍເຮັດໃຫ້ອົກຊີແຊນໄປລ້ຽງຫົວໃຈດີຂື້ນ. ຂໍ້ຫ້າມ:​ ຫ້າມໃຊ້ Calcium channel blocker ໃນກໍລະນີເປັນພະຍາດຫົວໃຈຫ້ອງລຸ່ມຊ້າຍຊຸດໂຊມ(severe LV dysfunction) ຫຼື ປອດບວມ( pulmonary edema)
·         ໃຫ້ຢາຕ້ານການກ້າມຂອງເລືອດ: ໃຊ້ aspirin ເປັນ cyclooxygenase inhibitor ເພື່ອໄປກົດການສ້າງ ເມັດເລືອດນ້ອຍ. ສາມາດໃຊ້ໃນຄົນເຈັບທຸກຄົນທີ່ບໍ່ມີຂໍ້ຫ້າມ ແລ້ວສາມາດເລີ່ມໃຫ້ໃນປະລິມານ 162 mg ຫາ 325 mg (ຫຍໍ້ຳກີນ). ຕໍ່ມາໃຫ້ 75 ຫາ 162 mg ຕໍ່ວັນ.
·         ຖ້າ aspirin ມີຂໍ້ຫ້າມ ແມ່ນສາມາດໃຫ້ Clopidogrel ຄື thienopyridine agent ເປັນການຍັບຍັ້ງການ ສ້າງເມັດເລືອດນ້ອຍ ແລະ ການພັດທະນາຂອງເມັດເລືອດນ້ອຍ. ປະລິມານຢາແມ່ນໃຫ້ 300 mg-600 mg ທຳອິດ ຕໍ່ມາໃຫ້ 75 mg ທຸກມື້. ສາມາດໃຫ້ 5 ວັນ.
·         ຢາຕ້ານເມັດເລືອດນ້ອຍຕົວອື່ນ: ເປັນຕົວສຳຮອງມີ  clopidogrel ,  prasugrel ແລະ ticlopidine. ໃຫ້ Glycoprotein IIb/IIIa inhibitors(eptifibitide or abciximab) ແມ່ນ ຍັບຍັ້ງຂັ້ນຕອນສຸດທ້າຍ ຂອງການພັດທະນາຂອງເມັດເລືອດນ້ອຍ ໃນຫຼັກການແລ້ວຄວນໃຫ້ຢາຕ້ານເມັດເລືອດນ້ອຍ 2 ຕົວໄດ້.
·         ໃຫ້ຢາຕ້ານການກ້າມຂອງເລືອດ:​
1.     Low molecular weight heparins(LMWH)
LMWH ແມ່ນໃຊ້ໃນ ST-segment elevation myocardial infarction (STEMI), ຍັງໃຊ້ປ້ອງກັນ ອາການສົນທີ່ເປັນ ischemic ຈາກ unstable angina ແລະ non–Q-wave myocardial infarction.

ຕົວຢາແມ່ນ: Enoxaparin (Lovenox)

ໃຫ້ສຳລັບ Unstable Angina ແລະ  Non-Q-Wave MI
ü  ໃຫ້ 1 mg/kg SC q12hr ໃຫ້ຢ່າງນ້ອຍ 2 ມື້ ແລະ ໃຫ້ຈົນກວ່າອາການຈະດີຂື້ນ. ປົກກະຕິແລ້ວຈະໃຫ້ໄລຍະ 2-8 ມື້ ຫາ 12 ມື້.
ü  ສົມທົບກັບ aspirin 100-325 mg/day PO) ປ້ອງກັນອາການສົນຂອງ unstable angina ແລະ non-Q-wave myocardial infarction.
ສຳລັບ Acute STEMI
v  ສຳລັບຄົນເຈັບ <75 ປີ

