ພວກເຮົາສູ້ໄປດ້ວຍກັນ

Monday, May 18, 2015

ຂໍ້ບົ່ງຊີ້ໃນການຟອກເລືອດ

ຂໍ້ບົ່ງຊີ້ໃນການຟອກເລືອດ
1.   BUN > 100 mg/dl, Creatninine > 10 mg/dl
2. ນໍ້າໃນຮ່າງກາຍເກີນຊື່ງໃຫ້ຢາແຕ່ບໍ່ໄດ້ຜົນ
3. Hyperkalemia ໃຊ້ຢາແລ້ວແຕ່ບໍ່ໄດ້ຜົນ.
4. Metabolic acidosis
5.  ມີອາການສົນຂອງ Uremia

6.  Malnutrition.

ເສັ້ນເລືອດຄອດໃນແມ່ຍີງຖືພາ

 ເສັ້ນເລືອດຄອດໃນແມ່ຍີງຖືພາ

(varicose veins in pregnancy women)

ສາເຫດ:​
-      ເນື່ອງຈາກໃນເວລາຖືພານັ້ນຮ່າງການຂອງແມ່ນນັ້ນມີຄວາມຕ້ອງການເລືອດຫຼາຍໂດຍສະເພາະເຂດມົດລູກ
ເມື່ອແມ່ມານນັ້ນຢືນດົນເກີນໄປຈະພາໃຫ້ເລືອດກັບສູ່ຫົວໃຈໄດ້ນ້ອຍລົງເຮັດໃຫ້ເສັ້ນເລືອດອັ່ງຢູ່ພາກສ່ວນລູ່ມຂອງຮ່າງກາຍຫາຍແລ້ວສຸດທ້າຍເສັ້ນເລືອດກໍຂະຫຍາຍອອກເປັນຂອດສຸດທ້າຍກໍກາຍເປັນເສັ້ນເລືອດຄອດ.

ປັດໃຈສ່ຽງທີ່ພາໃຫ້ເປັນເສັ້ນເລືອດຄອດໃນແມ່ຍີງຖືພາ:
-      ຍ່າງດົນ
-      ຢືນດົນ
-      ພະຍາດຫົວໃຈ
-      ພະຍາດເສັ້ນເລືອດ
-      ເຮັດວຽກໜັກ
-      ກີນນໍ້າກີນອາຫານບໍພຽງພໍ

ເພື່ອຫຼຸດຜ່ອນບໍໃຫ້ກາຍເປັນເສັ້ນເລືອດຂອດ
-      ຕ້ອງຜັກຜ່ອນໃຫ້ພຽງພໍ
-      ກີນອາຫານໃຫ້ພຽງພໍ ແລະ ມີຄູນປະໂຫຍດ

-      ໝັ່ນຍົກຂາສູງ

Sunday, January 4, 2015

ໃບໜ້າລ່ອຍເຄີ່ງຊີກ(Bell Palsy)

ໃບໜ້າລ່ອຍເຄີ່ງຊີກ(Bell Palsy)
ໃບໜ້າລ່ອຍເຄີ່ງຊີກ(Bell Palsy), ຍັງມີສັບສາກົນທີ່ເອີ້ນອີກວ່າ: idiopathic facial paralysis (IFP), ແມ່ນ ຈະມີການອ່ອນແຮງເຄີ່ງໃບໜ້າເຊີ່ງພົບທົ່ວໂລກ. ແມ່ນການຜິດປົກກະຕິຂອງເສັ້ນປະສາດກະໂຫຼກຫົວຄູ່ທີ່ 7 ມາບັນຊາ ກ້າມຊີ້ນໃບໜ້າ, ຖ້າເປັນພຽງການລ່ອຍຂອງໃບໜ້າເຄີ່ງຊີກແມ່ນຈະສາມາດປົວດີໄດ້.
ສາເຫດ:
ບາງສາຍແມ່ນຍັງບໍທັນຮູ້ຊັດເຈນເຊີ່ງຍັງຢູ່ໃນການຄົ້ນຄວ້າ. ປະຈຸບັນບາງສາຍເຫດທີ່ຮູ້ວ່າພາໃຫ້ໃບໜ້າມີການລ່ອຍ ເຄີ່ງຊີກແມ່ນ
1.     ກຳມະພັນທີ່ພາໃຫ້ເປັນ bell palsy ລາຍງານວ່າເປັນເຖີງ 4% ຂອງກໍລະນີທັງໝົດ.
2.    ອຳມະພາດເສັ້ນເລືອດສະໝອງ.
3.    ພະຍາດພຸມຄຸ້ມກັນ.
4.    ການຕິເຊື້ອ Herpes simplex virus
ກົນໄກການເປັນພະຍາດ: