ພວກເຮົາສູ້ໄປດ້ວຍກັນ

Saturday, August 22, 2015

ເລືອດຈາງຈາກການຂາດທາດເຫຼັກ



ເລືອດຈາງຈາກການຂາດທາດເຫຼັກ
ການຂາດທາດເຫຼັກເປັນພາວະຂາດອາຫານທີ່ພົບຫຼາຍ ແລະ ພາວະເລືອດຈາງຈາກການຂາດທາດເຫຼັກກໍ່ເປັນບັນຫາທີ່ພົບຫຼາຍກວ່າເລືອດຈາງຈາກສາຍເຫດອື່ນ.
-               ຄວາມຮູ້ທົ່ວໄປ:
-       ທາດເຫູັກສ່ວນໃຫ່ຍ 2/3 ຫຼືປະມານ 2,5g ຈະຢູ່ໃນຮູບ Hemoglobin ແລະ Myoglobin, ອີກ 1/3 ຫຼືປະມານ 1g ໃນຜູ້ຊາຍ ຫຼື 0,5g ໃນຜູ້ຍິງຈະເປັນທາດເຫຼັກທີ່ສະສົມໃນຮູບແບບ Ferritin ແລະ Hemosiderin.  
-       ເຫູັກໃນ plasma ມີປະມານ 60-150mg/dl ໂດຍໃນຮູບ Ferric, ເຫຼັກສ່ວນນີ້ມີຄວາມສໍາຄັນຄືຈະເປັນແຫຼ່ງນໍາເຫຼັກໄປໃຫ້ຈຸລັງຕ່າງໆ.
-       ຮ່າງກາຍຈະດູດຊືມທາດເຫຼັກຢູ່ບໍລິເວນໃສ້ອ່ອນທ່ອນປະມານ 10% ຂອງເຫຼັກທີ່ມີໃນອາຫານ.
-       ປັດໃຈທີ່ມີຜົນຕໍ່ການດູດຊືມຂອງທາດເຫຼັກໄດ້ແກ່:
1.     ປະລິມານທາດເຫຼັກໃນຮ່າງກາຍ, ອາຫານທີ່ມີທາດເຫຼັກຫຼາຍໄດ້ແກ່: ຊີ້ນ, ຕັບ
2.    ປະເພດທາດເຫຼັກໃນອາຫານຈາກເນື້ອສັດຈະດູດຊືມທາດເຫຼັກໄດ້ດີກວ່າຈາກພືດ,  ທາດເຫຼັກໃນນົມແມ່ດູດຊຶມໄດ້ດີກ່ວານົມງົວ
3.    ປັດໃຈໃນການສົ່ງເສີມການດູດຊືມຂອງທາດເຫຼັກ: Vitamin, ເນື້ອສັດ,  Hcl.
4.    ປັດໃຈການຂັດຂວາງການດູດຊືມຂອງທາດເຫູັກໄດ້ແກ່: ໃຍອາຫານ, ຊາ, ກາເຟ, ນົມທົ່ວເຫຼືອງ
-       Ferritin ເປັນທາດເຫຼັກທີ່ຖືກສະສົມໄວ້ຫຼາຍໃນລະບົບ Reticulo endothelial ຄື : ຕັບ, ປ້າງ, ນອກນັ້ນຍັງພົບໃນອະໄວຍະວະອື່ນໆອີກ ເຊັ່ນ: ຫົວໃຈ, ມ້າມ,
-       ຄວາມຕ້ອງການຂອງທາດເຫຼັກ:
ເດັກເກີດໃໝ່ໄດ້ທາດເຫຼັກມາຈາກແມ່ຕັ້ງແຕ່ໃນຄັນຜ່ານທາງສາຍແຮ່, ຕໍ່ຈາກນັ້ນເດັກຍັງໄດ້ຮັບທາດເຫຼັກຈາກອາຫານ ເມື່ອອາຍຸ 6ເດືອນຈົນເຖິງໄວຜູ້ໃຫ່ຍຈະມີທາດເຫຼັກປະມານ 35 – 45mg/kg. ເຫຼັກສະສົມໃນຜູ້ໃຫຍ່: ສໍາລັບຜູ້ຊາຍປະມານ 10-15mg/kg ຜູ້ຍິງປະມານ  10mg/kg.
-       ທາດເຫຼັກຈະສູນຫາຍໄປໂດຍການລອກຫຼຸດຂອງຈຸລັງລໍາໃສ້, ຜິວໜັງ ແລະ ທາງເດີນປັດສະວະປະມານ 0,7-0,9mg/d, ຜູ້ຍິງຈະສູນເສັຍເພີ້ມຂື້ນເວລາມີປະຈໍາເດືອນ, ຜູ້ຍິງຖືພາ, ລຽ້ງລູກດ້ວຍນົມແມ່.
-       ຖ້າຮ່າງກາຍຂາດຄວາມສົມດູນຂອງທາດເຫຼັກຈະເກີດພາວະເລືອດຈາງ (Hemochromatosis) ຫຼືຖ້າຫາກດູດຊືມຫຼືສະສົມທາດເຫຼັກຫຼາຍເກີນໄປກໍຈະມີພາວະທາດເຫຼັກເກີນໃນຮ່າງກາຍ.


