ພວກເຮົາສູ້ໄປດ້ວຍກັນ

Thursday, August 27, 2015

Aminotransferase

                 Aminotransferase

1.     Mild  elevated aminotransferase (<250 U/L)
       Hepatic
      ALT predominant
»      Chronic hepatitis B & C
»      Medication/toxin
»      AIH
»      NASH
»      Metabolic : Hemochromatosis, Wilson’s disease, Alpha 1 antitrypsin deficiency
»      Some cases of liver tumor and obstruction of bile duct

2.    Moderate  elevated aminotransferase (250-1000 U/L)
      Found in  variety of liver diseases :
       Drug
       Virus
       autoimmune hepatitis
       Wilson’s disease
       Acute biliary tract obstruction
              3. Marked elevated aminotransferase (>1,000-2000 U/L)
      Drug and Toxic substance (paracetamol, CCl4)
      Ischemic hepatitis, acute Budd-Chiari Syndrome
      Acute viral hepatitis(rarely>2000-3000U/L)

ອາການເຫຼືອງ



ອາການເຫຼືອງ
ເມື່ອມີອາການເຫຼືອງເກີດຂື້ນເຊັ່ນ: ຕາເຫຼືອງ, ຜິວເຫຼືອງ, ເຫຍື່ອເມືອກຕາງໆເຫຼືອງ ແມ່ນຄ່າ bilirubin ໃນເລືອດຕ້ອງຢ່າງໜ້ອຍແມ່ນ 3-4 mg/dl ແລ້ວ

ປົກກະຕິຄ່າ bilirubin ໃນເລືອດແມ່ນ 1 ຫາ 1.5 mg/dL,
ປົກກະຕິແລ້ວໃນຜູ້ໃຫຍ່ຈະມີການຜະລິດທາດ bilirubin 4 mg ຕໍ 1 kg ຂອງນໍ້າໜັກຕໍ່ວັນ
ປົກກະຕິ bilirubin ອອກທາງນໍ້າຍ່ຽວແມ່ນ 4 mg/ມື້ ຫຼື ນ້ອຍກວ່າ.

Wednesday, August 26, 2015

Urinalysis (dipstick)

Glucose
Trace (100 mg/dL)
+ (250 mg/dL)
++ (500 mg/dL)
+++ (1000 mg/dL)
++++ (2000+ mg/dL)
Bilirrubin
+ (weak)
++ (moderate)
+++ (strong)
Ketones
Trace (5 mg/dL)
+ (15 mg/dL)
++ (40 mg/dL)
+++ (80 mg/dL)
++++ (160+ mg/dL)
Protein
Trace
+ (30 mg/dL)
++ (100 mg/dL)
+++ (300 mg/dL)
++++ (2000 mg/dL)

ຄື່ນກະແສໄຟຟ້າຫົວໃຈ




ຄື່ນກະແສໄຟຟ້າຫົວໃຈ  

1.   ມາດຖານຂອງ 12 Lead ECG

ມາດຕະຖານຂອງຄື່ນກະແສໄຟ້າຫົວໃຈ  12-lead ແມ່ນຈະສະແດງການເຄື່ອນໄຫວໄຟຟ້າຂອງຫົວໃຈໂດຍຜ່ານມາ ທາງຜີວໜັງຂອງໜ້າເອີກ.
ແຕ່ລະຄື່ນຂອງກະແສໄຟຟ້າຫົວໃຈມີຄວາມໝາຍວ່າແນວໃດ?
  • P wave: ສະແດງຂອງການມີການກະຕຸ້ນກະແສໄຟຟ້າຂອງຫ້ອງເທີງ 2 ຫ້ອງພາໃຫ້ມີຄື່ນກະແສໄຟຟ້າບວກ (depolarization)
  • QRS complex: ແມ່ນຫົວໃຈຫ້ອງລູ່ມ 2 ຫ້ອງມີ depolarization
  • ST-T wave: ແມ່ນຫົວໃຈຫ້ອງລູ່ມ 2 ຫ້ອງມີ repolarization
  • U wave: ແມ່ນຂອບເຂດຈະບໍ່ເຫັນຊັດເຈນ, ແຕ່ມັນຈະໝາຍຄວາມວ່າຫຼັງຈາກມີ "after depolarization" ຂອງຫົວໃຈຫ້ອງລູ່ມ
  • PR interval: ແມ່ນຊ່ວງເວລາຂອງຫົວໃຈຫ້ອງເທີງມີ depolarization (P wave) ຫາ ຫົວໃຈຫ້ອງລູ່ມມີ depolarization (QRS complex)
  • QRS duration: ແມ່ນໄລຍະຂອງກ້າມຊີ້ນຫົວໃຈຫ້ອງລູ່ມມີ depolarization
  • QT interval: ໄລຍະທີ່ຫົວໃຈຫ້ອງລູ່ມມີ depolarization ແລະ  repolarization
1.1​ ການກຳນົດທິດທາງຂອງການແທກຄື່ນກະແສໄຟຟ້າຫົວໃຈ.
  • ຂວາ ຊ້າຍ
  • ເທີງ ລຸ່ມ
  • ໜ້າ ຫຼັງ
1.2 ທິດທາງຂອງແຕ່ລະຂົ້ວຂອງຄື່ນໄຟຟ້າ.
  • Lead I: RA (-) to LA (+) (ແຂນຂວາ ຫາ ຈາກແຂນຊ້າຍ)
  • Lead II: RA (-) to LL (+) (ແຂນຂວາ ຫາ ຂາຊ້າຍ)
  • Lead III: LA (-) to LL (+) (ແຂນຂວາ ຫາ ຂາຊ້າຍ)


  • Lead aVR: ແຂນຂວາ RA (+) ຫາ [LA & LL] (-) (Rightward)
  • Lead aVL: ແຂນຊ້າຍ LA (+) ຫາ [RA & LL] (-) (Leftward)
  • Lead aVF: ຂາຊ້າຍ  LL (+) ຫາ  [RA & LA] (-) (Inferior)
  • Leads V1, V2, V3: (ຈາກທາງຫຼັງມາທາງໜ້າ)
  • Leads V4, V5, V6:(ຈາກຂວງໄປຫາຊ້າຍ)
2. ການຕີຄວາມຫມາຍ
2.1      ເຈ້ຍອ່ານຄື່ນກະແສໄຟ້າຫົວໃຈລວງນອນ
  • ປົກກະຕິແລ້ວໃນເຄື່ອງຈັກອ້ານຄື່ນກະແສໄຟຟ້າຫົວໃຈຈະແລ່ນໄດ້ 300 ຕາໃຫ່ຍໃນ 1 ນາທີ
  • 1 ຕາໃຫຍ່ມີ 5 ຕານ້ອຍ
  • 1 ຕາໃຫຍ່ ເທົ່າກັບ 0.20 ວິນາທີ
  • 1 ຕານ້ອຍ ເທົ່າກັບ 0.04 ວິນາທີ
2.2     ລວງກ້ວາງແມ່ນລວງສູງ

·         1 ຕາໃຫຍ່ມີ 5 ຕານ້ອຍ
·         1 ຕານ້ອຍມີລວາງກວ້າງ 1 mm ຫຼື mv



2.3     ການເອີ້ນຮູບແບບບຂອງຄື່ນກະແສໄຟຟ້າຫົວໃຈ

ແບບງວມ(upright)

ແບບປີ້ນ (Inverted)

ແບບ Biphasic

ແບບ Dome & Dart  

ແບບ Flutter(F)

ແບບ Flibrilation( f )

ຄື່ນປີ້ນດ້ານບວກ( positive wave)ເມື່ອທຽບກັບເສັ້ນລັກ( base line)

ຄື່ນປີ້ນດ້ານລົບ( negative wave) ເມື່ອທຽບກັບເສັ້ນລັກ( base line)


2.4     ການສັງເກດຄື່ນກະແສໄຟຟ້າຫົວໃຈ
1.     ຕີອັດຕາການເຕັ້ນຂອງຫົວໃຈ (ລັກຊະນະຂອງຫ້ອງເທີງ ແລະ ຫ້ອງລຸ່ມ)
2.    ຕີຄວາມໝາຍຂອງ PR interval (from beginning of P to beginning of QRS)
3.    ໄລຍະຂອງ QRS 
4.    ຕີຄວາມໝາຍຂອງ QT interval (from beginning of QRS to end of T)
5.    ຕີຄວາມໝາຍຂອງ QRS ໃນແຕ່ລະລວງ
1)   ຕີຄວາມໝາຍຂອງອັດຕາການເຕັ້ນຫົວໃຈ
  • ສະໝ່ຳສະເໝີ ຫຼື ບໍສະໝ່ຳສະເໝີ
  • ໃຫ້ຊີ້ໃຫ້ເຫັນຈຸດພາໃຫ້ຫົວໃຈເຕັ້ນຜິດປົກກະຕິ (e.g., "PVC's", "PAC's", etc)ໂດຍຄຳນືງຫາເສັ້ນທາງ ຂອງການເດີນກະແສໄຟຟ້າແຕ່ລະຈຸດ.
2)  ເສັ້ນທາງຂອງການເດີນກະແສໄໄຟ້າຫົວໃຈ (Conduction Analysis)
"ຕາມປົກກະຕິ" ເສັ້ນທາງການນຳສົ່ງກະແສໄຟ້າແມ່ນຈາກ sino-atrial (SA), atrio-ventricular (AV), ແລະ intraventricular (IV).
ຈະເບີ່ງວ່າມີການ (block)ຢູ່ໃສ:

3)  ການເບີ່ງຄື່ນຕ່າງໆ

ຕ້ອງໄດ້ສັງເກດທັງໝົດ 12-lead ECG ເພື່ອຊອກຫາການຜິດປົກກະຕິຂອງແຕ່ລະຄື້ນເຊັ້່ນ: P-waves, QRS complexes, ST segments, T waves, and... ບໍ່ຕ້ອງລືມເບີ່ງ U waves.

