ພວກເຮົາສູ້ໄປດ້ວຍກັນ

Friday, September 12, 2014

ຂັ້ນຂອງໄຂ່ຫຼັງຊຸດໂຊມ

ການປະເມີນຂັ້ນຂອງໄຂ່ຫຼັງຊຸດໂຊມ

ສຸດຄິດໄລ່ອັດຕາການກັ່ນຕອງຂອງກົມໄຂ່ຫຼັງ

GFR=[140-ອາຍຸ(ປີ) / 72 x serum creatinine] x 0.83 (ຖ້າແມ່ນຜູ້ຍີງ)


ຂັ້ນ
ຄ່າຂອງ GFR
ໜ້າທີ່ຂອງໄຂ່ຫຼັງ
1
≥ 90
ປົກກະຕິ ຫຼື ກົດໜ່ວງເລັກນ້ອຍ
2
60–89
ລົດລົງຂັ້ນເບົາບາງ
3.1
45–59
ລົດລົງຂັ້ນເບົາບາງ ຫາ ປານກາງ
3.2
30–44
ປານກາງ ຫາ ຮູນແຮງ
4
15–29
ຮູນແຮງ
5
< 15
ໄຂ່ຫຼັງຊຸດໂຊມ





ໄຂ້ບໍ່ຮູ້ສາເຫດ



         ການຈະບົ່ງມະຕິເປັນໄຂ້ບໍ່ຮູ້ສາເຫດແມ່ນຕ້ອງຖືກຕ້ອງຕາມເງື່ອນໄຂລຸ່ມນີ້:

  • ມີໄຂ້ຕໍ່ເນື່ອງກັນເປັນໄລຍະເວລາຢ່າງນ້ອຍ 3 ອາທິດ
  • ໄຂ້ສູງຫຼາຍກ່ວາ 38,3°C ຫຼາຍຄັ້ງຮ່ວມກັນ
  • ບໍ່ສາມາດບົ່ງມະຕິຫາສາເຫດຂອງໄຂ້ໄດ້ຫຼັງໜຶ່ງອາທິດ ໂດຍທີ່ຄົນເຈັບເຂົ້າຮັບການປິ່ນປົວ ແລະ ຮັບການບົ່ງມະຕິ.

Thursday, September 4, 2014

ຕົ້ນງ້ວນທີ່ເປັນພິດ


     ຄວາມຮູ້ເບື້ອງຕົ້ນ:
1.   ຄວາມຮູ້ກ່ຽວກັບຕົ້ນງ້ວນ:
ຕົ້ນງ້ວນເປັນພັນໄມ້ຊະນິດໜື່ງທີ່ຂື້ນກັບຕະກຸນໄມ້ມີຊື່ທາງວິທະຍາສາດວ່າ: Loganiaceae,
ມີຫລາກຫຼາຍຊະນິດຕົ້ນໄມ້ທີ່ຂື້ນກັບຕະກຸນນີ້ ເຊີ່ງມີຊະນິດທີ່ມີທາດພິດ ແລະ ຊະນິດທີ່ບໍ່ມີທາດພິດ,ໃນບົດນີ້ຈະແນະນຳພຽງແຕ່ 02 ຊະນິດທີ່ເຄີຍພົບຢູ່ປະເທດອາເມລີກາ, ທາງພາກໄຕ້ຂອງຈີນ ແລະ ບັນດາປະເທດໃນຂົງເຂດອາຊ່ຽນເຊັ່ນ: ລາວ, ພະມ້າ, ໄທ ແລະ ຫວຽດນາມ.