ü  ໃຫ້ປະລິມານຢາ: 30 mg IV ທັນທີ ຕໍ່ມາໃຫ້ 1 mg/kg ທາງກ້ອງໜັງ 1 ຄັ້ງ; ແຕ່ຫ້າມເພີ່ມກາຍ 100 mg.
ü  ຄ່າປົກກະຕິແມ່ນໃຫ້: 1 mg/kg ທາງກ້ອງໜັງ q12hr

v  ສຳລັບຄົນເຈັບ >75 ປີ

ü  ບໍ່ຕ້ອງໃຫ້ທາງ IV ເລີຍ
ü  ໃຫ້ 0.75 mg/kg ທາງກ້ອງໜັງ q 12 hr ກໍພໍ.
ü  ບໍ່ໃຫ້ກາຍ 75 mg/ຄັ້ງ ສຳລັບ 2 ຄັ້ງທຳອິດ, ຕໍ່ມາໃຫ້ 0.75 mg/kg ເປັນປະລີມານຄົງທີ່.

ໝາຍເຫດ:
ü  ສຳລັບຄົນເຈັນ້ຳໜັກຕ່ຳ( <45 kg ຍີງ/, <57 kg ຊາຍ): ແມ່ນໃຫ້ແຕ່ຕ້ອງລະວັງອາການເລືອດໄຫຼ.
ü  ການຊັກເຂົ້າທາງຜິວໜັງແມ່ນມັກເລືອກທີ່ໜ້າທ້ອງ( ເທີງ ຫຼື ຊ້າຍ ຫຼື ຂວາ)
ü  ການໃຫ້ທາງ IV ເຂົ້າທາງສາຍນ້ຳ serum ແມ່ນປະສົມກັບnarmal saline 0.9%  ຫຼື  D5W
2.    Unfractionated heparin  
ü  ໃຫ້ 70 units/kg( ເພີ່ມຮອດ 4000 units), ຕໍ່ໄປໃຫ້ 18 units/kg/h ( ສາມາດເພີ່ມຮອດ 1000 units/kg)
ü  Factor x inhibitor: ຕົວຢາ fondaparinux 2.5 mg ທາງກ້ອງໜັງ ຈົນກວ່າອອກໂຮງໝໍ ( ຕ້ອງລະວັງ : ໃນພະຍາດໄຂ່ຫຼັງຊຸດໂຊມ,
3.    Direct thrombin inhibitor:  ສຳລັບ Unstable Angina ແລະ  Non-Q-Wave MI
ü  ຕົວຢາ bivalirudin 0.1  mg/kg ໃຫ້ທາງ IV 1 ຄັ້ງ,​ ຕໍ່ມາໃຫ້ເລີ່ມໃຫ້ 0.25 mg/kg/h, ຕໍ່ມາໃຫ້ 0.5 mg/kg.

·        ໃຫ້ຢາຄຸມທາດໄຂມັນ
ü  ກີນ Simvastatin 40mg ຕໍ່ມື້ ຫຼື ກີນ atorvastatin 80 mg ຕໍ່ມື້.

·        ຄວບຄຸມຄວາດັນເລືອດ:
ü  ສຳລັບຄົນເຈັນເປັນ cardiogenic shock ໃຫ້ IV fluids, ຢາກະຕຸ້ນຫົວໃຈ( inotropes : dobutamin ຫຼື dopamine), ເຄື່ອງຊ່ວຍຫາຍໃຈ.

ຂໍ້ຄວນລະວັງໃນເວລາປີ່ນປົວຄົນເຈັບເປັນ ພະຍາດກ້າມຊີ້ນຫົວໃຈວາຍກະທັນຫັນ         ( Acute myocardial infacrtion)
1.    ລີກເວັ້ນການໃຊຢາລົດການຕີຂອງຫົວໃຈ( negative inotropic agents ) ເຊັ່ນ: beta-blocker, calcium channel blocker ໃນພາວະຫົວໃຈຊຸດໂຊມ.
2.   ລີກການໄຊ້ຢາ nitroglycerin, morphine, diuretic ໃນຄົນເຈັບມີ ຫົວໃຈຫ້ອງ ລຸ່ມຂວາຂາດເລືອດ  ຈະພາໃຫ້ລົດ ​preload ພາໃຫ້ຄວາມດັນເລືອດຕ່ຳ.