3. ລັກຊະນະຂອງຄື່ນໄຟຟ້າຫົວໃຈທີ່ປົກກະຕິ

3.1 ອັດຕາການເຕັ້ນ:    ຫົວໃຈປົກກະຕິແມ່ນປະມານ: 60 – 10 ເທື່ອຕໍນາທີ.

3.2          P Wave:

  • P ມີໄລຍະ < 0.12 ວິນາທີ ຫຼື ກ້ວາງ 2 ຕານ້ອຍ ແລະ ເຄີ່ງຕານ້ອຍ
  • P ສູງບໍ່ກາຍ < 2.5 mm
  • Frontal plane P wave axis: 0° to +75°
·         ປົກກະຕິແລ້ວ P wave ຈະເປັນຮູບແບ(morphology): Upright ໃນ lead I, II, aVF; upright ຫຼື
biphasic ໃນ III, aVL, V1, V2.
·         ຄວາມກ້ວາງຂອງ P wave:ໃນ lead ຕ່າງໆ: < 2.5 mm; ໃນ V1: ຈະມີທິດໄປດ້ານບວກ (positive deflection) < 1.5 mm ແລະ ມີທິດໄປດ້ານລົບ < 1 mm


3.3       PR Interval ແລະ PR Segment
o   PR Interval ຈະໃຊ້ເວລາ 0.12 - 0.20 ວິນາທີ ຫຼື ກວ້າງ 5 ຕານ້ອຍ
·         ຖ້າເປັນ PR interval ຍາວ (Prolong): > 0.20 ວິນາທີ
·         ຖ້າເປັນ PR interval ສັ້ນ (Short): < 0.12 ວິນາທີ
o   PR Segment
·         ປົກກະຕິແລ້ວ PR segment: ຈະເປັນເສັ້ນຊື່ເພາະວ່າກະແສໄຟ້ຜ່ານ AV node ອ່ອນນ້ອຍຫລາຍ.
·         ປົກກະຕິ PR segment ຍົກຂື້ນແມ່ນ < 0.5 mm ເທົ່ານັ້ນ.
·         ປົກກະຕິ PR segment ຕ່ຳລົງແມ່ນ < 0.8 mm ເທົ່ານັ້ນ.

3.4   QRS: ແມ່ນຊ່ວງເວລາທີ່ຫົວໃຈຫ້ອງລຸ່ມເລີ່ມມີການຫົວຫັດ
·         QRS ມີໄລຍະ: 0.06 - 0.10 sec ວິນາທີ ຫຼື ເທົ່າກັບ 1.5 ຫາ 2.5 ຕານ້ອຍ
·         QRS ແກ່ຍາວຂັ້ນປານກາງ 0.10 ຫາ  0.12 ວິນາທີ
·         QRS ແກ່ຍາວຂັ້ນ > 0.12 ວິນາທີ

3.5   QT Interval:  ແມ່ນໄລຍະທັງໝົດຂອງຫົວໃຈຫ້ອງລູ່ມຫົດຫັດ( ventricular depolarization (QRS complex) ແລະ repolarization (T wave))
·         ໄລຍະປົກກະຕິ QT Interval:  0.35-0.43 ວິນາທີ ຫຼື ເທົ່າກັບ 8 ຫາ 11 ຕານ້ອຍ ສຳລັບອັດຕາການ ເຕັ້ນຂອງຫົວໃຈ 60-100 ເທື່ອ/ນາທີ
·         ຖ້າເປັນ Prolonged QT: 0.44 ວິນາທີ
·         ຖ້າເປັນ Short QT: < 0.35 ວິນາທີ ສຳລັບອັດຕາການ ເຕັ້ນຂອງຫົວໃຈ 60-100 ເທື່ອ/ນາທີ
3.6   QRS axis : ແມ່ນກຳນົດເວັກເຕີການກະຕ້ນຂອງຫົວໃຈຫ້ອງລຸ່ມ
ວິທີການກຳນົດ QRS axis ແມ່ນເອົາ ຄວາມກວ້າງຂອງຄື່ນເທີງລົບໃຫ້ຄື່ນລຸ່ມຖ້າຜົນອອກມາ (> 0) ແມ່ນ QRS axis ເປັນບວກ, ຖ້າຜົນອອກມາ (< 0) ແມ່ນ QRS axis ເປັນລົບ ພົບເຫັນໃນ leads I, II, Avf.
3.7   QRS voltage : ແມ່ນເວົ້າເຖີງຄວາມກວ້າງ(ຄວາມສູງ)ຂອງ ຄື້ນ R ຫຼື ຄື້ນ S
 voltage ທີ່ປົກກະຕິ: ຄວາມກ້າງຂອງຄື້ນ QRS ແມ່ນຂື້ນກັບແຕ່ລະເສັ້ນ( lead ), ອາຍຸຄົນທົ່ວໄປ ແລະ ປັດໃຈອື່ນໆ.
 voltage ຕໍ່າ (ໝາຍຄວາມວ່າຈະຕ່ຳຈາກຄື່ນ R ຫາ S ກໍ່ຕາມ): ຄວາມກ້າງທັງໝົດຂອງ QRS ແມ່ນຄື່ນ (R + S) < 5 mm ໃນທຸກ limb leads ແລະ < 10 mm ໃນທຸກ precordial(chest) leads ເຊັ່ນ: V1 ຫາ V6
 ຄວາມກວ່າງເພີ່ມຂື້ນຂອງ QRS voltage: ມັກພົບໃນພະຍາດຫົວໃຈເບື້ອງຊ້າຍໃຫຍ່ (LVH) ແລະ ຫົວໃຈເບື້ອງຂວາໃຫຍ່(RVH).





3.8  ການປ່ຽນແປງຂອງ R Wave
ແມ່ນໃຊ້ກຳນົດລວງຂອງແຕ່ລະຄື່ນກະແສໄຟ້າທີ່ແທກຢູ່ໜ້າເອີກ.
ü  ບາງຄົນ R wave = S wave ແມ່ນຢູ່ ທີ່ V3 ບາງຄົນ V4
ü  R wave < S wave ຢູ່ V1 ຫາ V3
ü  R wave ເລີ່ມ > S wave ແມ່ນຢູ່ທີ່ V4
ü  S wave ນ້ອຍທີ່ສຸດແມ່ນຢູ່ທີ່ V6

ກໍລະນີເປັນ poor R wave ແມ່ນໝາຍຄວາມວ່າເປັນ R wave ຕໍ່ຳກວ່າເຂດທີ່ກຳນົດໄວ້.

3.9 ST segment
      ແມ່ນໄລຍະຂອງຫົວໃຈຫ້ອງລູ່ມມີ depolarization ຫົວໃຈມີການຫົດຫັດ ແລະ ໄລຍະເລີ່ມຕົ້ນຂອງຫົວໃຈມີ repolarization ( T wave ).
·  ST segment ຍົກແມ່ນໝາຍຄວາມວ່າສູງກວ່າ 1.5 mm  ຈາກ baseline( limb lead), ຖ້າເປັນ chest lead ແມ່ນ > 2 mm.
·  ST segment depression ແມ່ນໝາຍຄວາມວ່າຕ່ຳກວ່າ 2 mm ຈາກ baseline.
ຮູບແບບຂອງ ST segment ຜິດປົກກະຕິ
a)  ຮູບແບບຕ່າງໆຂອງ ST segment ຍົກຂື້ນ:



                Concave up
                      
b)  ຮູບແບບຕ່າງໆຂອງ ST segment ຕ່ຳລົງ:
3.10 T Wave 
ແມ່ນເກີດຂື້ນເມື່ອຫົວໃຈຫ້ອງລຸ່ມມີ repolarization
ປົກກະຕິ: T wave morphology :
§  ປີ້ນຂື້ນເທີງ(Upright) ໃນ I, II, V3-V6;
§  ຂ້ວມລົງ (inverted) ໃນ aVR, V1;
§  ອາດຂື້ນ ຫຼື ບໍ່ມີຄື້ນ ຫຼື ເປັນຮູບ biphasic ໃນ III, aVL, aVF,V1, V2.
§  ໃນບາງຄົນ T wave ອາດຄ້ວາມລົງໃນ V1-V3  ໃນຄົນເຈັບແຂງແຮງດີເອີ້ນວ່າ: juvenile T waves.
ຄວາມກວ້າງປົກກະຕິຂອງ  T wave (amplitude):
§  ປົກກະຕິ < 6 mm ໃນ limb leads
§  10 mm ໃນ chest lead( precordial leads)

T waves ກວ້າງ(ສູງ): ແມ່ນ > 6 mm ໃນ limb leads ຫຼື > 10 mm ໃນ precordial leads
      Hyperkalemia ຈະເຫັນຄື່ນ T ສຸງຫຼາຍ





4.ການບົ່ງມະຕິຈຳແນກຂອງແຕ່ລະຄື້ນໄຟຟ້າຫົວໃຈທີ່ຜິດປົກະຕິ.
1. P wave
ກ. ຫົວໃຈເຕັ້ນນອກລະບົບ
§ Ectopic atrial premature beat / atrial extra systole

§ Ectopic atrial tachycardia
 
·         ໃນຮູບນີ້ແມ່ນຫົວໃຈເຕັ້ນໄວ 120 bpm.
·    ໃນແຕ່ລະຄື່ນ QRS complex ຈະເຫັນ P wave ມີການຜິດປົກກະຕິເຊັ່ນ P wave ຂ້ວມລົງ(inverted) ໃນ leads II, III ແລະ aVF.




