ພວກເຮົາສູ້ໄປດ້ວຍກັນ

Saturday, June 9, 2018

ທາດແຄວຊຽມສຸງໃນເລືອດ (Hypercalcemia)


    ທາດແຄວຊຽມສຸງໃນເລືອດ (Hypercalcemia)
       •Corrected serum calcium > 10.5 mg/dl

       • ຂັ້ນເບົາບາງ  < 12 mg/dl
       • ປານກາງ       12-13 mg/dl
       • ຮຸນແຮງ     > 13 mg/dl

     ອາການຂອງທາດແຄວຊຽມສຸງໃນເລືອດ

  q ຂັ້ນເບົາບາງບໍມີອາການ
  q ປານກາງ
    • ເຈັບທ້ອງ, ປວດຮາກ ຫລື ຮາກ
    • ເຈັບກະດຸກ, ແຂນຂາອ່ອນແຮງ,
    • ຍ່ຽວຫລາຍ, ມີນີ້ວໄຂ່ຫລັງ,
    • ໄບ່ໂລເລ, ງົງ, ກະຕອບສະຫນອງຂອງປະສາດໄວ (hyperreflexia)
      ມີຄວາມດັນສຸງ, ຫົວໃຈຕີບໍສະຫມໍ່າສະເຫມີ, 
      ໃນກະແສໄຟຟ້າຫົວໃຈມີ short QT.
q ຂັ້ນຮຸນແຮງ: ມີອາການຂອງປານກາງ + ຊືມ ຫຼື ເສຍສະຕິ


  ສາຍເຫດຂອງທາດແຄວຊຽມສຸງໃນເລືອດ

ເປັນການຜິດປົກກະຕິຂອງຕ່ອມ (Parathyroid related)
ເກິດຈາກການເປັນມະເຮັງ (Malignancy related)ເຊັ່ນ: ມະເຮັງປອດ, ມະເຮັງໄຂ່ຫລັງ, ມະເຮັງເຕົ້ານົມ, 
  ມະເຮັງເມັດເລືອດ, ມະເຮັດຕ່ອມນໍ້າເຫລືອງ....
ໄວຕະມີນດີຜິດປົກກະຕິ (Vitamin D related)
ເກິດຈາກພະຍາດທີພາໃຫ້ມີການສະຫລາຍກະດຸກຫລາຍເກີນໄປ
  (High bone turn over)
ເກິດຈາກການທີ່ມີໄຂ່ຫລັງຊຸດໂຊມ(Associated with renal failure)

ການປີ່ນປົວ

q ຂັ້ນເບົາບາງ:
ແມ່ນໃຫ້ກີນນໍ້າຫລາຍຂື້ນ
ຫລີກລຽງການກີນອາການທີ່ມີທາດແຄວຊຽມສຸງ
ຊອກຫານສາຍເຫດ ແລະ ຕິດຕາມທາດ ແຄວຊຽມອີກ

q ຂັ້ນປານກາງ:
ໃຫ້ນໍ້າທາງເສັ້ນ NSS 200-500 ml/ຊົ່ວໂມງ ຫລື 4-6 ລິດ/ມື້ ໃຫ້ຍ່ຽວ > 3ລິດ/ມື້
ໃຫ້ຢາຂັບທາດຍ່ຽວ Lasix 20-40 mg x 3
ໃຫ້ຢາ Biphosphonates 1-2 ວັນ ເພື່ອຢັບຢັ້ງການສະຫລາຍກະດຸກ
ຊອກຫາສາຍເຫດ: ຖ້າເປັມະເຮັງ, ໃຫ້ເຕີມຢາ Prednisone 60 mg/ມື້ ກີນ ໄລຍະ 10 ວັນ
ປົວສາຍເຫດຕື່ມ ແລະ ຕິດຕາມທາດ ແຄວຊຽມອີກ

q ຂັ້ນຮຸນແຮງ:
ໃຫ້ນໍ້າທາງເສັ້ນ NSS 200-500 ml/ຊົ່ວໂມງ ຫລື 4-6 ລິດ/ມື້ ໃຫ້ຍ່ຽວ > 3ລິດ/ມື້
ຖ້າມີພະຍາດໄຂ່ຫລັງ ຫລື ພະຍາດຫົວໃຈຊຸດໂຊມ ຄວານລະວັງເລື່ອງການໃຫ້ນໍ້າ (ໃຫ້ປືກສາຊ່ຽວຊານສະເພາະທາງຕື່ມ)
ໃຫ້ຢາຂັບທາດຍ່ຽວ Lasix 20-40 mg x 3
ໃຫ້ຢາ Biphosphonates 1-2 ວັນ ເພື່ອຢັບຢັ້ງການສະຫລາຍກະດຸກ
ຊອກຫາສາຍເຫດ: ຖ້າເປັມະເຮັງ, ໃຫ້ເຕີມຢາ Prednisone 60 mg/ມື້ ກີນ ໄລຍະ 10 ວັນ
ຫລືໃຫ້ hydrocortisone 200 -500 mg ທາງເສັ້ນ/ມື້ ຈົນກວ່າອາການຈະດີຂື້ນ
ປົວສາຍເຫດຕື່ມ ແລະ ຕິດຕາມທາດ ແຄວຊຽມອີກ