ພວກເຮົາສູ້ໄປດ້ວຍກັນ

Sunday, January 4, 2015

ໃບໜ້າລ່ອຍເຄີ່ງຊີກ(Bell Palsy)

ໃບໜ້າລ່ອຍເຄີ່ງຊີກ(Bell Palsy)
ໃບໜ້າລ່ອຍເຄີ່ງຊີກ(Bell Palsy), ຍັງມີສັບສາກົນທີ່ເອີ້ນອີກວ່າ: idiopathic facial paralysis (IFP), ແມ່ນ ຈະມີການອ່ອນແຮງເຄີ່ງໃບໜ້າເຊີ່ງພົບທົ່ວໂລກ. ແມ່ນການຜິດປົກກະຕິຂອງເສັ້ນປະສາດກະໂຫຼກຫົວຄູ່ທີ່ 7 ມາບັນຊາ ກ້າມຊີ້ນໃບໜ້າ, ຖ້າເປັນພຽງການລ່ອຍຂອງໃບໜ້າເຄີ່ງຊີກແມ່ນຈະສາມາດປົວດີໄດ້.
ສາເຫດ:
ບາງສາຍແມ່ນຍັງບໍທັນຮູ້ຊັດເຈນເຊີ່ງຍັງຢູ່ໃນການຄົ້ນຄວ້າ. ປະຈຸບັນບາງສາຍເຫດທີ່ຮູ້ວ່າພາໃຫ້ໃບໜ້າມີການລ່ອຍ ເຄີ່ງຊີກແມ່ນ
1.     ກຳມະພັນທີ່ພາໃຫ້ເປັນ bell palsy ລາຍງານວ່າເປັນເຖີງ 4% ຂອງກໍລະນີທັງໝົດ.
2.    ອຳມະພາດເສັ້ນເລືອດສະໝອງ.
3.    ພະຍາດພຸມຄຸ້ມກັນ.
4.    ການຕິເຊື້ອ Herpes simplex virus
ກົນໄກການເປັນພະຍາດ:

Tuesday, December 16, 2014

ການກວດກາລະບົບຫາຍໃຈ

ການກວດກາລະບົບຫາຍໃຈ
1. ທັກທາຍ

2. ຈັບມືຄົນເຈັບ

3. ຖາມວ່າເຈັບຢູ່ໃສ?

4. ລ້າງມື

ຂັ້ນຕອນການກວດ.

5. ສັງເກດທົ່ວໄປ: ປີກດັງຕີ?, ການຫາຍໃຈ( ມີຈ່ອງດືງບໍ?), ອັດຕາການຫາຍໃຈ? ປາຍຕີນປາຍມືກ່ຳແຫຼະ?, cubing finger? ມີ central cyanosis? ຄໍ? ເອີກດ້ານໜ້າຫຼືດ້ານຫລັງມີແຜ ມີແປ້ວ?

6. ຟັງ:​
ຟັງຕ້ອງຟັງສະຫລັບກັນແຕ່ລະເບື້ອງ,
ມີສຽງ: ຄາງແຕກ( ປອດອັກດສບ), ສຽງຄາງໂກນ, ສຽງ
Stridol ( ມີການອຸດຕັນ), ຫຼື ສຽງຫາຍໃຈລົດລົງ
( ປອດບວມ)



7. ລູບຄຳ:
ຄຳທີ: 1 ແມ່ນເອົາ 2 ມືວາງເທີງດ້ານຫຼັງເອີກແລ້ວ
ໃຫ້ຄົນເຈັບເວົ້າຫັນລີ້ນຈຸດປະສົງເພື່ອຢາກຮູ້
ວ່າປອດທັງ 2 ເບື້ອງມີສຽງສັ່ນສະເທືອນສະເໝີກັນບໍ,
ຖ້າປອດເບື້ອງໃດສຽງສັ່ນລົດລົງສະແດງວ່າມີບັນຫາແລ້ວ
ເຊັ່ນ: pleural effusion, pulmonary edema,
Pneumonia, ataletaxia…
ຄຳທີ: 2 ແມ່ນເອົາ 2 ມືວາງເທີງດ້ານຫຼັງເອີກໃຫ້ຄົນເຈັບ
ຫາຍໃຈເຂົ້າເລີກ ແລ້ວສັງເກດການຂະຫຍາຍຂອງປອດ 2
ເບື້ອງ. ຖ້າປອດເບື້ອງໃດຂະຫຍາຍໜ້ອຍລົງສະແດງວ່າ
ປອດເບື້ອງນັ້ນມີບັນຫາເຊັ່ນ: ປອດແວບ(ataletaxia)
ມະເຮັງປອດ ແລະ ອື່ນໆ...

8. ເຄາະ:
ແມ່ນຕ້ອງເລີ່ມເຄາະແຕ່ເທີງລົງລຸ່ມເຄາະສະຫຼັບກັນ ເພື່ອຈຸດປະສົງຢາກຮູ້ວ່າໃນປອດມກ້ອນ? ມີນ້ຳ? ປອດແວບ? ແລະ ອື່ນໆ...


9. ຂອບໃຈຄົນເຈັບ

10. ສະຫຼູບອັນທີ່ຜິດປົກກະຕິໃຫ້ຄົນເຈັບ ຫລື ຍາດຕິພິນ້ອງຄົນເຈັບ.

11. ບອກພະຍາດທີ່ອາດເປັນໄປໄດ້.

12. ແນະນຳການກວດເພີ່ມອື່ນ(ຊ່ອງລັງສີ, ກວດເລືອດ, ກວດໜ້າທີ່ການຂອງປອດ) ແລະ ທີດທາງການປີ່ນປົວ.



Monday, November 3, 2014

ພະຍາດ Ebola

ພະຍາດ Ebola
ທຳອີດເອີ້ນກັນວ່າ Ebola haemorrhagic fever, ເປັນພະຍາທີ່ຮຸນແຮງຕໍກັບມະນຸດ.ຕິດຕໍ່ໂດຍການຕິດຈາກສັດ ແລະ ຄົນສູ່ຄົນ


ເຊື້ອພະຍາດ Ebola virus ແມ່ນພົບທຳອີດໃນຄົນໃນປີ 1976 ຕໍ່ມາ. ຕໍມາຈື່ງມີການເກີດຂື້ນໃນຄົນເຈັບຜູ້ທໍຳອີດຢູ່ ທີ່ບ້ານແຫ່ງໜື່ງໃກ້ກັບແມ່ນນ້ຳ Ebola ເຊີ່ງຈື່ງກຳນົດຊື່ຂອງເຊື້ອພະຍາດເປັນເຊື່ອຈຸລະໂລກ ebola,