ຂ. P wave ສູງ
§  ຫົວໃຈຫ້ອງເທີງຂວາ ແລະ ຊ້າຍຜິດປົກກະຕິ.
ຫົວໃຈໃຫຍ່( atrial enlargement, atrial dilatation ຫຼື atrial hypertrophy.)
ແມ່ນເບີ່ງ P wave ໃນ lead II, III, aVF, ແລະ V1.
ຕົວຢ່າງ:

ປົກກະຕິ


ຮູບນີ້ແມ່ນສະແດງຈາກຫົວໃຈຫ້ອງເທີງຂວາຜິດປົກກະຕິ, ອັນເນື່ອງຈາກຫົົວໃຈຫ້ອງລູ່ມມີ depolarization ດົນກວ່າ ປົກກະຕິຈົນ ຮອດຊ່ວງສຸດທ້າຍທີ່ຫົວໃຈຫ້ອງເທີງຊ້າຍ depolarization. ຈະເຫັນ P wave ສຸງ > 2.5 mm ກ້ວາງພາຍໃນ 0.20 ວິນາທີ.

ຖ້າຫົວໃຈຫ້ອງເທີງຂວາມີການຜິດປົົກະຕິແມ່ນຈະເຫັນຄື່ນ p ເຮັດຮູບ , ແລະ ເຫັນໄລຍະຂອງ ຄື່ນ p > 0.12 ວິນາທີ    ( ຍ້ອນວ່າ ຫົວໃຈຫ້ອງເທີງຊ້າຍໃຫຍ່ ແລ້ວຈະ depolarization ດົນກວ່າ, ແຕ່ລວງສູງຈະບໍມີການ ປ່ຽນແປງ)


ຮູບນີ້ຈະເຫັນ P wave ເປັນຮູບ biphasic ໃນ V1 ນີ້ແມ່ນສະແດງໃຫ້ ເຫັນວ່າຫົວໃຈຫ້ອງເທີງມີການຜິດປົົກກະຕິ, ຈື່ງເຫັນ ສ່ວນບວກ( Positive portion) ຂອງ biphasic P wave ຍາວກວ່າ ສ່ວນລົບ(negative portion).

ຮູບນີ້ຈະເຫັນ P wave ເປັນຮູບ biphasic ໃນ V1 ນີ້ແມ່ນສະ ແດງໃຫ້ ເຫັນວ່າຫົວໃຈຫ້ອງເທີງມີການຜິດປົົກກະຕິ, ສ່ວນລົບ (negative portion) ກວ້າງກວ່າ 40 ວິນາທີ ແລະ ເລີກຫຼາຍກວ່າ 1 mm.
ຄ. Atrial flutter
ມີຄື່ນມະຍຸກມະຍີກລັກຊະນະໄວກ່ອນ ຄື່ນ ORS, ອັດຕາການເຕັ້ນ 240-340 ຄັ້ງຕໍ່ນາທີ ແລະ > 340 ຄັ້ງຕໍ່ນາທີ. ເຮັດໃຫ້ຫົວໃຈຕີບໍສະໝ່ຳບໍສະເໝີ.
 
ງ. Atrial tachycardia
ຈະເຫັນລັກຊະນະແບບນີ້ໃນ leads II
 
ຈະເຫັນຫົວໃຈເຕັ້ນນອກລະບົບ 3-4 ຈຸດຕິດຕໍ່ກັນ, ຈະເຫັນ P waves ຊັດເຈນຕໍ່ກັບຂື່ນ T ອັດຕາການເຕັ້ນຂອງຫ້ອງ ເທີງ 100-240 ຕໍ່ນາທີ.
ບາງອັນເຫັນ P wave ສຸງ 2-3 ຄື່ນນຳໜ້າ





ຈ. Atrial fibrillation
Atrial fibrillation ແມ່ນຈະບໍເຫັນ P ຊັດເຈນ, ເຫັນແຕ່ມະຍຸກມະຍີກ
ນີ້ແມ່ນຫົວໃຈຫ້ອງເທີງເຕັ້ນບໍ່ສະໝ່ຳສະເໝີແລ້ວ, ລວງສູງ ແລະ ລວງກ້ວາງບໍ່ສະໝ່ຳສະເໝີ.
ໝາຍເຫດ: ມັກຈະເຫັນໃນ V1, V2, II, III, aVF. ແລ້ວຈະພາໃຫ້ຫົວໃຈຫ້ອງລູ່ມເຕັ້ນບໍ່ສະໝໍ່າໄປດ້ວຍ.

ສ. Artifact
ແມ່ນພາວະທີ່ຫົວໃຈຫ້ອງເທີງສັ່ນບາງຄັ້ງກໍສັ່ນໄປທັງທົ່ວຫົວໃຈ ພາໃຫ້ຄື່ນ ECG ຈຳແນກໄດ້ຢາກວ່າຄື່ນໃດຕໍ່ຄື່ນໃດ.






ຊ. Multifocal atrial tachycardia
ອັດຕາການເຕັ້ນຂອງຫົວໃຈຫ້ອງເທີງ  >100 ຄັ້ງຕໍ່ນາທີ,
• P waves ຈະມີ 3 ຮູບແບບ.
• PR intervals ມີຄວາມແຕກຕ່າງກັນໄປ
ໝາຍເຫດ: ສ່ວນຫຼາຍແມ່ນຈະພົວພັນຫັບພະຍາດປອດ..
ເຊັ່ນ:
-       COPD/pneumonia
-       Cor pulmonale
-       Aminophylline therapy
-       Hypoxia
-       Organic heart disease
-       Heart failure
-       Post-op
-       Sepsis
-       Pulmonary edema





                                                                    ຮູບ 1
                                                              ຮູບ 2
                                                             ຮູບ 3






2.PR interval
v  Prolonged (> 0.20 seconds) PR interval
ກ. First-degree AV block
ແມ່ນຈະເຫັນ PR interval > 0.20 ວິນາທີ (ປົກກະຕິ 0.21-0.40 ວິນາທີ ແຕ່ວ່າບາງກໍລະນີຈະຍາວກວ່າ 0.80 ວິນາທີ.)

ໝາຍເຫດ: ຖ້າເຫັນ prolonged PR interval ກັບ QRS ແຄບໆ ແມ່ນ block ໃນ AV node.
ຖ້າເຫັນ QRS ກ້ວາງ ແມ່ນສະແດງໃຫ້ເຫັນວ່າມີການຊັກຊ້າ ຫຼື ມີການ block ຢູ່ His-Purkinje system.

        



             
ຈັງວະການເຕັ້ນ: ສະໝໍ່າສະເໝີ
ອັດຕາການເຕັ້ນ: ແມ່ນຂື້ນກັບສາເຫດ.
ເຫັນ PR interval: > 2 ວິນາທີ.
ຄື່ນ ORS: ປົກກະຕິ.

ຂ. 2th degree AV block
        ຊະນິດທີ່ 1

           

-       ຈະເຫັນ PR interval ຍາວ ຈົນເມື່ອພົບມີຄື່ນ QRS ຫາຍ
-       ຈັງວະການເຕັ້ນຂອງຫົວໃຈ: ventricular ບໍ່ສະໝ່ຳສະເໝີ
-       ອັດຕາການເຕັ້ນຂອງຫົວໃຈຫ້ອງເທີງ: ~ ສະໝ່ຳສະເໝີ, QRS ປົກກະຕິ

          
-       ທຳອິດຈະເຫັນ PR ຕົງຕໍ່ເວລາ ແລ້ວຕໍ່ມາຈະບໍ່ເປັນ QRS
-       ການເຕັ້ນຂອງຫ້ອງລຸ່ມ: ບໍ່ສະໝໍ່າສະເໝີ ແຕ່ຫ້ອງເທີງເຕັ້ນສະໝໍ່າສະເໝີ.
-       PR  interval : ປົກກະຕິ ຫຼື ຜີດປົກກະຕິ.
-       QRS: ເຫັນຜິດປົກກະຕິ

ຂ. 3th degree AV block ( completed heart block )
                                                           
-       ຫົວໃຈຫ້ອງເທີງ ແລະ ລູ່ມແມ່ນຈະ depolarization  ອິດສະຫຼະໃຜມັນ.
-       ຈະມີການພົວພັນກັນລະຫວ່າງຫ້ອງເທີງ ແລະ ຫ້ອງລູ່ມ.





v  PR interval ສັ້ນ (< 0.12 seconds)
ກ. Wolff-Parkinson-White pattern

-       PR interval ສັ້ນ
-       ຈະເຫັນ Delta wave ຢູ່ leads 1, v4, v5
-       PR interval ສັ້ນ
-       ພົບ Delta wave ຢູ່ leads 1, 2, 3, v4, v5, v6
-       T wave inversion ໃນ leads II, III, aVF, v4, v5, v6.
-       R wave ສູງ
3.PR segment
ກ. PR segment ຕໍ່າ.
ມັກເຫັນໃນພະຍາດເຫຍື່ອຫູ່ມຫົວໃຈອັກເສບ
ຂັ້ນ 4
ຂັ້ນ 3
ຂັ້ນ 2
ຂັ້ນ 1
1

ຈະສັງເກດເຫັນ PR segment ຕໍ່າ, ຈະເຫັນຄື່ນ  ST ຍົກຄ້າຍຄືກັບກ້າມຊີ້ນຫົວໃຈຕາຍເໝືອນກັນ.


