ພວກເຮົາສູ້ໄປດ້ວຍກັນ

Monday, November 3, 2014

ການວາງຢາສະຫລົບທາງເສັ້ນເລືອດດຳ

ການວາງຢາສະຫລົບທາງເສັ້ນເລືອດດຳ

ໂດຍ: ທ່ານໝໍ  ຂັນທະວົງ ໄຄທານີດ

ການວາງຢາສະຫລົບທາງເສັ້ນເລືອດດຳ
Intravenous Anesthesia (ຢານຳສະຫລົບ): ເປັນສານທີ່ສີດເຂົ້າທາງຫຼອດ ເລືອດດຳ ເພື່ອໃຊ້ເປັນຢານຳສະຫຼົບໃຫ້ຄົນເຈັບໝົດຄວາມຮູ້ສຶກ ຫຼືສາມາດໃຊ້ສີດ ຢ່າງຕໍ່ເນື່ອງຫຼືເປັນຄັ້ງຄາວເພື່ອຄົງລະດັບການສະຫຼົບ (maintenance) ແລະໃຊ້ ສຳລັບເຮັດໃຫ້ຄົນເຈັບງ່ວງຊຶມ(sedation) ລະຫວ່າງການຜ່າຕັດທີ່ໃຊ້ຢາມຶນໃນ ການ ທຳມຶນສະເພາະສ່ວນ.


      1.     ການຈັດແບ່ງກຸ່ມຢາ: intravenous Anesthesia ແບ່ງເປັນ 2 ກຸ່ມ ຄື:
 ກຸ່ມຢານຳສະຫຼົບ (Inducing agent):
       - Thiopental sodium
       - Propofol
       - Etomidate
 ກຸ່ມອອກລິດຊ້າກວ່າ (Lower acting drugs)
Benzodiazepines-Diazepam, Lorazepam, Midazolam
Ketamine
Opioid analgesia- Fantanyl.

2. ກົນໄກການອອກລິດ:
·       ຢາສ່ວນຫຼາຍຈະອອກລິດທີ່ ກາມາ - amminobutyric acid ( GABA ) complexe ເຮັດໃຫ້ປະຕູຂອງ chloride ເປີດ ( ສ່ວນໃຫຍ່ຂອງຢາອາຍລະ ເກີຍ, barbiturates, benzodiazepines and propofol )
·       ມີລີດເປັນ N-methyl-D-aspate( NMDA) receptor antagonist ເຊີ່ງເປັນ subtype glutamate receptor ເຮັດໃຫ້ໝົດຄວາມຮູ້ສືກ ແລະ ລະງັບປວດ.

v ຢານຳສະຫຼົບ (Inducing agent):
  ເປັນຢາສີດເຂົ້າທາງຫຼອດເລືອດດຳເຮັດໃຫ້ໝົດຄວາມຮູ້ສຶກຕົວພາຍໃນເວລາປະ ມານ 30 ວິນາທີ ຫາ 1 ນາທີ
  ອອກລິດໄວ ແລະ ໝົດລິດໄວ
  ຈາກນັ້ນ ຈຶ່ງຄົງລະດັບການສະຫຼົບດ້ວຍຢາອາຍລະເຫີຍ
  ສາມາດໃຫ້ເສີມດ້ວຍຢາລະງັບປວດ ແລະຢາຢ່ອນຄາຍກ້າມຊີ້ນ.

ຢາ Thiopental sodium
  ແມ່ນຢາສະຫຼົບຈຳພວກ barbiturate ທີ່ມີໄລຍະການອອກລິດສັ້ນເປັນຢາທີ່ ໃຊ້ເລື້ອຍໃນການນຳສະຫຼົບ
  ປະລິມານໃຊ້: 3-5 mg/kg
  ໄລຍະການອອກລິດ 5-20 ນາທີ
  ການກຳຈັດຢາ Thiopental ອາໄສຂະບວນການເມຕາບໍລິດທີ່ຕັບ ແລະຂັບອອກ ທາງປັດສະວະ (ເຄິ່ງໜຶ່ງຂອງຢາຈະຖືກຂັບອອກພາຍໃນ 7-12 ຊົ່ວໂມງ

  ຂໍ້ບ່ົງໃຊ້:
-         ໃຊ້ເປັນຢານຳສະຫຼົບຂອງການວາງຢາສະຫຼົບທົ່ວໄປ
-         ຫຼີກເວັ້ນການນຳໃຊ້ເພື່ອຮັກສາລະດັບການສະຫຼົບ ຖ້າຕ້ອງການສີດຢາເທື່ອໃໝ່ ຄວນໃຫ້ໃນປະລິມານ 0,5-1 mg/kg
-         ຂໍ້ຫ້າມໃຊ້:
-         ເປັນພະຍາດຫືດ
-         ຊ໊ອກ, ຍ້ອນຂາດນໍ້າທີ່ບໍ່ທັນໄດ້ປິ່ນປົວ
-         ຕັບ ແລະໄຂ່ຫລັງຊຸດໂຊມຮ້າຍແຮງ
-         ສະພາບຂາດອາຫານຮ້າຍແຮງ
-         ຂາດອຸປະກອນຟື້ນຟູຊີບ

