ພວກເຮົາສູ້ໄປດ້ວຍກັນ

Thursday, September 4, 2014

ຕົ້ນງ້ວນທີ່ເປັນພິດ


     ຄວາມຮູ້ເບື້ອງຕົ້ນ:
1.   ຄວາມຮູ້ກ່ຽວກັບຕົ້ນງ້ວນ:
ຕົ້ນງ້ວນເປັນພັນໄມ້ຊະນິດໜື່ງທີ່ຂື້ນກັບຕະກຸນໄມ້ມີຊື່ທາງວິທະຍາສາດວ່າ: Loganiaceae,
ມີຫລາກຫຼາຍຊະນິດຕົ້ນໄມ້ທີ່ຂື້ນກັບຕະກຸນນີ້ ເຊີ່ງມີຊະນິດທີ່ມີທາດພິດ ແລະ ຊະນິດທີ່ບໍ່ມີທາດພິດ,ໃນບົດນີ້ຈະແນະນຳພຽງແຕ່ 02 ຊະນິດທີ່ເຄີຍພົບຢູ່ປະເທດອາເມລີກາ, ທາງພາກໄຕ້ຂອງຈີນ ແລະ ບັນດາປະເທດໃນຂົງເຂດອາຊ່ຽນເຊັ່ນ: ລາວ, ພະມ້າ, ໄທ ແລະ ຫວຽດນາມ.
2.   ພຶດສາສາດ:
-         ເປັນຕົ້ນໄມ້ປະເພດເຄືອທີ່ຂຽວງາມຕະຫຼອດປີ, ພວກມັນເຕີບໃຫຍ່ຂະຫຍາຍຕົວໄດ້ດີຂື້ນຢູ່ກັບສະພາບແວດລ້ອມຂອງມັນ, ມັນຂະຫຍາຍຕົວດ້ວຍການເກາະຕິດຂື້ນໄປນຳຕົ້ນໄມ້ຊະນິດອື່ນໆ.
-         ໃບຕົ້ນງ້ວນ: ມີຮູບຮ່າງລັກສະນະເປັນຮູບໜ່ວຍໄຂ່ຍາວອອກປະມານ 7-12 Cm, ມີສີສັນສົດໃສ, ມີນ້ຳຢາງຂາວງຄືນ້ຳນົມ.
-         ດອກຂອງຕົ້ນງ້ວນ: ມີສີສັນເຫຼືອງອ່ອນ, ເປັນທໍ່ຍາວ, ມີປະມານ 05 ດອກຕໍ່ພວງ, ສຳຫຼັບຊະນິດມີຊື່ວ່າ: Gelsemium elegans Benth ອອກດອກໃນລະຫວ່າງເດືອນ 11-12, ສ່ວນຊະນີດ Gelsemium nitidum ອອກດອກໃນຕົ້ນລະດູໃບໄມ້ຜະລິດ. ອຸນຫະພຸມມີສ່ວນຕັດສີນສຳລັບ
ກີ່ນຫອມຂອງດອກງ້ວນ, ແຕ່ລະຊະນິດນັ້ນອອກໝາກທີ່ແຕກຕ່າງກັນ, ມັນສາມາດແຜ່ພັນໂດຍການແຜ່ແກ່ນໄປທົ່ວທຸກແຫ່ງທຸກຫົນ.
ຕົ້ນງ້ວນຊະນິດມີຊື່ວ່າ: Gelsemium elegans Benth