Acute Pericarditis:
·         ພົບຄື່ນ ST ສູງ ແລະ ພົບ PR ຕໍ່າ ໃນ chest lead (V2-6) ແລະ limb leads (I, II, aVL, aVF).
·         ແຕ່ຈະເຫັນ ST ຕ່ຳ ແລະ PR ຍົກໃນ aVR.
ຂ. PR segment ຍົກ:
ປົກກະຕິແມ່ນ: < 0.5 mm
ຖ້າເປັນ Pericarditis ແມ່ນຈະພົບໃນ: Lead aVR ເທົ່ານັ້ນ.
4.QRS Duration
ກ. ເພີ່ມໄລຍະຂອງ QRS duration 0.10 ຫາ < 0.12 seconds
-  Left anterior fascicular block


-Left posterior fascicular block


ຂໍ້ບົ່ງຊີ້ວ່າເປັນ LPFB
·         Frontal plane axis between 90° and 180° in adults
·         rS pattern in leads I and aVL
·         qR pattern in leads III and aVF
·         QRS duration less than 120 ms

 

-Left bundle branch block


-Incomplete LBBB
-LBBB
ຂໍ້ບົ່ງຊີ້ວ່າເປັນ left bundle branch block( LBBB)
1.     ໄລຍະຂອງ QRS > 120 ວິນາທີ
2.    ບໍ່ມີ  ຄື່ນ Q ໃນ lead I, V5 ແລະ V6
3.    ຄື່ນ R ເປັນຮູບແບບ monomorphic ໃນ V5 ແລະ V6
4.    ຄື່ນ ST ແລະ T ມີການຍ້າຍບ່ອນໄປເປັນຄືກັບ QRS complex.
ການບົ່ງມະຕິ left bundle branch ໃນຄວາມກ້ວາງຂອງ QRS complex > 120 ວິນາທີ ແມ່ນໃຫ້ເບີ່ງທີ່ lead V1. ຖ້າ QRS complex ຕໍ່າລົງ ປ່ຽນທິດທາງໃນ lead V1 ແມ່ນ left bundle branch block.

Left Bundle Branch Block ECG 2

-Left ventricular hypertrophy
ຫົວໃຈຫ້ອງລູ່ມຊ້າຍໃຫຍ່ ແມ່ນສາມາດບົ່ງມະຕິທາງຄື່ນກະແສໄຟຟ້າຫົວໃຈໄດ້ງ່າຍ ແລະ ແມ່ນຢຳ. ເນື່ອງຈາກວ່າຈຸລັງກ້າມ ຊີ້ນຫົວໃຈໃຫຍ່ແລ້ວການ depolarization ຂອງຫົວໃຈກໍແຮງ ແລ້ວພາໃຫ້ຄື່ນກະແສໄຟ້າແຮງ ແລ້ວຄື່ນ ກະແສໄຟຟ້າ ຫົວໃຈກໍເພີ່ມຄວາມສູງໂດຍສະເພາະຄື່ນ QRS complex( ventricular depolarization) ແລະ ຈະພາໃຫ້ການຂ້າມ ຜ່ານຂອງກະແສໄຟ້າໄປຊ້າແລ້ວຈື່ພາໃຫ້ QRS complex ກ້ວາງອອກ.
ນອກຈາກນັ້ນ ເວລາຫົວໃຈມີ repolarisation ແມ່ນຈະພາໃຫ້ ST segment ຫຼື ຄື່ນ T ມີການຜິດປົກກະຕິໄປດ້ວຍ.

Criteria ຂອງ Left Ventricular Hypertrophy (LVH) ໃນ ECG

1. ຕາມ Criteria ຂອງ Cornell: (ພົບ = 22%, ສະເພາະເຈາະຈົງເຖີງ = 95%)
 ແມ່ນເອົາຄວາມກ້ວາງ(ສູງ)ຂອງຄື່ນ R ໃນ aVL + ຄວາມກ້ວາງ(ສູງ)ຂອງຄື່ນ S ໃນ V3.
ຖ້າຜົນບວກ > 28 mm ໃນຜູ້ຊາຍ
ຖ້າຜົນບວກ > 20 mm ໃນຜູ້ຍີງ
2. Modified Cornell Criteria: ເບີ່ງ R wave ໃນ aVL. ຖ້າ R wave > 12 mm (ສູງ), ແມ່ນ LVH.
3. Sokolow-Lyon Criteria: ແມ່ນເອົາຄວາມກ້ວາງ(ສູງ)ຂອງຄື່ນ S ໃນ V1 + ຄວາມກ້ວາງ(ສູງ)ຂອງຄື່ນ R ໃນ V5 ຫຼື V6. ຖ້າຜົນບວກ > 35 mm, ແມ່ນ LVH.
4. ລະບົບການໃຫ້ຄະແນນ LVH ຂອງ Romhilt
ຖ້າຄະແນນ = 4, ແມ່ນ LVH 30-54% (ຄວາມແມ່ນຍຳ). ຖ້າຄະແນນ > 5, ແມ່ນ LVH 83-97% (ຄວາມ ແມ່ນຍຳ)
ຄວາມກວ້າງທີ່ສຸດຂອງຄື່ນ R ຫຼື S ໃນແຕ່ລະ limb leads >20 mm
ຄວາມກວ້າງຄື່ນ S ໃນ V1 ຫຼື V2 > 30 mm
ຄວາມກວ້າງຄື່ນ R ໃນ V5 ຫຼື V6 > 30 mm
ຄື່ນ ST ແລະ T ປ່ຽນທີດຫັນໜ້າໃສ່ QRS ໂດຍບໍ່ແມ່່ນຈາກຢາ digoxin
ຄື່ນ ST ແລະ T ປ່ຽນທີດຫັນໜ້າໃສ່ QRS ໂດຍແມ່່ນຈາກຢາ digoxin
ເຫັນ Left Atrial Enlargement
ເຫັນ Left Axis Deviation
ໄລຍະຂອງ QRS > 90 ວິນາທີ
ຖ້າເວລາຄື່ນ R ຍົກ ໃນ V5 ຫຼື V6 > 50 ວິນາທີ
3
3
3
3
1
3
2
1
1

Left Atrial Enlargement ECG ຮູບ 1

ໃນຄື່ນ ECG ພົບວ່າ:

Left Atrial Enlargement ECG ຮູບ 2

ໃນຄື່ນ ECG ພົບວ່າ:
- Right ventricular hypertrophy
·         ແມ່ນ R/S ratio ໃນ V1  ຫຼື V3 > 1,
·         ຫຼື  R/S ratio ໃນ V5 ຫຼື V6 1
·         ຄື່ນ R ໃນ V1 7 mm
·         ຄື່ນ R ໃນ V1 + ຄື່ນ S ໃນ V5 ຫຼື V6 > 10.5 mm
·         ພົບ qR complex ໃນ V1

Right Ventricular Hypertrophy ECG Example 1

ຄື່ນ ECG ພົບ:

ຂ. ໄລຍະຂອງ QRS > 0.12 ວິນາທີ
ພົບໃນຫຼາຍພະຍາດເຊັ່ນ:
• Left branch bundle block (lBBB ) ແລະ Right branch bundle block (RBBB)
• Supraventricular beat ຫຼື aberrant intraventricular conduction
v  • Fusion beats
• Wolff-Parkinson-White pattern
ເບີ່ງທີ່ (PR interval ສັ້ນ (< 0.12 seconds)
• Ventricular premature complexes
• Nonspecific IVCD
• Paced beat

Aberrant Ventricular Conduction: ແມ່ນໝາຍຄວາມວ່າການສົ່ງກະແສໄຟຟ້າຫົວໃຈຜີດປົກກະຕິເປັນບາງບ່ອນ, ບາງຊວ່ງ, ບາງບ່ອນຈະຜີດປົກກະຕິຄືຄືກັນ ແຕ່ ບາງບ່ອນຈະຜີດປົກກະຕິທີ່ເປັນຮູບບໍ່ຄືກັນ.


Aberrant ventricular conduction 1
Aberrant ventricular conduction 2

• Fusion beats
ແມ່ນໝາຍຄວາມວ່າຫົວໃຈຫ້ອງເທີງ ຫຼື ຫ້ອງລູ່ມ ມີການເຕັ້ນສັບສົນ ເມື່ອມີຫຼາຍຈຸດອອກຂອງກະແສໄຟຟ້າຫົວໃຈມາ ໃສ່ກ້າມຊີ້ນຫົວໃຈຈຸດດຽວກັນແລ້ວພາໃຫ້ມີ ການເຕັ້ຍຂອງຫົວໃຈເຊື່ອມເຂົ້າກັນ(fusion beat),  ຖ້າມັນເກີດຂື້ນຢູ່ຫົວໃຈ ຫ້ອງລູ່ມແມ່ນມັນເອີ້ນວ່າ ventricular fusion beat.

5.   QRS Amplitude ( ຄວາມກ້ວາງ(ສູງ) ຂອງຄື່ນ QRS)
ກ. Low voltage QRS ຕ່ຳ
• Chronic lung disease
• Pericardial effusion
• Myxedema
• Obesity
• Pleural effusion
• Restrictive or infiltrative cardiomyopathy
• Diffuse coronary artery disease
ຂ. Tall QRS
• LVH
• Hypertrophic cardiomyopathy
• LBBB
• Wolff-Parkinson White pattern
• Normal persons with thin body habitus


6.   QRS Axis
ແມ່ນການກຳນົດທີດທາງຂອງກະແສໄຟຟ້າຫົວໃຈ

       
ü  ປົກກະຕິ QRS axis ແມ່ນຢູ່ລະຫວ່າງ - 30 ແລະ + 90 ອົງສາ.
ü  Left axis deviation ແມ່ນຢູ່ລະຫວ່າງ - 30 ແລະ - 90 ອົງສາ.
ü  Right axis deviation ແມ່ນຢູ່ລະຫວ່າງ + 90 ແລະ + 180 ອົງສາ.
ü  Indetermination ແມ່ນຢູ່ລະຫວ່າງ ​+/- 180 ແລະ - 90 ອົງສາ.
      