ຕາຕະລາງສະແດງປະລິມານທາດເຫຼັກຄວນໄດ້ຮັບແຕ່ລະມື້ໂດຍອົງການອະນາໄມໂລກ
ກຸມບຸກຄົນ
ເຫຼັກທີ່ຄວນໄດ້ໃນຮູບດູດຊືມໃນແລ້ວ/ ມື້ (mg)
ເດັກ: 0-4 ເດືອນ
0.5
5-12 ເດືອນ
0.7
1-12 ປີ
1
ຊາຍ: 13-16 ປີ
1.8
ຍິງ : 13-16 ປີ
2.4
ຜູ້ໃຫຍ່ໄວຈະເລີນພັນ
2.8
ຜູ໊ຍິງໝົດປະຈໍາເດືອນ
0.9

-       ຄວາມຮຸ່ນແຮງຂອງພາວະຂາດທາດເຫຼັກ:
ການຂາດທາດເຫຼັກນັ້ນໝາຍເຖິງຈໍານວນທາດເຫຼັກໃນຄັງສັງເຄາະລົດລົງຫຼືໝົດໄປ, ເຊິ່ງເລີ້ມປະກົດການຂອງການບົກຜ່ອງໃນ plasma, ສ່ວນໃນເມັດເລືອດແດງຫຼື (Hemoglobin iron) ນັ້ນເປັນແຫຼ່ງສຸດທ້າຍຈະມີໃຫ້ເຫັນຊັດເຈນ, ສ່ວນລະດັບຂອງ enzyme ຕ່າງໆ ໃນ cell ເຊິ່ງມີເຫຼັກເປັນສ່ວນປະກອບເຊັ່ນ:  cytochrome ນັ້ນປະກົດວ່າມີການຂາດແຕ່ໄລຍະເລີ້ມຕົ້ນກ່ອນຈະປະກົດທາງເລືອດໃຫ້ເຫັນຊັດເຈນ, ພາວະການຂາດເຫຼັກນັ້ນບໍ່ຈໍາເປັນຕ້ອງມີອາການຈືດສະເມີໄປ, ເພາະໄລຍະເລີ່ມເຫຼັກທີ່ຄັງສະສົມພຽງແຕ່ລົດລົງ ແຕ່ເມື່ອທາດເຫຼັກຂາດໄປເລື້ອງໆຈົນບໍ່ມີທີ່ຈະນຳໄປສ້າງ Hb ແລ້ຈະຈືດມ້ານຊັດເຈນຂຶ້ນ. ດັ່ງນັ້ນເພິ່ນເບິ່ງຄົນເຈັບຂາດທາດເຫຼັກເປັນ3 ໄລຍະ:
-       ເປັນໃນໄລຍະເລີ່ມຕົ້ນ ທີ່ມີປະລິມານເຫຼັກທີ່ສະສົມລົດລົງ
-       ປະລິມານທີ່ສະສົມຂອງເຫຼັກໝົດໄປ ແລະ  ບໍ່ພຽງພໍທີ່ຈະນຳໄປສ້າງເມັດເລືອດແດງ
-       ຂາດທາດເຫຼັກຮ້າຍແຮງຈົນມີພາວະ Anemie
-       ການຂາດທາດເຫຼັກແມ່ນບໍ່ມີພາວະເລືອດຈາງ ແຕ່ ກໍ່ມີຜົນເສຍຕໍ່ຮ່າງກາຍໄດ້ຫຼາຍລະບົຍເຊິ່ງສະແດງອອກດັ່ງນີ້:
1.     ຈືດມ້ານ, ອ່ອນເພຍ, ເມື່ອຍງ່າຍ, ການທຳງານຂອງກ້າມຊີ້ນຫຼຸດລົງ, ພູມຕ້ານທານຕ່ຳ, ຂາດສະມາທິ, ການພັດທະນາ ການຮຽນຮູ້ຊັກຊ້າ.