3. ສ່ວນປະກອບສຳຄັນຂອງຕົ້ນງ້ວນ:
ຕົ້ນງ້ວນແຕ່ລະຊະນິດນັ້ນມີສານເຄມີ Alkaloid ຫຼາຍກວ່າ 17 ທາດ, ທັງໝົດກ່ວາ 17 ທາດເຄມີ Alkaloid ນີ້ ມີຢູ່ 02 ທາດທີ່ເປັນພິດຮ້າຍແຮງກວ່າໝູ່ຄືທາດ koumine ແລະ gelsenicine, ໃນນັ້ນຄວາມເຂັ້ມຂຸ້ນຂອງທາດ Koumine ແມ່ນສູງທີ່ສຸດ ແຕ່ທາດພິດຂອງທາດ gelsenicine ມີຜົນຮ້າຍແຮງກ່ວາໃນການທົດລອງກັບໜູ LDSO.4. ເຊີ່ງບັນດາທາດເຫຼົ່ານີ້ມີຜົນກະທົບຕໍ່ລະບົບປະສາດ ແລະ ລະບົບຫາຍໃຈ ແລະ ເປັນສາຍເຫດພາໃຫ້ເສຍຊີວິດສຳລັບຕົ້ນງ້ວນ Gelsemium elegans Benth. ສຳລັບງ້ວນທັງສອງຊະນິດດັ່ງກ່າວມີທາດພິດອື່ນໆອີກ 02 ຊະນິດເຊັ່ນ: gelseminine ແລະ gelsemine. Gelseminine ມີສີເຫຼືອງອ່ອນ, ຂົມ ແລະ ທາດຜິດ Alkaloid ບໍ່ແນ່ນອນ, ສາມາດລະລາຍໄດ້ໃນອາກາດ ແລະ ເຫຼົ້າ ແຕ່ມີຮູບຮ່າງບໍ່ແນ່ນອນໃນເກືອ, ທາດ alkaloid gelsemine ບໍ່ມີສີ, ບໍ່ມີກີ່ນ, ມີລົດຂົມແຮງກ້າ, ແຂງຕົວໃນທາດເກືອ, ລະລາຍຢ່າງຊ້າໆ-ໃນທາດແຫຼວ ແຕ່ພ້ອມທີ່ຈະແຂງຕົວໃນ Hydrochloride, ທາດ Alkaloid ນີ້ບໍ່ສາມາດເອົາໄປປະສົມກັບທາດ Resinoid ເໜືອນກັບ Gelseminine.
4.   ການເບື່ອດ້ວຍທາດເຄມີຂອງຕົ້ນງ້ວນ:
ທາດເຄມີຕ່າງງເຊັ່ນ: Gelsemicine, Gelseminine -ແລະ Gelsemine ຂອງງ້ວນມີຜົນ
ກະທົບຕໍ່ສູນກາງປະສາດທີ່ບັນຊາລະບົບການຫາຍໃຈ( medulla oblongata ) ແລະຈຸລັງໃນເຂດ( grey matters ) ຂອງໄຂສັນຫຼັງ ທີ່ບັນຊາລະບົບຫາຍໃຈສ່ວນລູ່ມ  ແລະ ເຮັດໃຫ້ກ້າມຊີ້ນເກີດເປັນອຳມະພາດ.  ທາດ Strychnine ເປັນພິດຕໍ່ລະບົບກ້າມຊີ້ນພາໃຫ້ເກີດອາການຊັກແບບTetani ເຊີ່ງໄດ້ທົດລອງເຫັນຜົນຢ່າງຈະແຈ້ງຫຼັງຈາກທົດລອງບໍ່ດົນກັບສັດ, ສາຍເຫດຂອງການເສຍຊີວິດເກີດຂື້ນຍ້ອນການຫາຍໃຈຢຸດຕິລົງ.
5.   ສາຍເຫດຂອງການຖຶກເບື່ອ:
-         ການຮັບປະທານໂດຍບໍ່ໄດ້ຕັ້ງໃຈດ້ວຍຕົ້ນງ້ວນ.
-         ຖຶກວາງໃສ່ອາຫານເພື່ອຂ້າຜູ້ອື່ນດ້ວຍງ້ວນໂດຍເຈດຕະນາ.
-         ຕັ້ງໃຈຂ້າຕົວຕາຍດ້ວຍງ້ວນ ( ນີ້ເປັນສາຍເຫດຫຼັກ )
6.   ຈາກປະສົບການທີ່ພົບເຫັນຢູ່ໂຮງໝໍເຂດພິເສດໄຊສົມບຸນ:
ໃນລະຫວ່າງປີ 2003-2004, ຢູ່ພະແນກສຸກເສີນໄດ້ພົບຄົນເຈັບທີ່ຖຶກທາດເບື່ອຈາກ
ງ້ວນທັງໝົດ 15 ກໍລະນີ, ໃນນັ້ນມີ 13 ກໍລະນີແມ່ນຕັ້ງໃຈຂ້າຕົວຕາຍ, 02 ກໍລະນີແມ່ນຮັບປະທານໂດຍບໍ່ ຕັ້ງໃຈ. ມີ 13 ກໍລະນີແມ່ນໄດ້ລ້າງທ້ອງ, 02 ກໍລະນີໄດ້ແຍ່ທໍ່ຊ່ວຍຫາຍໃຈ, ສົ່ງນ້ຳທາງເສັ້ນເລືອດ ແລະ ໃສ່ອົກຊີແຊນ. ທັງໝົດນີ້ເປັນເຜົ່າມົ້ງ.
    