     6.1 Normal QRS Axis
Normal  QRS Axis ແມ່ນເຮົາຈະເບີ່ງຄື້ນ QRS complex (positive)ທີ່ lead I ແລະ Lead aVF.
ດັ່ງໃນຮູບຄື່ນກະແສໄຟ້າລູ່ມນີ້ສະແດງໃຫ້ເຫັນວ່າ lead I ແລະ Lead aVF ຈະມີຄື່ນ QRS complex (positive)
           
6.2  Left axis deviation
QRS complex (positive)ທີ່ lead I ແລະ QRS complex (negative)ໃນ Lead aVF. ສະແດງວ່າທິດທາງຂອງກະແສໄຟຟ້າຈະແມ່ນຢູ່ລະຫວ່າງ - 30 ແລະ - 90 ອົງສາ.
ສາເຫດທີ່ພາໃຫ້ເປັນ left axis deviation:
1.     ເປັນອັນປົກກະຕິຂອງຄົນຜູ້ນັ້ນ.
2.    Left anterior fascicular block
3.    Left ventricular hypertrophy( rare)
4.    Left bundle branch block(rare)
5.    Inferior myocardial infarction.

ການຈື່ວ່າເປັນ inferior STEMI

·         ເຫັນ ST segment ຍົກຂື້ນໃນ lead II,III ແລະ aVF
·         ພົບ Q waves ໃນ lead II, III ແລະ aVF
·         ພົບ ST segment ຕໍ່າລົງໃນ aVL (± lead I)
Q wave
ໃນຮູບ ECG ແມ່ນ Inferior STEMI:
·         ພົບ ST segment ຍົກໃນ lead II, III ແລະ aVF
·         ພົບ Q wave ໃນ lead III ແລະ aVF
·         ພົບ ST segment ຕໍ່າ ແລະ ພົບ T wave ປີ້ນໃນ lead aVF

6.    Wolff-parkinson-white syndrome
7.    Ventricular rhythms
8.    Chronic lung disease
9.    Hyperkalemia
10.  Left ventricular hyperthrophy

ຮູບດັ່ງລູ່ມນີ້ສະແດງໃຫ້ເຫັນ left axis deviation
 
6.3 Right axis deviation.
ສ່ວນໃຫຍ່ແລ້ວຈະເຫັນຄື່ນ QRS (negative) ໃນ lead I ແລະ (positive) ໃນ lead Avf ສະແດງຄື່ນກະແສໄຟຟ້າ ຈະງ່ຽງໄປທັງເບື້ອງຂວາ.
ສາຍເຫດທີ່ພາໃຫ້ເປັນ Right axis Deviation.
1.     ບາງທີອາດເປັນປົກກະຕິ
2.    Right bundle branch block( RBBB)
3.    Right ventricular hypertrophy
4.    Left posterior fascicular block
5.    Dextrocardia
ໃນຮູບ ECG ນີ້ສະແດງວ່າເປັນແບບ Dextrocardia ຈະນອນຢູ່ໃນຮູບແບບຂອງ Right axis deviation
·         ຈະເຫັນ QRS complexes ໃນ lead aVR ເປັນ( positive)
·         ໃນ lead I ຈະເຫັນ ຄື່ນ P ຂວ້ມລົງ( Inverted), negative QRS ແລະ ຂ້ວມ(inverted) T wave.
·         ຈະບໍ່ເຫັນ ຄື່ນ R ໃນ chest lead, ຈະເຫັນຄື່ນ s ຫຼາຍຫວ່າ.

6.    Lateral wall myocardial infarction
ການທີ່ຈະຈື່ວ່າເປັນ lateral wall myocardial infarction
·         ST ຈະຍົກໃນ( lead I, aVL, V5-6)
·         ST ຈະຕໍ່າລົງໃນ( Lead III ແລະ aVF)
    
ດັ່ງໃນຮູບ ecg ຈະເຫັນ:
·         ST segment ຍົກຂື້ນໃນ lead I ແລະ aVL
·         ພົບ ST ຕໍ່າລົງໃນ Lead III , aVF, V1-3

7.    Wolff-parkinson-white syndrome
8.    Right ventricular  hypertrophy
9.    Chronic lung disease
10.  Pulmonary embolus

ຮູບນີ້ແມ່ນ ຜູ້ຍີງອາຍຸ 40 ປີເຂົ້າມາຍ້ອນເຈັບໜ້າເອີກສຽບແທງຫາຍໃຈຟືດ.

            Acute pulmonary embolus
          ຈະເຫັນມີແບບນີ້ໃນ ECG ຄື: S1Q3T3
    • ຈະເຫັນຄື່ນ S ເດັ່ນໃນ lead I
    • ເຫັນ Q wave ແລະ inverted T wave ໃນ lead III
    • ຫົວໃຈຕີໄວ
    • ເຫັນ T wave ຂ້ວມໃນ V1 - V3
    • ເຫັນ Right bundle branch block
ຮູບດັ່ງລູ່ມນີ້ສະແດງໃຫ້ເຫັນວ່າເປັນ Right axis deviation


6.4 indeterminate axis
ຈະເຫັນຄື່ນ QRS ໃນ lead I ແລະ Lead Avf ເປັນ (negative) ທັງໝົດ.ດັ່ງໃນຮູບດັ່ງລູ່ມນີ້.

7.   Q Wave
7.1  ລັກຊະນະ Q wave ທົ່ວໄປ
Q wave ແມ່ນຈະມີລວງເປັນລົບ ແລະ ເກີດຂື້ນກ່ອນ R wave
                         Q wave ທີ່ປົກກະຕິໃນ V6
·         Q wave ທີ່ປົກກະຕິແມ່ນຕາງໜ້າການເກີດ depolarisation ຂອງ interventricular septum ຫົວໃຈ ຈາກຊ້າຍໄປຫາຂວາ.
·         ຈະເຫັນ Q waves ນ້ອຍດຽວໃນ lead ຕ່າງໆ ທີ່ຢູ່ເບື້ອງຊ້າຍ ເຊັ່ນ: (I, aVL, V5 and V6)
·         Q wave ທີ່ເລີກ (>2 mm) ແມ່ນພົບຢູ່ໃນ leads III ແລະ aVR.
·         Q waves ທີ່ບໍເຫັນແມ່ນຈະພົບໃນ lead ຕ່າງຢູ່ເບື້ອງຂວາເຊັ່ນ:(V1-3)

7.2  Q Waves ທີ່ເອີ້້ນວ່າເປັນພະຍາດ

·         > 40 ms (1 mm) ກ້ວາງ
·         > 2 mm ເລີກ
·         > 25% ຂອງຄວາມເລີກຂອງ QRS complex
·         ຖ້າພົບ Q Waves ໃນ leads V1-3 ຖືວ່າເປັນພະຍາດ
ຕາມປົກກະຕິແລ້ວການທີ່ Q Waves ຜີດປົກກະຕິແມ່ນຈະຊີ້ບອກໃຫ້ເຫັນວ່າມີ MI

7.3 ມະຕິຈໍາແນກຂອງ Q Waves ຜີດປົກກະຕິ

  • Myocardial infarction
  • Cardiomyopathies — Hypertrophic (HOCM), infiltrative myocardial disease
  • Rotation of the heart — Extreme clockwise or counter-clockwise rotation
  • Lead placement errors — e.g. upper limb leads placed on lower limbs
ຕົວຢ່າງ:
Inferior Q waves ລົງເລີກຫຼາຍ ( III, aVF) ກັບ ST ຍົກ ແມ່ນ acute MI

Inferior Q waves ລົງເລີກຫຼາຍ (II, III, aVF) ກັບ T-wave inversion( ຂ້ວມ )  ແມ່ນມີ  MI ມາກ່ອນໜ້າ
Lateral Q waves ຜິດປົກກະຕິໃນ (I, aVL) ກັບ ST ຍົກສູງ ແມ່ນມີ acute MI
Lateral Q waves (V5-6) ຜິດປົກກະຕິ ກັບ T-wave flattening( ພຽງ)ແມ່ນມີ MI
Anterior Q waves (V1-4) ຜິດປົົກກະຕິ ກັບ ST ຍົກແມ່ນມີ acute MI

 

7.4 ຖ້າບໍເຫັນ normal Q waves

  • ຖ້າບໍ່ເຫັນ Q waves ໃນ leads V5-6 ແມ່ນມີການຜີດປົກະຕິໜື່ງ. ສ່ວນຫຼາຍແມ່ນຈາກ LBBB.
ສະຫລູບ:
ການຜິດປົກກະຕິຂອງ  Q waves ສົມທົບກັບ ST ສຸງ ທີ່ບົ່ງມະຕິເປັນ MI
• Anterolateral MI: ມີການຜິດປົກກະຕິຂອງ Q waves ໃນ V4-V6
• Anterior MI: ມີການຜິດປົກກະຕິຂອງ Q waves ຢ່າງນ້ອຍ 2 lead ໃນ lead ທີ່ຕິດຕໍ່ກັນ( V2-V4)
• Anteroseptal MI: ມີການຜິດປົກກະຕິຂອງ Q waves ໃນ V1-V3 (ແລະ ບາງຄັ້ງ V4)
• Lateral MI: ມີການຜິດປົກກະຕິຂອງ Q waves ໃນ leads I ແລະ aVL
• Inferior MI: ມີການຜິດປົກກະຕິຂອງ Q waves ຢ່າງນ້ອຍ 2 lead ໃນ leads II, III, ແລະ Avf

