ພວກເຮົາສູ້ໄປດ້ວຍກັນ

Sunday, January 4, 2015

ໃບໜ້າລ່ອຍເຄີ່ງຊີກ(Bell Palsy)

ໃບໜ້າລ່ອຍເຄີ່ງຊີກ(Bell Palsy)
ໃບໜ້າລ່ອຍເຄີ່ງຊີກ(Bell Palsy), ຍັງມີສັບສາກົນທີ່ເອີ້ນອີກວ່າ: idiopathic facial paralysis (IFP), ແມ່ນ ຈະມີການອ່ອນແຮງເຄີ່ງໃບໜ້າເຊີ່ງພົບທົ່ວໂລກ. ແມ່ນການຜິດປົກກະຕິຂອງເສັ້ນປະສາດກະໂຫຼກຫົວຄູ່ທີ່ 7 ມາບັນຊາ ກ້າມຊີ້ນໃບໜ້າ, ຖ້າເປັນພຽງການລ່ອຍຂອງໃບໜ້າເຄີ່ງຊີກແມ່ນຈະສາມາດປົວດີໄດ້.
ສາເຫດ:
ບາງສາຍແມ່ນຍັງບໍທັນຮູ້ຊັດເຈນເຊີ່ງຍັງຢູ່ໃນການຄົ້ນຄວ້າ. ປະຈຸບັນບາງສາຍເຫດທີ່ຮູ້ວ່າພາໃຫ້ໃບໜ້າມີການລ່ອຍ ເຄີ່ງຊີກແມ່ນ
1.     ກຳມະພັນທີ່ພາໃຫ້ເປັນ bell palsy ລາຍງານວ່າເປັນເຖີງ 4% ຂອງກໍລະນີທັງໝົດ.
2.    ອຳມະພາດເສັ້ນເລືອດສະໝອງ.
3.    ພະຍາດພຸມຄຸ້ມກັນ.
4.    ການຕິເຊື້ອ Herpes simplex virus
ກົນໄກການເປັນພະຍາດ:

1.     ຜິດປົກກະຕິຂອງຮູອອກຂອງເສັ້ນປະສາດໃບຫນ້າ

2.    ເສັ້ນປະສາດທີ່ມາຄຸມໃບໜ້າມີການແຕະຕ້ອງຢູ່ສຸນກາງ ຫຼື ສ່ວນປາຍ.
ອາການ ແລະ ອາການສະແດງອອກ
-       ເຈັບຫຼັງໃບຫູ
-       ນ້ຳຕາລົດລົງ ຫຼື ນ້ຳລໍ່ລ້ຽງຕາລົດລົງ.
-       ໄດ້ຍີນສຽງຜີດປົກກະຕິ
-       ລົດສາດມີການປ່ຽນແປງ
-       ກ້າມຊີ້ນໃບໜ້າອ່ອນແຮງ
-       ໜັງຕາບໍປີດ
-       ເຈັບຫູ ຫຼື ເຈັບເຂດ mastoid
-       ລົດຊາດປ່ຽນແປງ
-       ຮູ້ສືກມືນໆ ແກ້ມເບື້ອງທີ່ເປັນ
-       ນ້ຳຕາໄຫຼອອກຈາກຕາ.
-       ສາຍຕາຜີດປົກກະຕິ.


ການປີ່ນປົວ:
·         ເລີ່ມການປີ່ນປົວທັນທີພາຍໃນ 72 ຊົ່ວໂມງແມ່ນຈະໄດ້ຜົນດີ
·         ຫາວິທີປົກປ້ອງໜ່ວຍຕາຈາກຖືກສີ່ງແປກປອມເຂົ້າ ຫຼື ນ້ຳລໍ່ລ້ຽງຕາລົດລົງພາໃຫ້ຕາແຫ້ງ.
·         ເລືອກຢາທີ່ຈະໃຫ້.

1.     ຢາທີ່ເລືອກມາປີ່ນປົວແມ່ນໃຫ້ corticosteroid ແມ່ນຈະໄດ້ຜົນດີ ສົມທົບການໃຫ້ antiviral
Prednisolone 1 mg/kg ຫຼື 60 mg/ມື້   6ມື້
ສົມທົບກັບ
Acyclovir 400mg ກີນ 5 ຄັ້ງຕໍມື້ ເປັນເວລາ 10 ວັນ
2.    ບຳບັດກ້າມຊີ້ນໜັງຕາເຮັດໃຫ້ມີຄວາມແງແຮງ, ໃຊ້ແວ່ນຕາປ້ອງກັນຂີ້ຟູ່ນ.