   ອາການຈາກການເບື່ອດ້ວຍງ້ວນ:
1.   ຕ້ອງຖາມປະຫວັດຂອງການກີນງ້ວນຢ່າງໄວວາ, ອາດຖາມຄົນເຈັບ, ຄອບຄົວ ຫຼື ໝູ່ເພື່ອນຂອງຄົນເຈັບ
-         ຊະນິດຂອງຕົ້ນໄມ້ທີ່ກີນໄປນັ້ນ, ກີນ ຫຼື ສູບງ້ວນລົງໄປສຳລັບການຂ້າຕົວຕາຍ, ຍົກເວັ້ນການ
ກີນຢາຊະນິດອື່ນໆທີ່ມີທາດຝີ່ນ.
-         ໄລຍະເວລາການກີນ/ສູບງ້ວນລົງໄປ.
-         ຈຳນວນໃບທີ່ກີນລົງໄປນັ້ນ.
2.   ອາການ:
ຄົນເຈັບຈະມີອາການອ່ອນເພຍລົງ, ຫາຍໃຈຟຶດ, ຫາຍໃຈຍາກ, ລາຍຕາ, ຜີວໜັງຈືດມ້ານ
 ແລະ ເຢັນ, ກະວົນກະວາຍ. ມີ 3/4 ມີອຸນຫະພຸມຜິດປົກກະຕິ, ກຳມະຈອນອາດຕີໄວເກີນໄປ ຫຼື ຊ້າລົງ, ໜັງຕາຂ້າງເທີງ, ກ້າມຊີ້ນປາກອ່ອນແອລົງ, ເຈັບອ້ອມກະບອງຕາ ເຮັດໃຫ້ມີຫຼາຍສາຍຕາ ແກ່ນຕາດຳຫົດເຂົ້າ ນີ້ແມ່ນອາການທີ່ພົບເຫັນຫຼາຍກວ່າໝູ່. ລະບົບການຫາຍໃຈລົດລົງ ແລະ ອ່ອນແອ ຫາຍໃຈຕື້ນບໍ່ສະໝ່ຳສະເໝີ ສຸດທ້າຍກໍ່ຈະຕາຍຍ້ອນລະບົບຫາຍໃຈລົ້ມເຫຼວ. ຫົວໃຈເຕັ້ນຊ້າລົງ ຫຼື ເຕັ້ນໄວຂື້ນ ສຸດທ້າຍຫົວໃຈຈະຢຸດເຕັ້ນ. ມີອາການເຈັບທ້ອງຢູ່ເບື້ອງຊ້າຍ, ຄວາມຮູ້ສຶກຜິດປົກກະຕິໃນໄລຍະສຸດທ້າຍຫຼັງຈາກຖຶກເບື່ອ, ຫຼື ອາດຈະຕາຍກ່ອນຖ້າຫາກກີນເປັນຈຳນວນຫຼາຍເກີນໄປ, ສະພາບຜິດປົກກະຕິນັ້ນຈະເກີດຂື້ນພາຍຫຼັງການກີນງ້ວນ 30 ນາທີ, ແຕ່ມີບາງກໍລະນີອາດເກີດຂື້ນກະທັນຫັນ. ການຕາຍນັ້ນເກີດຂື້ນພາຍຫຼັງໄດ້ຮັບທາດເບື່ອປະມານ 1 ຊມ ຫາ 7 ຊມ 30 ນາທີ.
3.   ການກວດເພີ່ມ:
-         ສັ່ງກວດເລືອດ: CBC, ໝວດເລືອດ, CT, BT, ກວດຍ່ຽວ, ກວດໜ້າທີ່ການຂອງຕັບ( ສ່ວນຫຼາຍໜ້າທີ່ການໝາກໄຂ່ຫຼັງ, ຕັບຈະຜິດປົກກະຕິ  ແລະ enzymes ກ້າມຊີ້ນ)
-         ສັ່ງ X-ray, EKG.

