ພວກເຮົາສູ້ໄປດ້ວຍກັນ

Tuesday, December 16, 2014

ການກວດກາລະບົບຫາຍໃຈ

ການກວດກາລະບົບຫາຍໃຈ
1. ທັກທາຍ

2. ຈັບມືຄົນເຈັບ

3. ຖາມວ່າເຈັບຢູ່ໃສ?

4. ລ້າງມື

ຂັ້ນຕອນການກວດ.

5. ສັງເກດທົ່ວໄປ: ປີກດັງຕີ?, ການຫາຍໃຈ( ມີຈ່ອງດືງບໍ?), ອັດຕາການຫາຍໃຈ? ປາຍຕີນປາຍມືກ່ຳແຫຼະ?, cubing finger? ມີ central cyanosis? ຄໍ? ເອີກດ້ານໜ້າຫຼືດ້ານຫລັງມີແຜ ມີແປ້ວ?

6. ຟັງ:​
ຟັງຕ້ອງຟັງສະຫລັບກັນແຕ່ລະເບື້ອງ,
ມີສຽງ: ຄາງແຕກ( ປອດອັກດສບ), ສຽງຄາງໂກນ, ສຽງ
Stridol ( ມີການອຸດຕັນ), ຫຼື ສຽງຫາຍໃຈລົດລົງ
( ປອດບວມ)



7. ລູບຄຳ:
ຄຳທີ: 1 ແມ່ນເອົາ 2 ມືວາງເທີງດ້ານຫຼັງເອີກແລ້ວ
ໃຫ້ຄົນເຈັບເວົ້າຫັນລີ້ນຈຸດປະສົງເພື່ອຢາກຮູ້
ວ່າປອດທັງ 2 ເບື້ອງມີສຽງສັ່ນສະເທືອນສະເໝີກັນບໍ,
ຖ້າປອດເບື້ອງໃດສຽງສັ່ນລົດລົງສະແດງວ່າມີບັນຫາແລ້ວ
ເຊັ່ນ: pleural effusion, pulmonary edema,
Pneumonia, ataletaxia…
ຄຳທີ: 2 ແມ່ນເອົາ 2 ມືວາງເທີງດ້ານຫຼັງເອີກໃຫ້ຄົນເຈັບ
ຫາຍໃຈເຂົ້າເລີກ ແລ້ວສັງເກດການຂະຫຍາຍຂອງປອດ 2
ເບື້ອງ. ຖ້າປອດເບື້ອງໃດຂະຫຍາຍໜ້ອຍລົງສະແດງວ່າ
ປອດເບື້ອງນັ້ນມີບັນຫາເຊັ່ນ: ປອດແວບ(ataletaxia)
ມະເຮັງປອດ ແລະ ອື່ນໆ...

8. ເຄາະ:
ແມ່ນຕ້ອງເລີ່ມເຄາະແຕ່ເທີງລົງລຸ່ມເຄາະສະຫຼັບກັນ ເພື່ອຈຸດປະສົງຢາກຮູ້ວ່າໃນປອດມກ້ອນ? ມີນ້ຳ? ປອດແວບ? ແລະ ອື່ນໆ...


9. ຂອບໃຈຄົນເຈັບ

10. ສະຫຼູບອັນທີ່ຜິດປົກກະຕິໃຫ້ຄົນເຈັບ ຫລື ຍາດຕິພິນ້ອງຄົນເຈັບ.

11. ບອກພະຍາດທີ່ອາດເປັນໄປໄດ້.

12. ແນະນຳການກວດເພີ່ມອື່ນ(ຊ່ອງລັງສີ, ກວດເລືອດ, ກວດໜ້າທີ່ການຂອງປອດ) ແລະ ທີດທາງການປີ່ນປົວ.