ການຜິດປົກກະຕິຂອງ  Q waves ທີ່ບໍ່ແມ່ນ MI
Wolff-Parkinson-White: ຈະເຫັນ delta waves ປີ້ນລົງລູ່ມຈະມີຄື່ນຄື Q waves
• Hypertrophic cardiomyopathy : ຈະມີ Q waves ຜິດປົກະຕິໃນ I, aVL,V4-V6 ອັນວ່າເປັນ septal hypertrophy
• LVH : ຈະບໍ່ມີ R wave ເກີດຂື້ນ ໃນຂະນະທີ່ ST ຍົກສູງ ໃນ V1-V3, ສາມາດຄືກັບ anteroseptal MI.
• LBBB: QS pattern ໃນ V1-V4ຈະຄ້າຍຄືກັບມີ anteroseptal MI. ຈະມີໂອກາດນ້ອຍຫຼາຍທີ່ Q waves ໃນ  III ແລະ aVF ຈະຄືກັບ inferior MI
• Left anterior fascicular block
ໃນ Chronic lung disease Q waves ຄືກັນກັບໃນ inferior ແລະ/ຫຼື ​chest Lead ຕ່າງໆຢູ່ຂວາ ແລະ  ກາງ.
• Amyloid, sarcoid, ແລະ ພະຍາດຫັວໃຈອື່ນໆ
• Cardiomyopathy
• Pulmonary embolism: Q wave ຈະຜີດປົກະຕິ ໃນ lead III ແລະ ບາງຄັ້ງ aVF, ແຕ່ຈະພົບຢາກຫຼາຍທີ່ Q waves ຈະຜິດປົກກະຕິໃນ II
• Myocarditis
• Myocardial tumors
• Hyperkalemia
• Pancreatitis

8.  ການປ່ຽນແປງຂອງ R Wave ໃນ Precordial Lead ຕ່າງໆ

ກ. ການປ່ຽນແປງຂອງ R Wave ໃນຂັ້ນເລີ່ມຕົ້ນ. ໃນ V1, V2; R/S > 1
• RVH
• Posterior MI
• RBBB
• Wolff-Parkinson-White pattern
• Normals
• Duchenne’s muscular dystrophy

ຂ. ການປ່ຽນແປງຂອງ R Wave ອັນພາໃຫ້ R Wave ສັ້ນ( ພົບເຫັນທີ່ precordial lead ທີ່ມີຄວາມສຸງຂອງ R wave ຄວາມສຸງຂອງ S wave ແມ່ນທີ່ V5 or V6)

• Anteroseptal MI
ຈາກຄື່ນ ECG ຂ້າງເທີງເຮົົາສາມາດເຫັນ
-       ST elevation ສຸງໃນ anteroseptal leads (V1-4).
-       ເຫັນ Q waves ທີ່ septal leads (V1-2).
-       ຍັງເຫັນ ST segment ສຸງທີ່ I, aVL and V5, ກັບ ST ຕໍ່າ(depress) ທີ່ lead III.
-       ເຫັນ T waves ຍົກສຸງ (hyperacute) ທີ່ V2-4.
-       ໃນລັກຊະນະນີ້ແມ່ນຊີ້ບອກໃຫ້ເຫັນວ່າເປັນ hyperacute anteroseptal STEMI

ຄວນຈື່ Anterior STEMI ໄດ້ແນວໃດ

-       ST segment ຍົກ ກັບມີ Q wave ໃນ precordial leads (V1-6) ± high lateral leads (I, aVL).
-       Reciprocal ST depression in the inferior leads (mainly III and aVF).

• Normals (abnormal lead placement)
• Dilated or hypertrophic cardiomyopathy
• LVH
• Chronic lung disease
• Cor pulmonale
• RVH
• Left anterior fascicular block


ຄ. R wave ປີ້້ນ (ລົດຄວາມສຸງຂອງ R wave ໃນ precordial leads)

• Anterior MI
• Dextrocardia
Early repolarization
• Pacemaker spike
• Atrial flutter : Flutter waves ອາດທັບທີ່ QRS




9.  ST Segment
ກ. ST segment ຍົກ

ຮູບການຍົກແບບຕ່າງໆຂອງ ST segment ທີເປັນພະຍາດຫົວໃຈວາຍ.

ໃນພະຍາຫົວໃຈວາຍກະທັນຫັນ (Acute STEMI) ອາດພາໃຫ້ ST ຍົກແບບໃດແບໜື່ງດັ່ງນີ້:                 ແບບ concave, convex ຫຼື ງ່ຽງຊື່ກໍ່ໄດ້.
 

ຮູບການຍົກແບບຕ່າງໆຂອງ ST segment ທີເປັນພະຍາດອື່ນໆ.

    
         Pericarditis                            BER                                   LBBB                                LV aneurysm                     Brugada
 


ຄວາມໝາຍຂອງ ST Elevation ຂອງແຕ່ລະ leads ໃນ Acute ST elevation myocardial infarction (STEMI)

·         Extensive anterior  / anterolateral = V1-6, I + aVL

ສາຍເຫດອື່ນໆທີ່ພົບນ້ອຍອັນພາໃຫ້ເປັນ ST segment Elevation









     ຕາມປົກກະຕິແລ້ວນອກຈາກມີ ST Segment ຍົກແລ້ວ ຍັງມີ ST depression ໃນ lead ຫຼື ເບື້ອງກົງກັນຂ້າມ.
ຍົກຕົວຢ່າງ: ST ຍົກໃນ high lateral leads I + aVL ແລ້ວຍັງມີ ST depression ສວນກັບໃນ lead III ດັ່ງໃນ ຮູບ Anterolateral STEMI ຂ້າງລູ່ມນີ້:
ST ຍົກໃນ high lateral leads I
 
ST depression
ST ຍົກໃນ high lateral leads aVL
                                             Anterolateral STEMI


Q wave
Q wave
a. Anteroseptal STEMI

  • ເຫັນ ST elevation ເຫຼັກນ້ອຍໃນ anteroseptal leads (V1-4).
  • ພົບ Q waves ໃນ septal leads (V1-2).( ປົກກະຕິບໍພົບໃນ V1-2)
  • ຍັງພົບ ST ຍົກເຫຼັກນ້ອຍໃນ I, aVL ແລະ V5, ກັບຍັມີ ST depression ສວນກັບ(reciprocal) ໃນ lead III.
  • ມີ T waves ຍົກສູງ (hyperacute) ໃນ V2-4.
  • ໃນລັກສະນະນີ້ແມ່ນຊີ້ບອກວ່າເປັນ hyperacute anteroseptal STEMI

b. Inferior STEMI

Inferior MIs ພົບ 40-50% ຂອງຫົວໃຈວາຍທັງໝົດ.

ຄວນຈື່ວ່າ ecg ຄືແນວໃດຄື inferior STEMI

  • ມີ ST ຍົກ ໃນ leads II, III ແລະ aVF
  • ມີ Q waves ໃນ II, III and aVF
  • ມີ Reciprocal ST depression ໃນ aVL (± lead I)
ຕົວຢ່າງຮູບ: Early inferior STEMI
Reciprocal ST depression ແລະ T wave ຄວ້າມລົງ
ພົບ Q wave
ບໍມີ R wave
T wave ສຸງ
T wave ສຸງ
T wave ສຸງ
                                                 Early inferior STEMI
  • ພົບ Hyperacute T waves ( ຍົກສຸງ) ໃນ in II, III ແລະ aVF ພົວພັນກັບການຫາຍໄປຂອງ R wave height.
  • ພົບ ST elevation ແລະ Q-wave ທີ່ lead III.
  • ພົບ Reciprocal ST depression ແລະ T wave ຄວ້າມລົງ(inversion)ໃນ aVL.
  • ພົບ ST elevation ໃນ lead III > lead II ວ່າເປັນເສັ້ນເລືອດ coronary artery ຂວາ(RCA )ມີການອຸດຕັນ, ພົບ ST elevation ເລັກນ້ອຍຢູ່ V4.
ຕົວຢ່າງ: 2 Inferior STEMI
·         ພົບ ST elevation ໃນ II, III ແລະ aVF.
·         ພົບ Q-wave ໃນ III ແລະ aVF.
·         ພົບ Reciprocal ST depression ແລະ T wave ຂ້ວມ(inversion) ໃນ aVL

c. Right ventricular MI

ຂໍ້ບົ່ງຊີ່ວ່າເປັນ Right Ventricular MI  ດ້ານ ECC
·         ST-elevation >1 mm ໃນ lead V4 ຂວາ(right)
·         ST elevation >1 mm ໃນ lead V1 (ແມ່ຍໍາ 70% ສະເພາະເຈາະຈົງ 100%)
Can be seen after a proximal occlusion of the RCA.
V4 right ແມ່ນຢູ່ເຂດເຊັ່ນດຽວກັນກັບ V4, ແຕ່ຈະຢູ່ເບື້ອງຂວາຂອງຄົນເຈັນເທົ່ານັ້ນ. ໝາຍຄວາມວ່າເວລາແທກແມ່ນຈະວາງເຄື່ອແທກໄຟ ຟ້າກະແສໄຟຟ້າຢູ່ເບື້ອງຂວາ. ຈະເພີ່ມຄວາມແມ່ນຢໍາໃນການບົ່ງມະຕິ right ventricle infarcts.
ການແທກຄື່ນໄຟຟ້າຫົວໃຈເບື້ອງຂວາ

ຕົວຢ່າງ:
ຈາກຕົວຢ່າງ Inferior STEMI ແຕ່ຈະມີ Right ventricular infarction ຕາມມາ:
         ໃນຮູບນີ້ ແມ່ນມີ Inferior STEMI ແຕ່ກໍ່ມີ Right ventricular infarction ຢູ່ນໍາ
  • ພົບ ST elevation ໃນ V1
  • ພົບ ST elevation ໃນ lead III > lead II

d. Posterior Myocardial Infarction

            Posterior infarction ພົບພຽງ 15-20% ຂອງ STEMIs ທັງໝົດ

ເພື່ອຊອກຫາຈຸດວ່າມີກ້າມຊີ້ນຫົວໃຈຕາຍຢູ່ສ່ວນຫຼັງແນວໃດ ( posterior infarction)

Posterior MI ແມ່ນຈະມີການປ່ຽນແປງສະແດງອອກທາງ V1-3:
·         ພົບ Horizontal ST depression V1-3
·         ພົບ R waves ສຸງ-ກ້ວາງ (>30ms)
·         ພົບ Upright T waves
·         ພົບ R wave (R/S ratio > 1) ໃນ V2