ຜົນທາງເພສັຊວິທະຍາ:
  ອອກລິດຕໍ່ລະບົບປະສາດໄວ, ບາງເທື່ອມີການກະວົນກະວາຍ ຫຼືເໜັງຕີງຜິດປົກກະ ຕິກ່ອນຈະສະຫຼົບ
  ກົດໜີບສູນກາງຫາຍໃຈ, ບໍລິມາດຫາຍໃຈຫຼຸດລົງ ແລະ ເຮັດໃຫ້ຫຼອດປອດຕີບຮັດ ເຂົ້າ.
  ກົດໜີບຫົວໃຈ-ເສັ້ນເລືອດ, ຄວາມດັນລຸດລົງ, ລຸດຜ່ອນບໍລິມາດເລືອດສ່ົງອອກ ຈາກຫົວໃຈ, ຫົວໃຈຕີໄວ.
  ລຸດຜ່ອນຄວາມດັນໃນໜ່ວຍຕາ
  ລຸດຜ່ອນປະລິມານນໍ້າຍ່ຽວ

ຜົນຂ້າງຄຽງ:
  ເຮັດໃຫ້ຜິວໜັງຕາຍກໍລະນີສີດອອກນອກເສັ້ນເລືອດນິ້ງ
  ຄວາມດັນຕໍ່າ
  ອາການແພ້
  ຫຼອດປອດ ແລະຫຼອດສຽງຕີບຮັດ (ຄົນເຈັບສະຫຼົບເລິກບໍ່ພຽງພໍ)
  ປວດຮາກ ແລະຮາກຫລັງຜ່າຕັດ
  ສະເອິ
  ກະວົນກະວາຍ ເວລານຳສະຫຼົບ
ເສັ້ນເລືອດຕີບຕັນ (Ischemia) ກໍລະນີສີດເຂົ້າເສັ້ນເລືອດເຕັ້ນ

ຢາ Propofol
  ເປັນຢາອອກລິດສັ້ນ ທັງໃນການນຳສະຫຼົບ ແລະການຄົງລະດັບຄວາມສະຫຼົບ
  ລະລາຍໃນໄຂມັນ ແລະນໍ້າມັນໄດ້ດີ
  Propofol ຖືກທຳລາຍດ້ວຍ 2 ກົນໄກຄື: ຂະບວນການຢູ່ຕັບ ແລະຢູ່ນອກຕັບ (Extrahepatic metabolism)
  ໄລຍະເວລາອອກລິດແມ່ນ 15-45 ວິນາທີ ແລະມີລິດຢູ່ໄດ້ 5-10 ນາທີ
  ສາມາດໃຫ້ຕໍ່ເນື່ອງໄດ້ ໃນການຄົງລະດັບຄວາມສະຫຼົບ ເມື່ອສົມທົບກັບ Fentanyl
      ເໝາະສຳລັບຜ່າຕັດນ້ອຍ.
ຂໍ້ບົ່ງໃຊ້ ແລະປະລິມານທີ່ໃຊ້:
·       ໃຊ້ໃນການນຳສະລົບຮັກສາໄລຍະສະຫຼົບ ລະຫງັບປະສາດ ແລະ ແກ້ຮາກໄດ້
·       ນຳສະຫຼົບ 1-2.5 mg/kg
·       ຮັກສາໄລຍະການສະຫຼົບ 50-150 µg/kg/min ຮ່ວມກັບການໃຫ້ opiod
·       ສະຫງົບປະສາດ 25-75 µg/kg/min
·       ແກ້ອາການຮາກ 10-20 µg/kg/min

ຜົນທາງເພສັຊວິທະຍາ:
  ຫຼຸດປະລິມານເລືອດໄປລ້ຽງສະໝອງ, ການໃຊ້ອັອກຊີໃນສະ  ໝອງ ແລະຄວາມດັບໃນກະໂຫຼກຫົວ
  ເຮັດໃຫ້ຄວາມດັນເລືອດຕໍ່າ
  ມີຜົນກົດການຫາຍໃຈຄືກັບ Thiopental
  ມີລິດແກ້ອາການຮາກໄດ້

ຜົນຂ້າງຄຽງ:
  ປວດບໍລິເວນທີ່ສີດ ຄວນສີດຊ້າໆ
  ຄວາມດັນເລືອດຕໍ່າ

ຢາ Fentanyl
  ອອກລິດສັ້ນ, ເປັນຢາລຸດຜ່ອນການເຈັບປວດໃນກຸ່ມ opioid
  ອອກລິດພາຍໃນ 3-5 ນາທີ ແລະມີລິດຢູ່ 1-2 ຊົ່ວໂມງ
  ຖືກທຳລາຍຢູ່ຕັບ ແລະຂັບອອກທາງໄຂ່ຫລັງ
  ໃຊ້ເສີມລິດຢາເວລານຳສະຫຼົບ
  ເຮັດໃຫ້ການໃຊ້ຢາດົມສະຫຼົບນ້ອຍລົງ
  ແກ້ປວດເວລາຜ່າຕັດ ແລະການປວດຊຳເຮື້ອ

ເອກະສານອ້າງອີງ:
1.   ດຣ. ອຸ່ນຄຳ ພັນທະນາລີ, ປື້ມຄູ່ມື ການຝຶກອົບຮົມ, ແພດວາງຢາສະຫຼົບ, 2004
2. ໂກວິດ ພຶດສານຸສັກ, ວິສັນນີວິທະຍາພື້ນຖານ, 2552