ພວກເຮົາສູ້ໄປດ້ວຍກັນ

Tuesday, October 7, 2014

ການແຍ່ທໍຄໍຍາກ

ໂດຍ: ດຣ. ຂັນທະວົງ ໄຄທະນີດ
ການແຍ່ທໍຄໍຍາກ

ນິຍາມ: ການແຍ່ທໍ່ຊ່ວຍຫາຍໃຈຍາກ (difficult to intubate)
·         ຖ້າແພດວາງຢາສະຫຼົບທີ່ຜ່ານການຝຶກຝົນມາແລ້ວ ພະຍາຍາມແຍ່ທໍ່ຊ່ວຍຫາຍໃຈດ້ວຍ laryngoscope ເກີນ 3 ຄັ້ງ
ຫຼື
·         ໃຊ້ເວລາຫລາຍກວ່າ 10 ນາທີ ໃນການພະຍາຍາມແຍ່ທໍ່ຊ່ວຍຫາຍໃຈເພື່ອທີ່ຈະສຳເລັດ

ສາເຫດ:

ດ້ານແພດວາງຢາສະຫລົບ
ປະເມີນຄົນເຈັບກ່ອນການຜ່າຕັດບໍ່ດີພໍ
ອຸປະກອນບໍ່ຮັບປະກັນ.
ປະສົບການບໍ່ດີພໍ.
ເຕັກນິກບໍ່ຖືກຕ້ອງ
ຜູ້ຊ່ວຍບໍ່ມີປະສົບການ                                                                      
ດ້ານຄົນເຈັບ
ສາເຫດມາແຕ່ກຳເນີດ
ສາເຫດທີ່ເກີດຂຶ້ນໃໝ່


ການປະເມີນ

1. ການຊັກປະຫວັດ:
-          ປະຫວັດໃສ່ທໍ່ຫາຍໃຈຍາກ
-          ພະຍາດປະຈຳຕົວ ເຊັ່ນ: rheumatoid arthritis
-          ພະຍາດເປັນມາແຕ່ກຳເນີດເຊ່ັນ​ Down’s syndrom
-          ພະຍາດຕິດເຊື້ອບາງຊະນິດເຊັ່ນ ເນື້ອງອກບໍລິເວນລຳຄໍ, ອຸປະຕິເຫດບໍລິເວນລຳຄໍ.
2. ການກວດຮ່າງກາຍ:
-          ເບິ່ງຮູບຮ່າງພາຍນອກ: ເບິ່ງກາຍຍະວິພາກທົ່ວໄປ ເຊັ່ນ ຄາງຫລຸບ, ແຂ້ວເບື້ອງເທິງຍື່ນ ແລະ ຄົນເຈັບອ້ວນ ເຮັດໃຫ້ໃສ່ທໍ່ຫາຍໃຈຍາກ.
-          ວັດແທກຊ່ອງວ່າງລະຫວ່າງແຂ້ວເບື້ອງເທິງ ແລະ ແຂ້ວເບື້ອງລຸ່ມ (interincisor gap) ໂດຍໃຫ້ຄົນເຈັບອ້າ ປາກກວ້າງໆ ຖ້ານ້ອຍກວ່າ 3-4 ຊມ. ຈະໃສ່ທໍ່ຫາຍໃຈຍາກ.
-          Mallampati classification ເປັນຕົວບົ່ງຊີ້ສຳຄັນເຖິງການຍາກງ່າຍໃນການແຍ່ທໍ່ຄໍ ໂດຍໃຫ້ຄົນເຈັບນັ່ງ ແລ້ວອ້າປາກກວ້າງໆ ແລະ ແລບລີ້ນອອກມາຫລາຍທີ່ສຸດ.


3. ການກວດຮ່າງກາຍ
-          ການປະເມີນໄລຍະ Thyromental: ຄົນເຈັບຢູ່ໃນທ່ານັ່ງ ແລ້ວແຫງນຫົວໃຫ້ຫລາຍທີ່ສຸດ ຈຶ່ງວັດໄລຍະຈາກ Tyroid notch ໄປຈົນເຖິງປາຍຄາງ (tip of mentum) ປົກກະຕິໃນຜູ້ໃຫຍ່ຕ້ອງກວ້າງປະມານ 6,5 ຊມ. ຖ້າແຄບກວ່ານີ້ ຈະແຍ່ທໍ່ຊ່ວຍຫລາຍໃຈຍາກ.
ການປະເມີນການແຫງນຫົວ (atlanto-occipital joint extention) ໂດຍໃຫ້ຄົນເຈັບນັ່ງຫນ້າກົງ ແລະແຫງນຫົວໃຫ້ໄດ້ຫລາຍທີ່ສຸດ ປົກກະຕິຈະແຫງນໄດ້ 35 ອົງສາ ຖ້າແຫງນຫົວໄດ້ຫນ້ອຍ ຈະແຍ່ທໍ່ຄໍຍາກ.
ອຸປະກອນທີ່ໃຊ້ໃນການແຍ່ທໍ່ຊ່ວຍຫາຍໃຈ