Horizontal ST depression V1-3
 ຕົວຢ່າງ:
Upright T waves V2-3
ໃນຮູບນີ້ແມ່ນ Inferolateral STEMI ແຕ່ຍັງມີ Posterior IM ແຟງຢູ່:
·         ພົບ Horizontal ST depression V1-3
·         ພົບ R waves ສຸງ-ກ້ວາງ (>30ms) ໃນ V2-3( ປົົກກະຕິແລ້ວ R wave ຂອງ V2-3 ຈະບໍສຸງ)
·         R wave ຈຸສຸງກວ່າ S wave (R/S ratio > 1) ໃນ V2
·         Upright T waves ໃນ V2-3
ເບີ່ງໃນແງ່ Inferolateral STEMI
·         ພົບ ST ຍົກທີ່ lead II, III, aVF  + V5-6












e. Acute anterolateral MI


·         ພົບ ST segment elevation ໃນ leads I, aVL, ແລະ V3 - V6.
f. Acute inferior MI

·         ພົບ ST segm ent ຍົກທີ່ II, III, aVF
·         ຍັງພົບມີ posterior wall infarction ອີກເຊີ່ງສະແດງອອກທີ່ ST depression ໃນ leads V1 ແລະ V2



g. Ventricular Paced Rhythm( ອັດຕາການເຕັ້ນຂອງຫົວໃຈຫ້ອງລູ່ມໄວ)

h. ຄວາມດັນໃນກະໂຫຼກຫົວສູງ ( Intracranial Pressure)

ຄວາມດັນໃນກະໂຫຼກຫົວສູງ ມາຈາກເລືອດໄຫຼ, ກະທົບ ຫຼື ອື່ນໆ ສາມາດພາໃຫ້ ST elevation ຫຼື depression ໄດ້ ເນື່ອງຈາກວ່າມີການກະຕຸ້ນໃຫ້ມີ myocardial ischaemia ຫຼື pericarditis.
ສີ່ງທີ່ເຫັນຫຼາຍແມ່ນພາໃຫ້ມີ T-wave ຂ້ວມລົງ(inversion) ເອີ້ນວ່າ: cerebral T waves.
ຕົວຢ່າງໃນຮູບລູ່ມນີ້
                                                                               ST elevation ຈາກການທີ່ຖືກກະທົບຫົວ

ເຫັນ ST elevation ເປັນ concave ມີລັກຊະນະຄ້ານຄື ecg ຂອງ pericarditis, ອັນນີ້ແມ່ນຈາກຄົນເຈັບຖືກກະ ທົບຮູນແຮງທີ່ຫົວ.

ຂ. ST segment ຕໍ່າລົງ
a.   Hypokalaemia

ຜົນຂອງ hypokalaemia ທາງ ECG, ecg ຈະມີການປ່ຽນແປງເມື່ອ serum  K+ ຕໍ່າລົງກວ່າ 2.7 mmol/l

  • ເພີ່ມຄວາມສຸງຂອງ( amplitude ) ແລະ ຄວາມກວ້າງຂອງ P wave
  • PR interval ຍາວ
  • T wave ຈະພຽງ ແລະ ປີ້ນລົງລຸ່ມ (inversion)
  • ST depression
  • U waves ຈະດູນອອກ(ເຫັນດີໃນ lead ຕ່າງໆຂອງ precordial)
  • ຮູບຮ່າງຂອງ QT interval ຍາວໂດຍຈະເຊື່ອມເຂົ້າກັນກັບລະຫວ່າງ T ແລະ U waves (= long QU interval)
        
    T wave ຂ້ວມລົງ ແລະ U waves ດູນອອກໃນ hypokalaemia                    ຮູບຮ່າງຂອງ QT interval ຍາວ, ຈະເຫັນ T-U ເຊື່ອມຕໍ່ກັນເລີຍ

ຜົນຂອງ hypokalemia ແມ່ນ:
  • ທີ່ພົບເລື້ອຍໆແມ່ນ supraventricular ແລະ ventricular ectopics
  • Supraventricular tachyarrhythmias: AF, atrial flutter, atrial tachycardia
  • ມີຄວາມສ່ຽງຕໍ່ການເສຍຊີວີດສຸງຈາກ ventricular arrhythmias, e.g. VT, VF and Torsades de Pointes
  • ຖ້າ Hypokalaemia ແມ່ນຈະພົວພັນກັບ hypomagnesaemia, ພາໃຫ້ມີຄວາມສ່ຽງເປັນ ventricular arrhythmias ທີ່ຮູນແຮງ.
  • ຕ້ອງໃຫ້ potassium ຢູ່ 4.0-4.5 mmol/l ແລະ magnesium > 1.0 mmol/l ເພື່ອທີ່ຈະຄົງທີ່ ແລະ ຈະເຫຼີກເວັ້ນຈາກການທີ່ເປັນ
ຕົວຢ່າງ ecg ຂອງ hypokalemia
                                                      hypokalemia
  • ພົບ ST depression.
  • ພົບ T wave inversion (ປີ້ນ).
  • ພົບ U waves ດູນອອກ.
  • ພົບ Long QU interval.
b.   ຜົນຈາການໃຊ້ຢ່າ Digoxin
ຜົນຈາກການໃຊ້ຢາ Digoxin ອອກທາງ ECG ມີລົກຊະນະໂດຍທົ່ວໄປດັ່ງນີ້:
·        ພົບ Downsloping ST depression
·        ພົບT waves ມີລັກຊະນະ (ພຽງ) Flattened, inverted, or biphasic .
·        QT interval ສັ້ນ.
ລັກຊະນະສະເພາະ
  • Mild PR interval ຍາວອາດຮອດ 240 ms (due to increased vagal tone).
  • ພົບ U waves ດູນອອກ.
  • ພົບ ມີການຍົກໄລຍະຊ່ວງຂອງ T wave ຂື້ນ.
  • ພົບ J point depression (ປົກກະຕິໃນທີ່ມີ R waves ສຸງ).

            ພົບ st depression, t wave inversion, u wave ດູນອອກ.

dig-effect

ພົບ ST Depresion, t wave inversion, ບາງ lead ເຫັນ u wave ດູນອອກ.









10. T wave
  • ປົກກະຕິຈະຍົກຂື້ໃນທຸກ lead ແຕ່ຍົກເວັ້ນໃນ aVR and V1
  • ສຸງ(Amplitude) < 5mm ໃນ limb leads, < 15mm ໃນ precordial leads
  • ໄລຍະແມ່ນຈະແທກກັບ QT interval, ປົກກະຕິແມ່ນ 350ms ຫາ 440ms

T wave ທີ່ຜິດປົກກະຕິ

  • Hyperacute T waves (ຍົກສຸງກວ້າງ)          
  • Peaked  T waves (ຍົກສຸງແຄບ)
  • Inverted T waves(ປີ້ນ)
  • Biphasic T waves
  • Camel Hump’ T waves
  • Flattened T waves                                                  

ກ. Peaked T waves

              ສຸງ, ແຄບ ແມ່ນໄປທາງ hyperkalaemia.
                        
           Peaked T waves ພົວພັນເຖິງ hyperkalaemia

ຂ. Hyperacute T waves (ຍົກສຸງກວ້າງ)          

          T waves ຍົກສຸງກວ້າງ ແມ່ນເຫັນຢູ່ໃນຂັ້ນທໍາອີດຂອງ ST-elevation MI (STEMI).

                           
                                                        Hyperacute T waves ພົວພັນກັບ anterior STEMI

ຄ. T waves ຂ້ວມ (Inverted)

  • ເປັນປົກກະຕິໃນເດັກ.
  • ເປັນ Persistent juvenile T wave pattern
  • ເປັນ Myocardial ຂາດເລືອດ(ischaemia) ແລະ ຕາຍ(infarction)
  • Bundle branch block
  • Ventricular hypertrophy (‘strain’ patterns)
  • Pulmonary embolism
  • Hypertrophic cardiomyopathy
  • Raised intracranial pressure

a.    ລັກຊະນະຂອງ T-wave inversions ທີປົກກະຕິໃນເດັກ.
Inverted T-waves ທີ່ພົບໃນ right precordial leads (V1-3) ແມ່ນປົກກະຕິໃນເດັກ.
         

b.   ລັກຊະນະຂອງ T-wave inversions ຈາກ  Persistent juvenile T wave pattern.

T-wave inversions ໃນ precordial lead ຕ່າງໆຂອງເບື້ອງຂວາ ແລະ ພົບຍາວນານເອີ້ນວ່າ: Persistent juvenile T wave pattern, ປົກກະຕິຈະມີພຽງແຕ່ leads V1-3.
        
                                                                                                            Persistent juvenile T-waves ໃນຜູ້ໃຫຍ່

c.   ລັກຊະນະຂອງ T-wave inversions ຈາກ  Myocardial Ischaemia ແລະ Infarction.

T-wave ຂ້ວມທີ່ມາຈາກ myocardial ischaemia ຫຼື infarction ແມ່ນເກີດຂື້ນກັບ lead ທີເຊື່ອມຕໍ່ກັບເບື້ອງຫົວໃຈເບື້ອງນັ້ນທີ່ຂາດເລືອດ ຫຼື ຕາຍ.
  • ລູ່ມ(Inferior) =  II, III, aVF
  • ຂ້າງ(Lateral) =  I, aVL, V5-6
  • ໜ້າ(Anterior) =  V2-6
ໝາຍເຫດ:
  • ການປ່ຽນແປງສະເໝີ(Dynamic)ຂອງ T-wave ທີ່ຂ້ວມ(inversion) ແມ່ນຈະເຫັນໃນຫົວໃຈຍັງຢູ່ໃນພະ ວະຂາດເລືອດກະທັນຫັນ(acute myocardial ischaemia)
  • T-wave inversion ຄົງທີ່ (Fixed) ແມ່ນເຫັນໃນເມື່ອມີການຕາຍຂອງກ້າມຊີ້ນຫົວໃຈແລ້ວ.