2.    ມີການປັ່ນປ່ວນທາງລະບົບລະລາ, ການດູດຊືມຜິດປົກກະຕິ, ພົບອາການກືນຍາກ, ສູນເສຍຄວາມຮູ້ສຶກດ້ານລົດຊາດອາຫານ, ແສບລີ້ນ, ມີການປ່ຽນແປງຂອງເຍື່ອເມືອກ, Laryngo-pharyx.
3.    ຜົມແຫ້ງຫັກງ່າຍ.
4.    ຫົວໃຈໃຫຍ່ອາດເປັນຫົວໃຈວາຍ.
-       ສາຍເຫດຂອງການຂາດທາດເຫຼັກ:
1.     ຈາກການຂາດສານອາຫານ: ກີນອາຫານມີທາດເຫຼັກໜ້ອຍ, ມີອາການທີ່ດູດຊືມທາດເຫຼັກໄດ້ຍາກ ອາຫານຄຸນນະພາບບໍ່ຄ່ອຍດີຄືອາຫານເຈ.
2.    ມີຄວາມຜິດປົກກະຕິທາງການດູດຊືມ: ພະຍາດອັກເສບກະເພາະຊຳເຮື້ອ, ຜູ້ຖືກຜ່າຕັດກະເພາະລຳໃສ້ເຊັ່ນ: Gastectomie sub total, Mal absorbtion.
3.    ການຖືພາ ແລະ ລ້ຽງລູກດ້ວຍນົມແມ່.
4.    ການສູນເສຍເລືອດເຊັ່ນ: Hemorragie digestive, ປະຈຳເດຶອນແກ່ຍາວ.
·         ການບົ່ງມະຕິທາງດ້ານວິເຄາະ:
-       ຕຳລາເລືອດ: ພົບ Hypochrom-microcytaire,  Hemoglobin < 10 g/ dl.
-       ກວດລະດັບທາດເຫຼັໃນເລືອດ:  serum feritin ຫຼຸດລົງ.
·         ການປິ່ນປົວ:
1.     ປິ່ນປົວຕາມສາເຫດ
2.    ການໃຫ້ທາດເຫຼັກ
ຄວນໃຫ້ດ້ວຍການກິນປອດໄພກວ່າການສັກ. ເພາະການສັກອາດຈະເກີດການແພ້ແບບ Anaphylaxix
ໄດ້. ເພິ່ນໃຫ້ທາດເຫຼັກໃນຮູບແບບ Ferous sulfate 3-5mg/ kg /j.
ການຕອບສະໜອງຕໍ່ຢາ: ຈະພົບວ່າ Reticulocyte ເພີ່ມຂຶ້ນແຕ່ວັນທີ່ 3 ຂອງການປິ່ນປົວ. ຄ່າ Hb ຈະເພີມຂື້ນ 1g/dl / ອາທິດ. ຄົນເຈັບຈະຫາຍດີເປັນປົກກະຕິປະມານ 1-2 ເດືອນ ຄວນໃຫ້ຕໍ່ອີກ 2-3 ເດືອນ ເພື່ອໃຫ້ມີທາດເຫຼັກສະສົມໄວ້.