1.     Laryngoscope
2.    ທໍ່ຊ່ວຍຫາຍໃຈ
3.    Style or guide wire
4.    Oropharyngeal airway
5.    Syringe 5-10 ml
6.    Suction
7.    Mask and self inflating bag
8.    Vaseline
9.    Plaster
10.  Oxygen

ເທັກນິກໃນການແຍ່ທໍ່ຊ່ວຍຫາຍໃຈ

1.     ກວດເບິ່ງອຸປະກອນຕ່າງໆ ຕາມທີ່ກ່າວມາ ວ່າໃຊ້ໄດ້ຫລືບໍ່
2.    ການຈັດທ່າຄົນເຈັບ: ເອີ້ນວ່າ Sniffing position ໂດຍພະຍາຍາມໃຫ້ແນວການເບິ່ງເຫັນຢູ່ໃນລະດັບດຽວກັບກ່ອງສຽງ (laryngeal axis, LA) ແລະ ໃຫ້ ແກນສົມມຸດຂອງທາງເດີນຫາຍໃຈຢູ່ໃນແນວດຽວກັນ: oral axis (OA), pharyngeal axis (PA) and (laryngeal axis, LA)
3.    ໃຊ້ນິ້ວໂປ້ແລະນິ້ວຊີ້ເປີດປາກຄົນເຈັບ ເອີ້ນວ່າ cross finger technique ໂດຍໃຫ້ນິ້ວໂປ້ຢູ່ແຂ້ວລຸ່ມ ແລະ ນິ້ວຊີ້ຢູ່ແຂ້ວເບື້ອງເທິງ.
4.    ຈັບດ້າມ Laryngoscope ດ້ວຍມືຊ້າຍ ແລ້ວເຂົ້າດ້ານຂວາຂອງປາກ ປັດລີ້ນໄປເບື້ອງຊ້າຍຍົກຝາປິດກ່ອງ ສຽງຂຶ້ນໃນແນວຊື່ ເພື່ອໃຫ້ເຫັນທາງເປີດຂອງກ່ອງສຽງ
5.    ຈັບທໍ່ຊ່ວຍຫາຍໃຈດ້ວຍມືຂວາ ແລະ ໃສ່ເຂົ້າໄປທາງມຸມປາກຂວາ ໃຫ້ສ່ວນໂຄ້ງຂອງທໍ່ຢູ່ດ້ານລຸ່ມໃຫ້ຂອບ ເທິງຂອງ cuff ຜ່ານສາຍສຽງປະມານ 2 ຊມ. ແລ້ວຈຶ່ງສີດລົມເຂົ້າໃສ່ cuff ບໍ່ຄວນໃສ່ລົມຫລາຍເກີນໄປ ເພາະຈະກົດຫລອດລົມ.
6.    ຟັງສຽງຫາຍໃຈ 5 ຈຸດ: ບໍລິເວນລັກແຮ້ 2 ຕີນປອດ 2 ແລະ ລີ້ນປີ່. ກໍລະນີຍິນສຽງບໍ່ເທົ່າກັນ ຫລື ບໍ່ຍິນສຽງ ໃຫ້ແປງຄືນ
7.    ຫລັງຈາກຟັງແນ່ໃຈແລ້ວ ຈຶ່ງຕິດດ້ວຍ ປາສເຕີ.


ການໃສ່ທໍ່ຊ່ວຍຫາຍໃຈຍາກ

ໃນກໍລະນີຮູ້ແລ້ວວ່າ ມີບັນຫາໃນການໃສ່ທໍ່ຫາຍໃຈຍາກ ດ້ວຍການປະເມີນຄົນເຈັບ ດັ່ງທີ່ກ່າວມານັ້ນ ຄວນກຽມບຸກຄະລາກອນ, ເຄື່ອງມື ແລະ ແຜນການຕ່າງໆໃຫ້ພ້ອມ.