 ການບົ່ງມະຕິ:
1.   ບົ່ງມະຕິຊັດເຈນວ່າຖຶກເບື່ອດ້ວຍຕົ້ນງ້ວນ.
2.   ບົ່ງມະຕິໄຈ້ແຍກ ເຊັ່ນ:
-         ເບື່ອທາດຢາຝີ່ນ.
-         ເບື່ອທາດອື່ນໆ ຄື Wolftox...
-         ແພ້ຕົ້ນໄມ້ອື່ນງ.
-         ທາດນ້ຳຕານໃນເລຶອດລົດລົງ.
-         Hystery.
-         ເມົາເຫຼົ້າ.

 ການປີ່ນປົວ
1.   ການປີ່ນປົວ, ແກ້ໄຂສຸກເສິນ:
ການປີ່ນປົວແກ້ໄຂສຸກເສີນແມ່ນການກູ້ຊີວິດຂອງຄົນເຈັບໃນເບື້ອງຕົ້ນ, ໃສ່ອົກຊີແຊນ, ແຍ່ທໍ່
ຫາຍໃຈ, ຕ້ອງໄດ້ໃສ່ກາເຕີແຕເພື່ອຮັກສາເສັ້ນເລືອດພາຍໃນ 12 ຊມ, ຖ້າສະພາບຄົນເຈັບດີຂື້ນ, ໃສ່ຢາກະຕຸ້ນຮາກທັນທີ, ຕ້ອງໃສ່ຢາຈຳພວກ strychnine, atropine ຫຼື digitalis subcutaneously ຢ່າງໄວວາ.

ຄົນເຈັບຈຳຕ້ອງນອນດ້ວຍທ່າຫງ່ຽງ, ຫງ່ຽງຫົວໄປທາງຂ້າງຊ້າຍ, ຕ້ອງເປີດທາງເດີນຫາຍໃຈສຳລັບ
ກໍລະນີຄົນເຈັບບໍ່ຮູ້ສະຕິ ແລະ ໃສ່ທໍ່ຫາຍໃຈ, ໃສ່ກາແຕເຕີເພື່ອຮັກສາເສັ້ນເລືອດ. ສົ່ງນ້ຳ  Ringer lactate 1000ml, ໃສ່ທໍ່ແຍ່ຍຽວ, ໃສ່ຢາໄລ່ຍຽວ ດ້ວຍ Lasix 20mg ເພື່ອຂັບໄລ່ທາດຜິດໃນເລືອດອອກທັນທີ. ຖ້າຄົນເຈັບຊັກເຮັດໃຫ້ຫຍຸ້ງຍາກໃນການແຍ່ທໍ່ຫາຍໃຈ ຕ້ອງໃສ່ Valium 10mg ທາງເສັ້ນເລືອດເພື່ອລະງັບ ເຊີ່ງມີສອງຈຸດປະສົງຄື: ເພື່ອຕ້ານອາການຊັກ ແລະ ງ່າຍໃນການແຍ່ທໍ່ຫາຍໃຈ.
2.   ການຕິດຕາມ:
ທ່ານໝໍພ້ອມພະຍາບານຄວນຕິດຕາມຄົນເຈັບຢ່າງໃກ້ຊິດ,  ຕ້ອງຕິດຕາມສະພາບການສົ່ງນ້ຳ ແລະ
 ໃສ່ອົກຊີແຊນຂອງຄົນເຈັບ, ຕ້ອງທອດທໍ່ຫາຍໃຈອອກຫຼັງຈາກຄົນເຈັບຮູ້ສຶກຕົວດີແລ້ວຢ່າງນ້ອຍ 12   ຊມ.
3.   ຈິດຕະສຶກສາ:
ທ່ານໝໍ ແລະ ພະຍາບານຕ້ອງໄດ້ສຶກສາທາງດ້ານຈິດຕະສາດໃຫ້ຄົນເຈັບ ແລະ ຄອບຄົວຂອງ
ຄົນເຈັບມີຄວາມເຂົ້າໃຈເພື່ອບໍ່ໃຫ້ມີການຂ້າຕົວຕາຍເກີດຂື້ນອີກ, ຕ້ອງພະຍາຍາມແກ້ໄຂບັນຫາທີ່ພາໃຫ້ມີການຕັດສີນໃຈຂ້າຕົວຕາຍນັ້ນ ແລະ ເຮັດແນວໃດເພື່ອໃຫ້ຜູ້ທີ່ຂ້າຕົວຕາຍນັ້ນກັບໄປຮ່ວມການດຳລົງຊີວິດແບບປົກກະຕິກັບຄອບຄົວ ແລະ ສັງຄົມ.