ຮູຍ 1: Inferior T wave inversion ທີພົວພັນກັບ acute ischaemia
                                               Inferior T wave inversion ທີພົວພັນກັບ acute ischaemia
·         ຍັງບໍມີ Q wave ເທື່ອ
·         ພົບ T wave inversion ໃນ II, III, aVF
                 ຮູຍ 2:  Inferior T wave inversion ກັບມີ Q waves ແມ່ນຈະມີ MI

     
Inferior T wave inversion ກັບມີ Q waves ແມ່ນຈະມີ MI

·         ມີ Q wave > 0.03 s II, III, aVF
·         ພົບ T wave inversion ໃນ II, III, aVF

ງ. Nonspecific T waves
·         ຈໍານວນເປັນ Persistent juvenile pattern: T wave inversion in V1-V3 ຄົນອາຍຸນູ່ມ.
·         ຈາກການໃຊຢາ (e.g., quinidine)
·         ວູ້ນວາຍເກືອແຮ່ (e.g., hypokalemia)
·         ຫາຍໃຈໄວ
·         ຄຽດ
·         ມ້າມອັກເສບ
·         ເຫຍື້ຫູ້ມຫົວໃຈອັກເສບ
·         ຜີດປົກກະຕິຂອງປະສາດສູນກາງ
·         Myxedema
·         ຫົວໃຈຫ້ອງລູ່ມຊ້າຍໃຫຍ່( LVH )
·         ຫົວໃຈຫ້ອງຂວາໃຫຍ່( RVH )
·          Bundle branch block
·          Healthy adults


11.   QT Interval
ປົກກະຕິຈະເທົ່າກັບ 8 small boxes ຫຼື 0.04 x 8= 0.32 sec
ກ. Long QT interval
a. ຈາກຢາ (quinidine, procainamide, disopyramide, amiodarone, sotalol, dofetilide, azimilide, phenothiazines, tricyclics, lithium)
b. Hypomagnesemia
c. Hypocalcemia
Prolong QT
QT prolongation ຈາກຄົນເຈັບເປັນ DiGeorge’s syndrome ແລະ ມີ serum calcium of 1.32 mmol/L 

d.    Marked bradyarrhythmias
e.   Intracranial hemorrhage
f.    Myocarditis
g.    Mitral valve prolapsed
h.    Myxedema
i.     Hypothermia
j.     Liquid protein diets


ຂ. Short QT interval
a. Hypercalcemia

Hypercalcaemia ພາໃຫ້ເປັນ shortening of the QT interval

c.    Hyperkalemia
d.    ໃຊ້ຢາ Digitalis
e.    ພາວະ Acidosis
f.      ຈາກ Vagal stimulation
g.   ພະຍາດ Hyperthyroidism
h.   ພາວະ Hyperthermia

12.  U Wave
ກ. U wave ດູນອອກ
·         ຈາກ Hypokalemia
·         ຈາກ Bradyarrhythmias
·         ຈາກ Hypothermia
·         ຈາກ LVH
·         ຈາກ Coronary artery disease
·         ຈາກ Drugs (digitalis, quinidine, amiodarone, isoproterenol)
ຂ. U wave ຂ້ວມລົງ
·         ຈາກLVH
·         ຈາກ Severe RVH
·         ຈາກ Myocardial ischemia



13. PP Pause > 2.0 seconds
ກ. ເຫັນໃນ Sinus pause ຫຼື arrest
          

ຂ. ເຫັນໃນ Sinus arrhythmia

ຈາກຮູບສັງເກດເຫັນວ່າ P-P interval ຈະບໍສະໝໍ່າສະເໝີກັນໃນແຕ່ລະຄື່ນ.
ຄ. ເຫັນໃນ Second-degree sinoatrial block ແລະ third-degree sinoatrial block

5.ຂໍ້ບົ່ງຊີ້ຕ່າງໆຂອງຄື່ນກະແສໄຟຟ້າ.
1.  ລັກຊະນະຄື່ນ ecg ທີປົກກະຕິ (ບໍ່ມີການຜິດປົກກະຕິທາງດ້ານອັດຕາການເຕັ້ນ, ຈັງວະ, ລວງ (axis) ຫຼື  P-QRS-T)
ກ. P Wave
- ໄລຍະ: 0.08 - 0.11 ວິນາທີ.
- ລວງ (Axis): 0 - 750
- ຮູບແບບ (Morphology): ຂື້ນ (Upright) ໃນ I, II; ປີ້ນລວງໃນ in aVF; ຫຼື biphasic ໃນ III, aVL, V1, V2;
- ລວງສູງ: ໃນ Limb leads < 2.5 mm; ໃນ V1: ລວງໄປທາງດ້ານ + < 1.5 mm ແລະ ດ້ານລົບ < 1 mm.
ຂ. PR Interval
- ໄລຍະ: 0.12 - 0.20 ວິນາທີ
- PR segment: ປົກກະຕິຈະເປັນລັກຊະນະ ບໍມີຄື່ນ (isoelectric); ອາດມີການຍ້າຍເຫຼັກນ້ອຍຢູ່ຕາມແຕ່ລະ lead, ບາງຄັ້ງມີການຍົກແຕ່ຈະບໍກາຍ 0.5 mm; ຖ້າຕໍ່າລົງແມ່ນຈະບໍກາຍ 0.8 mm
ຄ. QRS Complex
-  ໄລຍະ: 0.06 - 0.10 ວິນາທີ
-  ລວງ (Axis): –300 ຫາ +105 ອົງສາ, Transition zone (ແມ່ນ precordial leads ທີ່ມີຄື່ນ positive ແລະ negative ເທົ່າກັນ): ຈະມີໃນ V2-V4
-  Q wave: ຈະມີນ້ອຍໜື່ງ (ໄລຍະ < 0.04 ວິນາທີ ແລະ ສຸງບໍກາຍ < 2 mm) ສ່ວນຫຼາຍຈະພົບໃນ leads ທົ່ວໄປ ແຕ່ຍົກເວັ້ນໃນ aVR, V1 ແລະ V2
ງ. ST Segment
-  ປົກກະຕິຈະບໍມີຄື້ນ ( isoelectric ). ໃນ Limb leads ແມ່ນຈະສຸງຈາກ baseline 0.5 mm ຫາ < 1 mm ຖືວ່າ ປົກກະຕິ, ແຕ່ໃນ V2 - V3 (ບາງຄັ້ງ V4) ອາດສຸງຮອດ 3 mm (ລັກຊະນະ concave upward) ຈະພົບຫຼາຍໃນ precordial leads ສ່ວນຫຼາຍພົບໃນຄົນນູ່ມ.
ຈ. T Wave
- ຮູບຮ່າງ (Morphology): ຈະຂ້ວມຂື້ນ (Upright) ໃນ I, II, V3-V6; ຂ້ວມລົງໃນ aVR, V1; ຈະຂ້ວມຂື້ນ, ພຽງ ຫຼື ແບບ biphasic ໃນ III, aVL, aVF, V1, V2; T wave ທີ່ຂ້ວມລົງ (inversion) ອາດເຫັນໃນ V1-V3 ໃນຄົນອາຍຸນູ່ມ (juvenile T waves)
- Amplitude: ປົກກະຕິຈະ < 6 mm ໃນ limb leads ແລະ < 10 mm ໃນ precordial leads
ສ. QT Interval
ປົກກະຕິຈະແທກຈາກຄວາມຍາວຂອງ RR interval = 0.30 - 0.44 ວິນາທີ.
ຊ. U Wave
- ຮູບຮ່າງ (Morphology): ຈະຂ້ວມຂື້ນໃນທຸກ leads ຍົກເວັ້ນ aVR
- ລວງສຸງ: 5-25% ຂອງຄວາມສຸງຂອງ T wave (ປົກກະຕິ < 1.5 mm)



2.   ຄື່ນກະແສໄຟຟ້າຫົວໃຈຈາກການແທກບໍຖືກຕ້ອງຕາມເຕັກນີກ.
  • LA = left arm( ແຂນຊ້າຍ)
  • RA = right arm( ແຂນຂວາ)
  • LL = left leg( ຂາຊ້າຍ)
  • RL/N = right leg (neutral electrode)(ຂາຂວາ)

ກ. ແຂນຊ້າຍ ແລະແຈນຂວາສະຫຼັບກັນ(LA/RA reversal)

Criteria ຂອງ LA/RA
  • Lead I ແມ່ນຂ້ວມລົງລູ່ມ( inverted )
  • Leads II ແລະ III ແມ່ນຈະສະຫຼັບບ່ອນກັນ
  • Leads aVL ແລະ aVR ຈະສະຫຼັບບ່ອນກັນ.
  • Lead aVF ຈະບໍ່ປ່ຽນແປງ

ຂ. ແຂນຊ້າຍ ແລະ ຂາຊ້າຍສະຫຼັບກັນ (LA/LL reversal)

Criteria ຂອງ LA/LL reversal
  • Lead III ຈະປີ້ນຂ້ວມລົງ( inverted ).
  • Leads I ແລະ II ສະຫຼັບບ່ອນກັນ.
  • Leads aVL ແລະ aVF ສະຫຼັບບ່ອນກັນ.
  • Lead aVR ບໍ່ປ່ຽນແປງ.

ຄ. ແຂນຂວາ ແລະ ຂາຊ້າຍສະຫລັບກັນ (RA/LL reversal)

Criteria ຂອງ RA/LL reversal
  • Lead II ແມ່ນປີ້ນຂ້ວມ.
  • Leads I ແລະ III ປີ້ນຂ້ວມ ແລະ ສະຫຼັບບ່ອນກັນ.
  • Leads aVR ແລະ aVF ສະຫລັບ່ອນກັນ.
  • Lead aVL ບໍປ່ຽນແປງ.